ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວເຕີບໃຫຍ່ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ

ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວເຕີບໃຫຍ່ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ

ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວເຕີບໃຫຍ່ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ
ສື່ມວນຊົນລາວ ກຳເນີດທ່າມກາງແປວໄຟປະຕິວັດຕິດພັນກັບຢາດເຫື່ອ, ເລືອດເນື້ອ ແລະ ແປວໄຟແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ. ພາຍໃຕ້ການນໍາພາຂອງພັກ ເຮັດໃຫ້ສື່ມວນຊົນລາວເຕີບໃຫຍ່ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.
ພາຍໃຕການນາພາຂອງພກ ສມວນຊນລາວເຕບໃຫຍ ເຂມແຂງ ຢາງບຢດຢງ - image 1
 

 

ໃນໂອກາດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ຮູ້ວ່າ: ສື່ມວນຊົນລາວ ກຳເນີດທ່າມກາງແປວໄຟປະຕິວັດຕິດພັນກັບຢາດເຫື່ອ, ເລືອດເນື້ອ ແລະ ແປວໄຟແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ, ພາຍໃຕ້ການນໍາພາຂອງພັກ, ວັນທີ 13 ສິງຫາ 1950 ທ່າມກາງຄວັນປືນ ແລະ ສົງຄາມປົດປ່ອຍຊາດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານ, ໃນວັນປະຫວັດສາດອັນສະຫງ່າລາສີນີ້, ໜັງສືພິມປະຕິວັດສະບັບທຳອິດໄດ້ເກີດຂຶ້ນພາຍໃຕ້ຊື່ “ໜັງສືພິມລາວອິດສະຫຼະ” ແລະ ໂຮງພິມລາວອິດສະຫຼະ ໄດ້ກຳເນີດຂຶ້ນຢ່າງເປັນທາງການ, ນີ້ຄືຈຸດເລີ່ມຕົ້ນຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍລາວ, ໂຮງພິມໃນຍຸກບຸກເບີກ ບໍ່ມີເຄື່ອງຈັກທັນສະໄໝ, ມີພຽງແຕ່ຄວາມຮັກຊາດອັນແຮງກ້າ ແລະ ສະຕິປັນຍາອັນສຽມແຫຼມ ໃນການປະຕິບັດບົດບາດເປັນກະບອກສຽງໃຫ້ແກ່ພັກ. ທ່າມກາງການຕໍ່ສູ້ປົດປ່ອຍຊາດ, ສື່ມວນຊົນລາວໄດ້ກາຍເປັນອາວຸດທາງດ້ານແນວຄິດ ທີ່ຊ່ວຍປຸກລະດົມຈິດໃຈຮັກຊາດ, ສ້າງຄວາມສາມັກຄີ ເພື່ອພັດທະນາສ້າງສາປະເທດຊາດ. ສື່ມວນຊົນລາວ ໄດ້ປະຕິບັດບົດບາດສໍາຄັນໃນຖານະ “ເປັນຂົວຕໍ່” ລະຫວ່າງ ພັກ, ລັດ ແລະ ສັງຄົມ. ບໍ່ພຽງແຕ່ນໍາເອົາແນວຄິດ, ແນວທາງ ແລະ ນະໂຍບາຍຂອງພັກ-ລັດ ໄປສູ່ປະຊາຊົນເທົ່ານັ້ນ ແຕ່ສື່ມວນຊົນຍັງເປັນພື້ນທີ່ສ່ອງແສງ ແລະ ແລກປ່ຽນຄວາມຄິດຄວາມເຫັນ ແລະ ຄວາມມຸ້ງຫວັງຂອງປະຊາຊົນ ເພື່ອໃຫ້ການພັດທະນາຊາດກ້າວໄປຢ່າງບໍ່ຢຸດຢັ້ງ ແລະ ທັນກັບການປ່ຽນແປງໃນແຕ່ລະໄລຍະ. ສື່ມວນຊົນເປັນກະບອກສຽງອັນແຫຼມຄົມໃຫ້ພັກ ແລະ ລັດ, ເປັນກຳລັງແຮງສໍາຄັນທີ່ສຸດ ໃນການຂັບເຄື່ອນວຽກງານການເມືອງ-ແນວຄິດ, ວັດທະນະທຳ, ເປັນເວທີແລກປ່ຽນຄວາມຄິດເຫັນຂອງມະຫາຊົນ ແລະ ເຄື່ອງມືໃນການສຶກສາອົບຮົມແນວຄິດຮັກຊາດ, ຮັກລະບອບໃໝ່ ແລະ ອຸດົມການຂອງພັກ ແລະ ລັດ ໃນແຕ່ລະໄລຍະປະຫວັດສາດ.

ປີ 1975 ສື່ມວນຊົນລາວ ໄດ້ກ້າວເຂົ້າສູ່ຍຸກໃໝ່ຍຸກແຫ່ງການຟື້ນຟູ ແລະ ພັດທະນາປະເທດ, ສື່ມວນຊົນ ມີບົດບາດສໍາຄັນໃນການຖ່າຍທອດຄວາມຮູ້, ການສ່ອງແສງຄວາມຈິງ ແລະ ສ້າງແຮງບັນດານໃຈໃຫ້ສັງຄົມ. ມາຮອດປີ 1993 ກົມການເມືອງສູນກາງພັກ ໄດ້ອອກມະຕິເລກທີ 36/ກມສພ, ລົງວັນທີ 19 ມິຖຸນາ 1993 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ເປັນເຂັມທິດຊີ້ບອກທາງໃຫ້ສື່ມວນຊົນຢຶດຖືເປັນອຸດົມການໃນການປະຕິບັດໜ້າທີ່ອັນສົມກຽດຂອງຕົນ ແລະ ຍາດໄດ້ຜົນສໍາເລັດເປັນກ້າວໆມາ.

ກ້າວເຂົ້າສູ່ຍຸກຂອງດີຈີຕອນ, ສື່ມວນຊົນລາວ ໄດ້ເຮັດໜ້າທີ່ເປັນກອງໜ້າບຸກທະລຸ, ເປັນຂົວຕໍ່ອັນສັກສິດທີ່ບໍ່ສາມາດຕັດແຍກລະຫວ່າງພັກກັບປະຊາຊົນ, ຖັນແຖວສື່ມວນຊົນໄດ້ປ່ຽນຢາດເຫື່ອ ແລະ ສະຕິປັນຍາ ໃຫ້ກາຍເປັນກະບອກສຽງອັນຊົງພະລັງປຸກລະດົມຈິດໃຈຮັກຊາດ ແລະ ຄວາມສາມັກຄີທົ່ວປວງຊົນລາວທັງຊາດ. ຜົນງານອັນຍິ່ງໃຫຍ່ໄດ້ຈາລຶກໄວ້ໃນ 4 ເສົາຄໍ້າແຫ່ງ ຜົນສໍາເລັດ:

1. ເປັນກອງໜ້າແນວຄິດສະໜາມຮົບໄຊເບີ, ນໍາພາຫາງສຽງສັງຄົມຢ່າງມີໄຊ ຕີຖອຍຖ້ອຍທຳນອງບິດເບືອນ, ຕອບໂຕ້ຂໍ້ມູນຂ່າວສານຂອງອິດທິກຳລັງປໍລະປັກຢ່າງວ່ອງໄວ, ທັນການ ແລະ ເດັດຂາດ;

2. ການຫັນປ່ຽນສູ່ສື່ດີຈີຕອນ, ຈາກສື່ມວນຊົນດັ້ງເດີມກ້າວເຂົ້າສູ່ສື່ດີຈີຕອນ, ປັນຍາປະດິດຢ່າງເຕັມຮູບແບບ; 3. ເປັນເວທີສາກົນທີ່ມີກຽດສະຫງ່າ ເປັນເຈົ້າການລາຍງານຂ່າວ ແລະ ເຫດການປະຫວັດສາດຂອງກອງປະຊຸມສາກົນ ແລະ ຢັ້ງຢືນບົດບາດຂອງລາວຕໍ່ຊາວໂລກ; 4. ສື່ມວນຊົນເຕີບໃຫຍ່ໄປພ້ອມກັບການພັດທະນາປະເທດຊາດ, ພັດທະນາໄປຕາມການປ່ຽນແປງຂອງຍຸກສະໄໝໃໝ່.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາ ມູນເຊື້ອວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2ກັນຍາ 2026), ໃຫ້ກຽດປາຖະກະຖາໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ໃນວັນທີ 21 ກັນຍາຜ່ານມາ, ຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ ຊຶ່ງນຳໂດຍທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ ດຳເນີນການສ້າງຂົວຂ້າມຫ້ວຍໂກນ ເພື່ອເຮັດໃຫ້ການໄປມາເຂົ້າສູ່ເຂດການຜະລິດມີຄວາມສະດວກ.
ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ໃນວັນທີ 21 ກັນຍາຜ່ານມາ, ທີ່ສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງສາລະວັນ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງ ຕິດພັນກັບການຍ້ອງຍໍຫຼຽນກາລະນຶກ 50 ປີ ໂດຍການເປັນປະທານຂອງສະຫາຍ ນາງ ຈັນທະຈອນ ຫວາດທະລາວົງ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ປະທານສະຫະພັນແມ່ຍິງແຂວງ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ແຂກຖືກເຊີນ ເຂົ້າຮ່ວມ.
ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

​ ສະມາຄົມຫັດຖະກຳລາວ ຮ່ວມກັບ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານຖະແຫຼງຂ່າວຕຽມຈັດ “ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25” ປະຈຳປີ 2026 ຂຶ້ນຢ່າງເປັນທາງການ, ໃນວັນທີ 21 ກັນຍານິ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ແຂວງເຊກອງ ເລັ່່ງໃສ່ການສ້າງທ່າແຮງພື້ນຖານສຳຄັນ ເພື່ອໃຫ້ກາຍເປັນສູນກາງທາງດ້ານອຸດສາຫະກໍາແຮ່ທາດໃນອະນາຄົດ ເພື່ອດຶງດູດການລົງທຶນຈາກພາກເອກະຊົນທັງ​ພາຍ​ໃນແລະຕ່າງ​ປະ​ເທດ ແລະ ສ້າງໂອກາດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວເພີ່ມຂຶ້ນ.
Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

ພິທີເປີດ Tree Koff ສາຂາໃໝ່ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາຜ່ານ​ມາ, ຢູ່ຂ້າງຫໍມູນເຊື້ອ 21 ມີນາ (ນໍ້າພຸ) ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີແຂກ​ຖືກ​ເຊີນເຂົ້າຮ່ວມ.
ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 18 ກັນຍາ 2026, ແຂວງຈຳປາສັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)ຂຶ້ນ, ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເລຂາ-ຮອງເລຂາພັກບັນດາເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ພິທີປິດງານແຂ່ງຂັນ Lao Digital Awards ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 20 ກັນຍານີ້ ທີ່ຕຶກອຸທິຍານດີຈີຕອນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ງານດັ່ງກ່າວໄດ້ດໍາເນີນໄປຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍພະລັງແຫ່ງຄວາມຄິດສ້າງສັນຂອງຄົນຮຸ່ນໃໝ່.
ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມັນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການ ຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ