ກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະເທດປະຈໍາປີ 2024

ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ຍຸດທະສາດຮອດປີ 2030

ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ຍຸດທະສາດຮອດປີ 2030
(ເນື່ອງໃນໂອກາດກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະເທດປະຈໍາປີ 2024) 1. ຍຸດທະສາດພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2030. 1. ວຽກງານໂຄສະນາອົບຮົມ ຕິດພັນສະໜິດແໜ້ນກັບວຽກງານການເມືອງ-ແນວຄິດຂອງພັກ, ວຽກງານກໍ່ສ້າງ ແລະ ປັບປຸງພັກ ບົນພື້ນຖານໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ເອົາໃຈໃສ່ໂຄສະນາ, ປຸກລະດົມ, ສຶກສາອົບຮົມຄຸນທາດການເມືອງ,

 

ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດຂອງສະມາຊິກພັກ, ພະນັກງານ ຕາມເນື້ອໃນຈິດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI, XII ຂອງພັກ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່.

2. ວຽກງານໂຄສະນາອົບຮົມ ເປັນເຈົ້າການປະກອບສ່ວນໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມສະມາຊິກພັກ, ພະນັກງານ ແລະ ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມໃຫ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ປະກອບ ສ່ວນສ້າງຄວາມເຊື່ອໝັ້ນຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ອະນາຄົດຂອງປ ເທດຊາດ. ເອົາໃຈໃສ່ປ່ຽນແປງໃໝ່ທາງດ້ານເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດໃຫ້ທົ່ວເຖິງທຸກເປົ້າໝາຍໃນທົ່ວສັງຄົມ.

3. ວຽກງານໂຄສະນາອົບຮົມຕ້ອງເນັ້ນໜັກ ແລະ ຖືສຳຄັນຄຸນນະພາບ, ປະສິດທິຜົນ ໂດຍເລີ່ມຈາກການຍົກສູງຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ, ທຸກຂະແໜງການຕໍ່ວຽກງານໂຄສະນາອົບຮົມ ດ້ວຍການເອົາໃຈໃສ່ສ້າງແຜນງານ, ໂຄງການ, ແຜນການລະອຽດ ເພື່ອເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງ

ພັກໃນແຕ່ລະໄລຍະ.

4. ຄະນະໂຄສະນາອົບຮົມແຕ່ລະຂັ້ນ ຕ້ອງເປັນເສນາທິການທາງດ້ານການເມືອງ-ແນວຄິດ ທີ່ປະດິດສ້າງ, ມີໄຫວພິບ ແລະ ຄ່ອງຕົວໃຫ້ຄະນະພັກຂອງຕົນ. ພ້ອມກັນນັ້ນ, ກໍເປັນເຈົ້າການໃນການຄົ້ນຄວ້າສະຫຼຸບສັງລວມທິດສະດີ ແລະ ພຶດຕິກຳໃນຂົງເຂດໂຄສະນາອົບຮົມ, ກຳແໜ້ນສະພາບແນວຄິດ, ຫາງສຽງສັງຄົມ ແລະ ມີວິທີຕອບຕ້ານຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ, ທັງນຳພາແນວຄິດ, ຫາງສຽງສັງຄົມໃຫ້ຖືກທິດ ແລະ ທັນການ; ສ້າງເນື້ອໃນເອກະສານ, ຫຼັກສູດການສອນ-ການຮຽນ, ການໂຄສະນາປະເພດຕ່າງໆໃຫ້ມີຄຸນນະພາບ ແລະ ປະສິດທິຜົນ.

5. ປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມທຸກຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ກະທັດຮັດ ດ້ວຍການປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດໃຫ້ຈະແຈ້ງ; ມີກົນໄກເຄື່ອນໄຫວປະສານງານດຶງດູດເອົາສະຕິປັນຍາ ແລະ ທຶນຮອນຈາກຊັ້ນຄົນຕ່າງໆໃນສັງຄົມ ເຂົ້າໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ກວ້າງຂວາງ ແລະ ເລິກເຊິ່ງ; ປະກອບພາຫະນະ, ວັດຖຸອຸປະກອນທີ່ທັນສະໄໝ ແລະ ຈຳເປັນໃຫ້ພຽງພໍກັບຄວາມຕ້ອງການຂອງວຽກງານ.

6. ກໍ່ສ້າງ, ບຳລຸງຍົກລະດັບຖັນແຖວພະນັກງານທີ່ເຮັດວຽກໂຄສະນາອົບຮົມ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງ ແລະ ວິຊາສະເພາະ, ມີຄວາມຊຳນານໃນໜ້າທີ່ວຽກງານ ແລະ ມີຜູ້ຊ່ຽວຊານເພີ່ມຂຶ້ນ.

7. ເພີ່ມທະວິການພົວພັນຮ່ວມມືກັບບັນດາອົງການ ທີ່ເຮັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມຂອງບັນດາປະເທດເພື່ອນມິດ ໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ; ປະກອບສ່ວນສ້າງສະຕິເປັນເຈົ້າໃນການເຊື່ອມໂຍງພາກພື້ນ ແລະ ສາກົນ ບົນພື້ນຖານແນວທາງການຕ່າງປະເທດຂອງພັກເຮົາ.

(ຂໍ້ມູນຈາກ: ກົມອົບຮົມ ຄອສພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ