![]() |
ໃນກອງປະຊຸມ, ທ່ານ ພຸດທະວົງ ລິລິມທອງຫົວໜ້າຂະແໜງຈັດຕັ້ງບໍລິຫານ ພະແນກການເງິນໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ສິງກອນ ໄຊອິນຕອງ ຫົວໜ້າຫ້ອງການການເງິນເມືອງບໍ່ແຕນໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫງລັດປະຈຳ 10 ເດືອນ, ຊຶ່ງໄດ້ສະຫຼຸບຜົນງານ ມີດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການ 2 ເດືອນທ້າຍປີ ເພື່ອສູ້ຊົນຈັດເກັບລາຍຮັບ ຄຸ້ມຄອງລາຍຈ່າຍໃຫ້ໄດ້ຕາມແຜນທີ່ວາງໄວ້. ຕອນທ້າຍ, ທ່ານ ປະຖົມ ບຸນຍາວົງ ໄດ້ມີຄຳເຫັນສັງລວມ ແລະ ຊີ້ນຳໂດຍໄດ້ເນັນໃສ່ວຽກງານການ ເມືອງແນວຄິດຄວາມຮັບຜິດຊອບຂອງພະນັກງານຮັບປະກັນໃຫ້ມີຜົນສຳເຫຼັດ ເປັນຢ່າງດີ.
(ຂ່າວ: ສາຍຄຳ ບຸນຍາວົງ)

ຄໍາເຫັນ