ສືບຕໍ່ຢ້ຽມຢາມນະຄອນຫຼວງວຽງຈັນ

ພັນລະຍາ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສືບຕໍ່ຢ້ຽມຢາມນະຄອນຫຼວງວຽງຈັນ

ພັນລະຍາ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສືບຕໍ່ຢ້ຽມຢາມນະຄອນຫຼວງວຽງຈັນ
ໃນວັນທີ 6 ພະຈິກ ນີ້, ສະຫາຍ ນາງ ໂງ ເຟືອງ ລີ ພັນລະຍາເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ

 ໄດ້ສືບຕໍ່ຢ້ຽມຢາມສະຖານທີ່ສໍາຄັນຈໍານວນໜຶ່ງ ຢູ່ ນະຄອນຫຼວງວຽງຈັນ, ເປັນຕົ້ນແມ່ນ ໄດ້ໄປຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ ໂດຍມີ ສະຫາຍ ນາງ ນາລີ ສີສຸລິດ ພັນລະຍາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ. ໃນໂອກາດດັ່ງກ່າວ, ສະຫາຍ ນາງ ນາລີ ສີສຸລິດ ໄດ້ນໍາພາ ສະຫາຍ ນາງ ໂງ ເຟືອງ ລີ ຢ້ຽມຊົມຜະລິດຕະພັນຕ່າງໆທີ່ຜະລິດຈາກຜ້າໄໝລາວ ພ້ອມທັງໄດ້ຊົມການສາທິດການຜະລິດຕົວຈິງຢູ່ສະຖານທີ່ດັ່ງກ່າວ. ຫຼັງຈາກນັ້ນ, ສະຫາຍ ນາງ ໂງ ເຟືອງ ລີ ແລະ ຄະນະ ກໍໄດ້ໄປວັດສີເມືອງ ເພື່ອກາບໄຫວ້ສັກກາລະບູຊາ ເຈົ້າແມ່ສີເມືອງ ແລະ ຂໍພອນໄຊອັນປະເສີດຢູ່ວັດດັ່ງກ່າວ.

ໃນຕອນບ່າຍ, ສະຫາຍ ນາງ ໂງ ເຟືອງ ລີ ພັນລະຍາເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະ ກໍໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ, ໂດຍມີ ສະຫາຍ ນາງ ອາລຸນີ ກົມມະສິດ ພັນລະຍາ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ຄະນະສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ອອກສົ່ງຄະນະດັ່ງກ່າວ.

(ຂ່າວ: ກົມການຂ່າວ, ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ໃນວັນທີ 11 ກໍລະກົດຜ່ານມາ ທີ່ສຳນັກງານປະທານາທິບໍດີນະຄອນຫຼວງວຽນນາ​ ສາທາລະນະລັດ ໂອຕຣິດ,​ ທ່ານ ຄໍາເເພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ອາເລັກຊານເດີ ຟານເເດ ເບເລນ (H.E. Mr. Alexander Van der Bellen) ປະທານາທິບໍດີ ເເຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດໍາລົງຕໍາເເໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ.
ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ໃນລະຫວ່າງວັນທີ 15-16 ກໍລະກົດນີ້, ການນຳຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ໄດ້ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍທ່າແຮງຂອງຊາວໜຸ່ມເພື່ອການພັດທະນາໃນໂລກ” ທີ່ເມືອງຊູໂຈ ແຂວງຈຽງຊູ ສປ ຈີນ ຊຶ່ງນໍາພາໂດຍ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສຊປລ, ມີບັນດາການນໍາຈາກອົງການຈັດຕັ້ງຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຈາກ 100 ກວ່າປະເທດ ແລະ 17 ອົງການສາກົນໃນທົ່ວໂລກເຂົ້າຮ່ວມ.
ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ຕ້ອນຮັບ ແລະ ພົບປະທ່ານ ຫຼົວເວິ້ຍຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ໃນວັນທີ 15 ກໍລະກົດ ຜ່ານມາ ທີ່ສໍານັກງານໜັງສືພິມປະຊາຊົນ ໃນໂອກາດທີ່ທ່ານ ຫຼົວເວິ້ຍຈ້ຽນ ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ຄົນໃໝ່.
ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້ານອາຊະຍາກໍາຂ້າມ ຊາດ ໂດຍສະເພາະການຄ້າຂາຍຢາເສບຕິດ ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍ ການໃຫ້ກຽດເປັນປະທານຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ແລະ ທ່ານນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.
ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ໃນລະຫວ່າງວັນທີ 14-15 ກໍລະກົດນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ນໍາໂດຍສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມທະຫານເຂດຕາເວັນອອກ ກອງທັບສະຫະພັນຣັດເຊຍ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດລະຫວ່າງສອງກອງທັບລາວ-ຣັດເຊຍ ບົນພື້ນຖານຄວາມສະເໝີພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.
ເພີ່ມເຕີມ