ພາສີແຂວງຄໍາມ່ວນ ອົບຮົມການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ

ພາສີແຂວງຄໍາມ່ວນ ອົບຮົມການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ

ພາສີແຂວງຄໍາມ່ວນ ອົບຮົມການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ
ຊຸດຝຶກອົບຮົມ ແລະ ແນະນໍາການໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ໃຫ້ເຈົ້າໜ້າທີ່ພາສີແຂວງຄໍາມ່ວນ ແລະ ຜູ້ປະກອບການນໍາເຂົ້າ-ສົ່ງອອກ ຈັດຂຶ້ນໃນວັນທີ 20 ພືດສະພານີ້ ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ທ່ານ ວິລະປະຊາ ຫຼວງອາມາດ ຫົວໜ້າພາສີແຂວງຄໍາມ່ວນ.

 

 

ທ່ານ ວິລະປະຊາ ຫຼວງອາມາດ ໄດ້ມີຄໍາເຫັນວ່າ: ການເປີດໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (Customs Warehouse Management System: CWMS) ແມ່ນມີຄວາມສໍາຄັນຫຼາຍສໍາລັບວຽກງານຂອງຂະແໜງພາສີ ເພາະເປັນລະບົບເອເລັກໂຕຣນິກ Web-Based Application ແບບລວມສູນ (Centralize), ສາມາດເຂົ້ານໍາໃຊ້ໄດ້ທຸກ Platforms (Desktop, Mobile, Table,…), ມີລະບົບຕິດຕາມແບບ Real-Time ເຊື່ອມຕໍ່ກັບລະບົບຄຸ້ມຄອງການຂົນສົ່ງຂ້າມແດນ ເອເລັກໂຕຣນິກ Cross Border Transport Management System (CBTM) ຂອງ LITFA ເພື່ອຮັບຂໍ້ມູນການຂົນສົ່ງ ການແຈ້ງພາສີກ່ອນລ່ວງໜ້າ ຂໍ້ມູນລາຍລະອຽດສິນຄ້າ ແລະ ສາມາດພັດທະນາເຊື່ອມຕໍ່ກັບລະບົບອື່ນຜ່ານ API ຮັບ - ສົ່ງ ຂໍ້ມູນ ທີ່ກ່ຽວພັນກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.

ການຝຶກອົບຮົມຄັ້ງນີ້, ແນໃສ່ໃຫ້ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການນໍາເຂົ້າ-ສົ່ງອອກ ມີຄວາມຮູ້ເຂົ້າໃຈກ່ຽວກັບລະບົບ, ການແຈ້ງຂໍ້ມູນ, ຂັ້ນຕອນການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ຂັ້ນຕອນການຊໍາລະຄ່າທໍານຽມບໍລິການຕ່າງໆ ຊຶ່ງຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ຄໍາແນະນໍາທີ່ຕິດພັນກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (CWMS) ເຊັ່ນ: ຂໍ້ຕົກລົງ ເລກທີ 0771/ກງ, ຂໍ້ຕົກລົງ 1197/ກງ, ແຈ້ງການແນະນໍາ 2755/ກງ ແລະ ຄໍາແນະນໍາ 3865/ກພສ. ທັງນີ້ກໍເພື່ອຮັບປະກັນໃຫ້ການນໍາໃຊ້ລະບົບການແຈ້ງພາສີ ແບບເອເລັກໂຕຣນິກກ່ອນລ່ວງໜ້າ ແລະ ການຄຸ້ມຄອງນໍາໃຊ້ລະບົບສາງພາສີ ທັນສະໄໝ ຢູ່ດ່ານພາສີສາກົນຂົວມິດຕະພາບ ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ມີຄວາມສອດຄ່ອງກັບລະບຽບການ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ, ຄ່ອງຕົວ, ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນແລະ ລາຍງານຄວາມຄືບໜ້າໃນການປະຕິບັດວຽກງານ 6 ເດືອນຄັ້ງທີໜຶ່ງຂອງປີ 2026 ກັບລັດຖະບານລາວໃນວັນທີ 14ສິງຫາຜ່ານມາ ຢູ່ໂຮງແຮມ ອາວານີ ພລັສ໌ ລ້ານຊ້າງ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ປຶກສາຫາລືແບບສອງສົ້ນຮ່ວມກັນລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານລາວ ກ່ຽວກັບເນື້ອໃນສໍາຄັນຂອງຜົນປະໂຫຍດຮ່ວມກັນ.
ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ໄຂໄພພິບັດ ຢູ່ແຂວງຫຼວງພະບາງ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ພົບ​ປະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງ​ພະ​ບາງ ໃນ​ວັນ​ທີ 24 ສິງ​ຫາ​ນີ້ ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງ, ໂດຍມີ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ແລະ ພະນັກງານ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າ​ຮ່ວມ.
ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງວຽງ​ຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີ I ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ໃນວັນທີ 23 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ການຕ້ອນຮັບ.
ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເພີ່ມເຕີມ