ແຂວງຄໍາມ່ວນ ຊຸກຍູ້ກຸ່ມຜະລິດເຂົ້າເປັນສິນຄ້າ

ພະແນກ ກປ ແຂວງຄໍາມ່ວນ ຊຸກຍູ້ກຸ່ມຜະລິດເຂົ້າເປັນສິນຄ້າ

ພະແນກ ກປ ແຂວງຄໍາມ່ວນ ຊຸກຍູ້ກຸ່ມຜະລິດເຂົ້າເປັນສິນຄ້າ
ເມື່ອບໍ່ດົນຜ່ານມານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ (ກປ) ແຂວງຄໍາມ່ວນ ພ້ອມຄະນະ ໄດ້ລົງຊຸກຍູ້ກຸ່ມຜະລິດເຂົ້າເປັນສິນຄ້າຢູ່ບ້ານດອນດູ່ ເມືອງຫີນບູນ ແລະ ບ້ານຫາດຄໍາຮຽງ

 ເມືອງເຊບັ້ງໄຟ ຊຶ່ງໃນການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແມ່ນໄດ້ພົບປະກັບກຸ່ມຜະລິດເຂົ້າເປັນສິນຄ້າຂອງສອງເມືອງດັ່ງກ່າວ.

ສໍາລັບຢູ່ເມືອງຫີນບູນ ຊຶ່ງກຸ່ມຜະລິດເຂົ້າເປັນສິນຄ້າບ້ານດອນດູ່ແມ່ນໜຶ່ງໃນຈໍານວນ 3 ກຸ່ມຂອງເມືອງ ແລະ ແມ່ນ 3 ກຸ່ມໃນຈໍານວນ 13 ກຸ່ມທີ່ນອນໃນ 3 ເມືອງເປົ້່າໝາຍຂອງແຂວງຄື: ເມືອງຫີນບູນມີ 3 ກຸ່ມ, ເມືອງເຊບັ້ງໄຟມີ 7 ກຸ່ມ. ໃນນັ້ນ, ມີກຸ່ມຜະລິດ ແນວພັນເຂົ້າລຸ້ນ 3 ເປັນສິນຄ້າມີ 2 ກຸ່ມ , ກຸ່ມຜະລິດເຂົ້າເປັນສິນຄ້າມີ 5 ກຸ່ມ ແລະ ເມືອງໜອງບົກມີ 3 ກຸ່ມຜະລິດແນວພັນເຂົ້າລຸ້ນ 3 ທີ່ໄດ້ຂຽນແຜນສະເໜີຂໍທຶນຈາກ ໂຄງການສົ່ງເສີມລະບົບຕ່ອງໂສ້ຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ເພື່ອມາຊື້ກົນຈັກມີບ້ານໜອງດົງ, ບ້ານວັງຫົວປາ (ລົດໄຖຄູໂບຕ່າ) ແລະ ບ້ານ ດອນດູ່ ຊື້ປັດໃຈການຜະລິດ (ຊື້ປຸ໋ຍ), ພ້ອມນັ້ນແຕ່ລະກຸ່ມແມ່ນໄດ້ປະກອບສ່ວນທຶນສົມທົບ 10%.

ໃນການເຄື່ອນໄຫວຊຸກຍູ້ຄັ້ງນີ້, ໄດ້ຮັບຟັງການລາຍງານຫຍໍ້ຈາກ ທ່ານ ບຸນກອງ ລິດທິເດດ ຕາງໜ້າກຸ່ມຜະລິດເຂົ້າເປັນສິນຄ້າບ້ານດອນດູ່ ຊຶ່ງທ່ານໄດ້ກ່າວວ່າ: ກຸ່ມປູກເຂົ້າເປັນສິນຄ້າບ້ານ ດອນດູ່ ມີເນື້ອທີ່ການຜະລິດເຂົ້ານາປີ ແລະ ນາແຊງ 53.48 ເຮັກຕາ, ສະມັດຕະພາບສະເລ່ຍນາປີ 3,5 ໂຕນ/ເຮັກຕາ, ນາແຊງ 4,5 ໂຕນ/ເຮັກຕາ, ແນວພັນທີ່ໃຊ້ສ່ວນຫຼາຍແມ່ນ ເຊບັ້ງໄຟ 4, ທ່າດອກຄໍາ 8 ແລະ ຫອມທ່າດອກຄໍາ 11. ກຸ່ມໄດ້ຂາຍເຂົ້າເປືອກລະດູນາແຊງ 11.69 ໂຕນ ລວມເປັນເງິນ 73 ລ້ານກີບ. ມາຮອດປັ້ດຈຸບັນ ຊາວກະສິກອນທີ່ເປັນສະມາຊິກໃນກຸ່ມແມ່ນໄດ້ລົງມືປັກດໍາເຂົ້ານາແຊງເປັນສ່ວນຫຼາຍແລ້ວ .

ສໍາລັບພາກບ່າຍຂອງວັນດຽວກັນ, ທ່ານ ເດດສັກດາ ມະນີຄໍາ ພ້ອມຄະນະ ໄດ້ລົງຊຸກຍູ້ກຸ່ມຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມຜະລິດແນວພັນເຂົ້າລຸ້ນ 3 ເປັນສິນຄ້າຢູ່ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ຊຶ່ງຕາງໜ້າແຕລະກຸ່ມຜະລິດໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານຫາດຄໍາຮຽງມີສະມາຊິກທັງໝົດ 25 ຄອບຄົວ, ມີເນື້ອທີ່ການຜະລິດລະດູຝົນ 37.40 ເຮັກຕາ, ລະດູແລ້ງ 33.40 ເຮັກຕາ ແລະ ມີ 1 ກຸ່ມເພື່ອມາຊື້ພາຫະນະ-ກົນຈັກກະສິກໍາ (ລົດໄຖຄູໂບຕ້າ L95) ມາເປັນຊັບສິນໃຊ້ລວມກຸ່ມ, ແຕ່ລະກຸ່ມໄດ້ປະກອບສ່ວນທຶນສົມທົບ 10% ຕາມເງື່ອນໄຂຂອງທຶນ ຢ່າງຄົບຖ້ວນ

ສ່ວນກຸ່ມຜະລິດແນວພັນເຂົ້າລຸ້ນ 3 ເປັນສິນຄ້າ ບ້ານຫາດຄໍາຮຽງ ມີສະມາຊິກທັງໝົດ 25 ຄອບຄົວ ເນື້ອທີ່ການຜະລິດລະດູຝົນ 34 ເຮັກຕາ, ລະດູແລ້ງ 32.30 ເຮັກຕາ.

ການລົງຕິດຕາມຊຸກຍູ້ກຸ່ມການຜະລິດແຕ່ລະກຸ່ມແມ່ນໄດ້ມີການແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນເພື່ອຊອກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດໂຄງການຜ່ານມາ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອພ້ອມກັນຊອກຫາວິທີການແກ້ໄຂຮ່ວມກັນໃນຕໍ່ໜ້າ.

ທ່ານ ເດດສັກດາ ມະນີຄໍາ ໄດ້ຮຽກຮ້ອງໃຫ້ແຕ່ລະກຸ່ມການຜະລິດຈົ່ງໄດ້ຍົກສູງຄວາມຮັບຜິດຊອບໃນການນໍາໃຊ້ແຫຼ່ງທຶນໃຫ້ເກີດປະໂຫຍດສູງສຸດ ແລະ ຄຸ້ມຄ່າໂດຍມີການຫັນໄປປູກພືດຊະນິດອື່ນໆທີ່ຕະຫຼາດມີຄວາມຕ້ອງການເພີ່ມຕື່ມນອກຈາກການຜະລິດເຂົ້າ ແລະ ແນວພັນເຂົ້າເປັນສິນຄ້າທັງນີ້ເພື່ອເປັນການສ້າງລາຍຮັບ ແລະ ແກ້ໄຂຊີວິດເປັນຢູ່ຂອງຊາວກະສິກອນໃຫ້ດີຂຶ້ນ ພ້ອມນັ້ນກໍເປັນການຊ່ວຍຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດອີກດ້ວຍ. ຈາກນັ້ນ, ຍັງໄດ້ລົງຕິດຕາມເບິ່ງລະບົບຄອງຊົນລະປະທານ ແລະ ພື້ນທີ່ການຜະລິດຂອງຊາວກະສິກອນຢູ່ບ້ານດົງຍາງ, ບ້ານຊຽງຫວາງທ່າ ແລະ ບ້ານສອງເໝືອງ ເມືອງໜອງບົກຕື່ມອີກ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ