ພະແນກ ແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ ສະຫຼຸບວຽກງານ ປະຈໍາປີ 2023

ພະແນກ ແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ ສະຫຼຸບວຽກງານ ປະຈໍາປີ 2023
 ກອງປະຊຸມ ວຽກງານແຜນການ ແລະ ການລົງທຶນ ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ ນີ້ ທີ່ຫ້ອງປະຊຸມ ພະແນກ ສຶກສາທິການ ແລະ ກິລາແຂວງ ໄຊຍະບູລີ, ໂດຍການເປັນປະທານ ຂອງທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເຈົ້າເມືອງ, ຮອງເຈົ້າເມືອງ ພ້ອມຫົວໜ້າຫ້ອງການ ແຜນການ ແລະ ການລົງທຶນ 11 ເມືອງ ແລະ ພະນັກງານວິຊາການພາຍໃນພະແນກແຜນການ ແລະ ການລົງທຶນແຂວງເຂົ້າຮ່ວມ
    ກອງປະຊຸມ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2023 ແລະ ແຜນວຽກຈຸດສຸມປີ 2024 ຂອງຂະແໜງແຜນການ ແລະ ການລົງທຶນ ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກກນປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ຊຶ່ງໄດ້ເອົາໃຈໃສ່ຕິດຕາມ, ສະຫຼຸບ, ສັງລວມ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນ ເປັນງວດ, 6 ເດືອນ ແລະ ໝົດປີ, ໄດ້ເປັນໃຈກາງປະສານສົມທົບກັບບັນດາພະແນກການ, ບັນດາເມືອງ ຄົ້ນຄວ້າບັນດາເອກະສານກ່ຽວກັບໂຄງການລົງທຶນຂອງລັດ ເປັນຕົ້ນການດັດແກ້ມູນຄ່າໂຄງການ, ການສະເໜີໂຄງການລົງທຶນຂອງລັດ ເພື່ອໃຫ້ການປະຕິບັດຖືກຕ້ອງຕາມລະບຽບການ, ໄດ້ສັງລວມບັນດາໂຄງການໜີ້ສິນ ເພື່ອສະເໜີຈ່າຍໜີ້ກັບທະນາຄານຕາມນະໂຍບາຍຂອງລັດຖະບານ ຊຶ່ງໄດ້ຮັບການອະນຸມັດຈຳນວນ 40 ໂຄງການ, ສາມາດອະນຸມັດຈ່າຍໜີ້ແລ້ວ 107,12 ຕື້ກີບ, ປະເມີນຜົນຄວາມຄືບໜ້າຂອງໂຄງການກໍ່ສ້າງສ້ອມ ແປງທັງໝົດ 35 ໂຄງການ; ກວດກາເອກະສານ ແລະ ອອກໃບຢັ້ງຢືນສັນຍາໂຄງການກໍ່ສ້າງ ແລະ ສ້ອມແປງຈຳນວນ 50 ໂຄງການ; ສ້າງເອກະສານໃບຢັ້ງຢືນຜົນການປະເມີນຈຳນວນ 85 ໂຄງການ; ໄດ້ອະນຸມັດການລົົງທຶນໃນກິດຈະການສຳປະທານ ແລະ ກິດຈະການຄວບຄຸມໄດ້ທັງໝົດ 19 ໂຄງການ, ມູນຄ່າ 1.197 ຕື້ກີບ, ໃນນີ້: ເປັນກິດຈະການສໍາປະທານທີ່ດິນລັດ ຈໍານວນ 16 ໂຄງການ, ມູນຄ່າ 1.121 ຕື້ກີບ, ກິດຈະການຄວບຄຸມ 3 ໂຄງການມູນຄ່າ 76 ຕື້ກີບ, ຂັ້ນສູນກາງອະນຸມັດ 4 ໂຄງການ ມູນຄ່າ 210 ຕື້ກີບ, ຂັ້ນແຂວງອະນຸມັດ 15 ໂຄງການ ມູນຄ່າ 986 ຕື້ກີບ ແລະ ຕ່າງປະເທດ 4 ໂຄງການ, ມູນຄ່າ 152 ຕື້ກີບ, ນອກນີ້ຍັງໄດ້ຮັບໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາທີ່ກໍາລັງຈັດຕັ້ງປະຕິບັດທັງໝົດ 54 ໂຄງການ ມູນຄ່າທັງໝົດ 30,80 ລ້ານໂດລາ, ໃນນັ້ນທຶນກູ້ຢືມ 10 ໂຄງການ ມູນຄ່າ 16,65 ລ້ານໂດລາ, ທຶນຊ່ວຍເຫຼືອລ້າ 44 ໂຄງການ ມູນຄ່າ 11,71 ລ້ານໂດລາ ແລະ ລັດສົມທົບ 2,43 ລ້ານໂດລາ, ກອງປະຊຸມໄດ້ຮັບຟັງການເຜີຍແຜ່ບົດແນະນໍາຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການຄຸ້ມຄອງການລົງທຶນປີ 2024, ຄຳແນະນໍາກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຕໍ່ໜ້າສຳລັບພະແນກການຂັ້ນແຂວງ ແລະ ຂັ້ນເມືອງ, ຮັບຟັງການປະກອບຄຳເຫັນ ຈາກພະແນກການອ້ອມຂ້າງແຂວງ ແລະ ບັນດາເມືອງຈໍານວນຫນຶ່ງ                   ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ທ່ານ ດວງຕາ ບົວລະວົງ ຮອງພາກວິຊາເສດຖະສາດເຕັກໂນໂລຊີປຸງແຕ່ງໄມ້ ຊ່ຽວຊານອຸດສາຫະກຳປຸ່ງແຕ່ງໄມ້ ແລະ ພັດທະນາຜະລິດຕະພັນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການຕັດຮອນກິ່ງຫງ່າຂອງຕົ້ນໄມ້ໃນວັນທີ 13 ມິຖຸນາວ່າ: ເນື່ອງຈາກວ່າມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງຖະໜົນເສດຖາທິຣາດໄດ້ມີຜົນກະທົບຕໍ່ຮາກໄມ້ ໂດຍສະເພາະໄດ້ມີການຈົກເຮັດໃຫ້ຮາກໄມ້ສ່ວນໃຫຍ່ມັນຂາດ ເຮັດໃຫ້ການຢືນໂຕຂອງຕົ້ນ ໄມ້ອາດຈະບໍ່ໝັ້ນຄົງ ແລະ ຕົ້ນໄມ້ຢູ່ລຽບຕາມແຄມທາງ ເປັນຕົ້ນໄມ້ທີ່ມີອາຍຸຫຼາຍສິບປີ ແລະ ຂະໜາດໃຫຍ່ສູງອາດຈະມີຄວາມສ່ຽງລົ້ມໃນໄລຍະລະດູຝົນ ເພື່ອເປັນການປ້ອງກັນຄວາມປອດໄພ ແລະ ອຸບັດເຫດທີ່ອາດຈະເກີດຂຶ້ນຈຶ່ງຈໍາເປັນຕ້ອງໄດ້ມີການຕັດຮອນກິ່ງຫງ່າໄມ້ຂອງຕົ້ນໄມ້ຈຳນວນ 61 ຕົ້ນ.
ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ; ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຜູ້ປະຈຳການພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ພິທີເຊັນສັນຍາຮັບເໝົາເກັບກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ ອອກຈາກໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ ຈັດຂຶ້ນໃນວັນທີ 12 ມິຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍແມ່ນບໍລິສັດ ອິນຊີເກັບກູ້ ແລະ ທຳລາຍລະເບີດ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ຊຶ່ງປະກອບມີ 3 ເສັ້ນທາງຄື: ເສັ້ນທາງແຕ່ບ້ານປາກພະນັງ ຫາ ບ້ານຊອກ ເມືອງບົວລະພາ ມີຄວາມຍາວ 19.01 ກິໂລແມັດ, ເສັ້ນທາງແຕ່ບ້ານນາຊອຍ ເມືອງເຊບັ້ງໄຟ ຫາ ບ້ານກະພະ-ນໍ້າມະລາ ເມືອງມະຫາໄຊ ຄວາມຍາວ 19.55 ກິໂລແມັດ ແລະ ເສັ້ນທາງແຕ່ບ້ານບຶງຫົວນາ ເມືອງເຊບັ້ງໄຟ ຫາ ບ້ານຜາໂຄ້ງ ເມືອງໄຊບົວທອງ ຄວາມຍາວ 53.02 ກິໂລແມັດ ຊຶ່ງລວມຄວາມຍາວທັງໝົດ 91.59 ກິໂລແມັດ.
ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ຊຸດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໃຫ້ແກ່ພະນັກງານຫ້ອງວ່າການສູນກາງພັກ ຊຶ່ງໄດ້ດຳເນີນມາເປັນເວລາ 2 ວັນ ໄດ້ປິດລົງໃນຕອນແລງວັນທີ 12 ມິຖຸນານີ້ ທີ່ ຫສພ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍ ມີພະນັກງານເຂົ້າຮ່ວມຝຶກອົບຮົບຈາກກົມຕ່າງໆພາຍໃນ ຫສພ ທັງໝົດ 40 ສະຫາຍ ຍິງ 17 ສະຫາຍ.
ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປ ລາວ) ໃຫ້ສະມາຊິກພັກພາຍໃນສະພາແຫ່ງຊາດ ຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ; ເປັນກຽດປະດັບຫຼຽນໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາແຫ່ງຊາດ, ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ກໍາມະການປະຈໍາພັກ ປະທານຄະນະກວດກາພັກ ຮອງປະທານສະພາແຫ່ງຊາດ; ມີບັນດາສະຫາຍກໍາມະການຄະນະບໍລິຫານງານພັກ, ອະດີດຄະນະປະຈໍາສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ພໍເຖິງເດືອນ 5-8 ຂອງທຸກໆປີ ແມ່ນລະດູການທີ່ໝາກນັດໃຫ້ຜົນຜະລິດແກ່ຊາວສວນ ກໍຄືສັງຄົມໄດ້ບໍລິໂພກຢ່າງເຕັມສ່ວນ, ໝາກນັດມີຫຼາຍສາຍພັນ ແຕ່ໃນບົດນີ້ຈະເວົ້າເຖິງໝາກນັດສາຍພັນນໍ້າເຜິ້ງ ທີ່ຊາວສວນຂອງບ້ານຜາເມືອງປູກໄວ້ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍສົ່ງອອກ ໃຫ້ລູກຄ້າທົ່ວໄປໄດ້ບໍລິໂພກເຊັ່ນກັນ.
ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ກົງຈິ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີບັນດາຮອງລັດຖະມົນຕີກະຊວງ; ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ແລະ ລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ມີບັນຍາກາດຟົດຟື້ນ ແລະ ບັນລຸຈຸດປະສົງທີ່ກຳນົດໄວ້. ອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນຍ້ອງຍໍໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມ ສນຊ ໂດຍການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ ໂດຍມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະກຳມະການ, ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ວັນທີ 9 ມີຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດໄຟຟ້າ ນ້ຳເທີນ 2 ຈໍາກັດ ໄດ້ມອບອາກອນກໍາໄລຈາກການຜະລິດໄຟຟ້າໃຫ້ລັດຖະບານ ລວມມູນຄ່າ 35,180,529 ໂດລາສະຫະລັດ.
ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ກອງປະຊຸມສະຫຼູບວຽກງານໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນີກ ວີຊາຊີບແບບປະສົມແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ.
ເພີ່ມເຕີມ