ຢ້ຽມຢາມຮ້ານຫັດຖະກໍາປ້າແສນ

ພັນລະຍາເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຢ້ຽມຢາມແຂວງວຽງຈັນ

ພັນລະຍາເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຢ້ຽມຢາມແຂວງວຽງຈັນ
ໃນວັນທີ 5 ພະຈິກນີ້, ສະຫາຍ ນາງ ໂງ ເຟືອງ ລີ ພັນລະຍາເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຮ້ານຫັດຖະກໍາປ້າແສນ

ຢູ່ ບ້ານໂພນໝີເມືອງວຽງຄໍາແຂວງວຽງຈັນຊຶ່ງຝ່າຍລາວຕິດຕາມຄະນະນໍາໂດຍ ສະຫາຍ ນາງ ອາລຸນີ ກົມມະສິດພັນລະຍາ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ; ທີ່ຮ້ານຫັດຖະກໍາດັ່ງກ່າວ, ສະຫາຍ ນາງ ໂງ ເຟືອງ ລີ ແລະ ຄະນະ ໄດ້ຖືກຕ້ອນຮັບໂດຍ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງແຂວງວຽງຈັນ, ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ ກໍຄືສະພາບການຂະຫຍາຍຕົວຂອງຮ້ານຫັດຖະກໍາດັ່ງກ່າວ ແລະ ໄດ້ຢ້ຽມຊົມການຜະລິດສິນຄ້າຕົວຈິງຕື່ມອີກ. ຫຼັງຈາກນັ້ນ, ຄະນະຜູ້ແທນຂອງພັນລະຍາເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ກໍໄດ້ເດີນທາງໄປຢ້ຽມຢາມເມືອງວັງວຽງແຂວງວຽງຈັນ ເພື່ອທ່ຽວຊົມທີວທັດທໍາມະຊາດຂອງຕົວເມືອງວັງວຽງ ຊຶ່ງຄະນະໄດ້ໄປຢ້ຽມຊົມຖໍ້ານາງຟ້າ ແລະ ໄດ້ຮັບປະທານອາຫານທ່ຽງທີ່ໂຮງແຮມ S Boutique VangVieng ກ່ອນຈະເດີນທາງກັບຄືນນະຄອນຫຼວງວຽງຈັນ.

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ນາງ ໂງ ເຟືອງ ລີ ແລະ ຄະນະ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ທີ່ ພັດຕະຄານ ເຊນ ພິລາ, ຈັດໂດຍ ສະຫາຍ ນາງ ນາລີ ສີສຸລິດພັນລະຍາ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ, ທັງເປັນປະທານກິດຕິມະສັກສະມາຄົມຫັດຖະກໍາລາວ ເພື່ອເປັນກຽດໃຫ້ແກ່ບັນດາແຂກກິດຕິມະສັກ, ນັກສໍາມະນາກອນ ແລະ ຄະນະຜູ້ແທນເຂົ້າຮ່ວມທັງໝົດ ໃນກອງປະຊຸມສໍາມະນາ ແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 4-6 ພະຈິກ 2024.

(ຂ່າວ: ກົມການຂ່າວ,ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການເຕີບໂຕທາງດ້ານການບໍລິການ ລວມທັງໂລຈີສຕິກ ແລະ ການທ່ອງທ່ຽວ ຄວບຄູ່ໄປກັບຄວາມຕ້ອງການສົ່ງອອກທີ່ເພີ່ມຂຶ້ນ ສຳລັບພະລັງງານໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ
ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນບັນດາແຂວງຂອງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ພົບປະອວຍພອນ ປີໃໝ່ລາວ ພສ 2568.
ເພີ່ມເຕີມ