ພ.ບ ສ້າງຄວາມເຂັ້ມແຂງໃຫ້ບັນດາລັດວິສາຫະກິດອ້ອມຂ້າງກະຊວງ

ໃນປີ 2023 ຜ່ານມາ,ບໍລິສັດ ໄຟຟ້າລາວ(ຟຟລ) ໄດ້ສຸມໃສ່ປະຕິບັດ 4 ມາດຕະການແກ້ໄຂໜີ້ສິນ ກໍຄືການປະຕິຮູບການດໍາເນີນທຸລະກິດ ໃຫ້ມີປະສິດທິຜົນ ໂດຍສູ້ຊົນຈັດຕັ້ງປະຕິບັດແຜນງານຕ່າງໆ ໃຫ້ເປັນຮູບປະທໍາຕາມການຮັບຮອງຂອງ ລັດຖະບານ, ສາມາດປັບປຸງໂຄງສ້າງບໍລິຫານອົງກອນ ແລະ ຈັດສັນແຜນງົບປະມານການບໍລິຫານ ຄຸ້ມຄອງຂອງ ຟຟລ ຄືນໃໝ່. ປັບປຸງໂຄງສ້າງລາຄາໄຟຟ້າພາກຈໍາໜ່າຍ ໃຫ້ສົມຄູ່ກັບຕົ້ນທຶນ. ເຈລະຈາປັບປຸງ ສັນຍາຊື້-ຂາຍໄຟກັບບັນດາ IPP ແລະ SPP. ສໍາເລັດ ການເຈລະຈາປັບໂຄງສ້າງໜີ້ກັບທະນາຄານ ແລະ ສະຖາບັນການເງິນ. 
   ຜ່ານການປະຕິບັດມາດຕະການແກ້ໄຂໜີ້ສິນໄລຍະຜ່ານມາ ເຖິງວ່າໄດ້ຮັບໝາກຜົນໃນລະດັບໜຶ່ງ, ແຕ່ສິ່ງທ້າທາຍທີ່ເກີດຂຶ້ນໃນແຕ່ລະປີ ແມ່ນສົ່ງຜົນກະທົບໂດຍກົງຕໍ່ການດໍາເນີນທຸລະກິດ ຂອງ ຟຟລ, ເຖິງ ແນວໃດກໍ່ຕາມ, ເພື່ອສືບຕໍ່ແກ້ໄຂບັນຫາຮອບດ້ານ ລັດຖະບານ ໄດ້ແຕ່ງຕັ້ງ ຄະນະປະຕິຮູບ ແລະ ຮັບຮອງ ແຜນປະຕິຮູບ ຟຟລ, ຊຶ່ງປະກອບດ້ວຍ 7 ກຸ່ມວຽກ, 26 ແຜນງານໃຫຍ່ ແລະ ອີກຫຼາຍກິດຈະກໍາຍ່ອຍ ເພື່ອແກ້ໄຂບັນຫາຂອງ ຟຟລ ກໍ່ຄືມະຫາພາກ ເພື່ອສ້າງຄວາມຍືນຍົງ ແລະ ຄວາມໝັ້ນຄົງທາງດ້ານພະລັງງານ ຂອງປະເທດ; ຊຸກຍູ້ ໃຫ້ລັດວິສາຫະກິດຖືຮຸ້ນລາວ ໃຫ້ໄດ້ເຂົ້າຖືຮຸ້ນເຂື່ອນຂະໜາດໃຫຍ່ຊຶ່ງປັດຈຸບັນ,ຢູ່ໃນຂັ້ນຕອນການຄົ້ນຄວ້າຄວາມເປັນໄປໄດ້ເຖິງປະສິດທິຜົນທາງດ້ານເສດຖະກິດຂອງໂຄງການ ແລະ ຄາດວ່າຈະມີການເຈລະຈາຖືຮຸ້ນໃນຕໍ່ໜ້າ. 
ຊຸກຍູ້ ໃຫ້ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ມີທຸລະກິດຫຼາກຫຼາຍຮູບແບບເປັນຂອງຕົນເອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນ ເປັນຕົ້ນແມ່ນ ການກໍ່ສ້າງສາຍສົ່ງ, ການຜະລິດເສົາເບຕົງ ແລະ ການຮ່ວມຮຸ້ນຂອງລັດວິສາຫະກິດຝຸ່ນຊີວະພາບ ເຂົ້າມາເປັນສ່ວນໜຶ່ງຂອງທຸລະກິດດັ່ງກ່າວ. ໄດ້ຊຸກຍູ້ ໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ ຮ່ວມມືກັບບັນດາບໍລິສັດໃນການພັດທະນາໂຄງການບໍ່ແຮ່ ຊຶ່ງປັດຈຸບັນ,ໄດ້ມີໂຄງການຮ່ວມມືຈໍານວນ 19 ບໍລິສັດ (ບາງບໍລິສັດມີຫຼາຍເຂດມີຫຼາຍໂຄງການ) ມີ 31 ເຂດ ເນື້ອທີ່ທັງໝົດ 6.355,31 ກມ ແລະ ໄດ້ແບ່ງອອກເປັນ 4 ກຸ່ມໃຫຍ່. ຊຸກຍູ້ ໃຫ້ ບໍລິສັດຜະລິດໄຟຟ້າລາວມະຫາຊົນ ໄດ້ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າໄດ້ຫຼາຍຮູບແບບທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນ ພະລັງງານນໍ້າ, ແສງຕາເວັນ, ພະລັງງານລົມ ແລະ ອື່ນໆ. 
(ຂ່າວ:ຕະວິນຍານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ