![]() |
ທ່ານ ມະໄລວອນ ສີປະເສີດ ໄດ້ເຜີຍແຜ່ເອກະສານ ເພື່ອຮັບໃຊ້ໃຫ້ແກ່ບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22 ກຸ່ມພາ ປີ2026 (ວັນອາທິດ) ພ້ອມກັນໃນທົ່ວປະເທດ; ການເລືອກຕັ້ງຄັ້ງນີ້, ແມ່ນເຫດການການເມືອງທີ່ມີຄວາມໝາຍຍຸດທະສາດ ໃນການບູລະນະລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງກວ່າເກົ່າ. ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນ ຄື: ເອກະສານ ຖາມ-ຕອບ 1 ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ເອກະສານຖາມ-ຕອບ 2 ກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ແລະ ເອກະສານຖາມ-ຕອບ 3 ກ່ຽວກັບການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມ, ຮັບຮູ້ເນື້ອໃນ, ກົນໄກ, ຮູບແບບ ແລະ ວິທີການຈັດຕັ້ງປະຕິບັດ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ບັນລຸຕາມ 4 ຄາດໝາຍໃຫຍ່ຄື: ຜູ້ມີສິດເລືອກຕັ້ງທັງໝົດ ຕ້ອງໄດ້ໄປເລືອກຕັ້ງໃຫ້ໄດ້ 100%, ການໄປເລືອກຕັ້ງຕ້ອງຮັບປະກັນຄວາມຖືກຕ້ອງ ແລະ ຄົບຖ້ວນ 100%, ການເລືອກຕັ້ງຕ້ອງຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ 100% ແລະ ການເລືອກຕັ້ງຕ້ອງຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ໄດ້ 100%. ທັງນີ້, ເພື່ອຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານ-ລັດຖະກອນອ້ອມຂ້າງແຂວງ, ມີຄວາມເຂົ້າໃຈເລິກເຊີ່ງ ຮັບປະກັນໃຫ້ແກ່ບັ້ນເລືອກຕັ້ງໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ