![]() |
ທ່ານ ຄຳຕັນ ພູມມະເທບ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເຮັດໃຫ້ວຽກງານສ່ວຍສາອາກອນ ແຂວງໄດ້ຮັບການພັດທະນາ ແລະ ບັນລຸຄາດໝາຍທີ່ຄະນະນຳແຂວງຕັ້ງເປົ້າໝາຍໄວ້, ທັງເປັນການປັບປຸງວຽກງານສ່ວຍສາອາກອນປະຈຳເມືອງ-ນະຄອນ-ຫຼວງພະບາງ ໃຫ້ເຂົ້າສູ່ລະບຽບການ ສອດຄ່ອງກັບບັນດານິຕິກຳ ແລະ ກົດໝາຍ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ນິຕິກຳ 3 ສະບັບ ເຊັ່ນ: ຄຳແນະນຳຂອງກະຊວງການເງິນ ກ່ຽວກັບການຫັກສົ້ນເຂົ້າແບບກຳນົດ, ຄຳແນະນຳການຂໍ ແລະ ການສົ່ງຄືນອາກອນມູນຄ່າເພີ່ມສົ້ນເຂົ້າ ແລະ ຄຳແນະນຳ ວ່າດ້ວຍການຄູ້ມຄອງ-ນຳໃຊ້ ແລະ ຕິດຕາມ-ກວດກາ ໃບເກັບເງິນແບບເອເລັກໂຕຣນິກ ພ້ອມທັງປຶກສາຫາລືວຽກງານບາງດ້ານຕື່ມອີກ. ຂ່າວ-ພາບ: ອາພຸດເດດ ບຸບຜາ

ຄໍາເຫັນ