ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ
ກ້າວເຂົ້າສູ່ຍຸກສະໄໝໃໝ່, ເພື່ອຮັບປະກັນສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງນັ້ນ ຕ້ອງດໍາເນີນບົນຈິດໃຈ: "ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.
ເພມທະວບດບາດການນາພາຂອງພກ ພດທະນາສມວນຊນໄປສຄນນະພາບໃໝຢາງແຂງແຮງ - image 1
 

 

 

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ ໄດ້ຜ່ານບົດສະຫຼຸບຕີລາ ຄາ ສະພາບການຈັດຕັ້ງປະຕິບັດວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ທິດທາງຮອດປີ 2030 ຕໍ່ກອງປະ ຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ຊຶ່ງທ່ານໄດ້ຍົກໃຫ້ເຫັນທິດທາງພັດທະນາສື່ມວນຊົນລາວໄປສູ່ຄຸນນະພາບໃໝ່. ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ຕາມທິດ "ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ", ໜຶ່ງໃນວຽກງານສໍາຄັນຂອງໂຄສະນາອົບຮົມແມ່ນການປັບປຸງວຽກງານສື່ມວນຊົນ, ສ້າງຄວາມເຂັ້ມງວດໃນການຄຸ້ມຄອງບັນຊາສື່ມວນຊົນ, ພັດທະນາຖັນແຖວສື່ມວນຊົນໃຫ້ຕອບສະໜອງກັບເງື່ອນໄຂໃໝ່, ສ້າງການຫັນປ່ຽນໃນການຄຸ້ມຄອງນໍາໃຊ້ພາຫະນະ, ອຸປະກອນສື່ໃຫ້ກຸ້ມຄ່າ ແລະ ເກີດປະໂຫຍດສູງສຸດ ບົນຈິດ ໃຈປະຕິບັດນະໂຍບາຍປະຢັດຢ່າງມີປະສິດທິຜົນ. ໃນຊຸມປີຕໍ່ໜ້ານີ້, ຄອສພ ເດັດດ່ຽວຕັດສິນໃຈສືບຕໍ່ພັດທະນາວຽກງານສື່ມວນຊົນ ຕາມທິດຕົ້ນຕໍດັ່ງນີ້: ໜຶ່ງ. ປ່ຽນແປງຈິນຕະນາການໃໝ່ໃນການພັດທະນາວຽກງານສື່ມວນຊົນໃນຍຸກໃໝ່: ດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍແນວຄິດຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່ປະທານປະເທດ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນຄົບຮອບ 70 ປີໃຫ້ປະກົດຜົນເປັນຈິງ. ຕາມທິດທີ່ວ່າ: “ສື່ມວນຊົນແມ່ນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານ ອຸປະສັກ, ຜູ້ທີ່ມັກຄວາມຈິງ, ຜູ້ຍິງຖືກເປົ້າ” ໃຫ້ປະກົດເປັນຮູບປະທໍາເທື່ອລະກ້າວ. ພ້ອມກັນນັ້ນ, ຕ້ອງເດັດດ່ຽວຫັນໄປສູ່ຈິນຕະນາການເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ, ກ້າເຄື່ອນໄຫວເພື່ອຜົນປະໂຫຍດຂອງພັກ, ຂອງຊາດ; ສອງ. ເພີ່ມທະວີບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ ແລະ ສັງຄົມ: ຖືເອົາການກໍ່ສ້າງພັກເປັນປັດໄຈຕັດສິນ ໂດຍສ້າງໃຫ້ການຈັດຕັ້ງພັກ ໃນບັນດາອົງການສື່ມວນຊົນທຸກຂັ້ນ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ສ້າງຄວາມເຂັ້ມແຂງໃຫ້ກົງຈັກການຈັດຕັ້ງຂອງສື່ມວນຊົນທີ່ຢູ່ພາຍໃຕ້ບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມໃຫ້ ສາມາດຈັດຕັ້ງປະຕິບັດພາລະບົດ ບາດຂອງຕົນໄດ້ຢ່າງໜັກແໜ້ນ. ເປົ້າໝາຍສູງສຸດເພື່ອຮັບປະກັນໃຫ້ໄດ້ 4 ລັກສະນະອັນສັກສິດຂອງສື່ມວນຊົນປະຕິວັດ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້. ສື່ມວນຊົນຕ້ອງເປັນກະບອກສຽງທີ່ມີພະລັງໃນການເຄື່ອນໄຫວໂຄສະນາ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ, ຍົກສູງຈິດໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ເພິ່ງຕົນເອງ; ພ້ອມກັນອອກແຮງແຂ່ງຂັນສ້າງຂະບວນການຮັກຊາດ ແລະ ພັດທະນາໃຫ້ມີຄວາມຟົດຟື້ນ ແລະ ເປັນຮູບປະທໍາຢ່າງແທ້ຈິງ; ສ້າງ "ກອງນໍາໜ້າແນວຄິດ" ທີ່ຕອບໂຕ້ຂໍ້ມູນຂ່າວສານປອມແປງໄດ້ທັນທີ, ດ້ວຍການສ້າງຕັ້ງໜ່ວຍງານ ຕອບໂຕ້ໄວ ພາຍໃຕ້ການຊີ້ນໍາຂອງຄະນະພັກ ເພື່ອຕິດຕາມການເໜັງຕີງຂອງຫາງສຽງສັງຄົມ. ຕ້ອງຝຶກອົບຮົມນັກຂ່າວໃຫ້ມີທັກສະຂ່າວສານການຕ່າງປະເທດ ແລະ ສາມາດແກ້ໄຂຂໍ້ມູນທີ່ລະອຽດອ່ອນ ເພື່ອປົກປ້ອງພາບພົດການນໍາພາຂອງພັກ ໃນຍຸກທີ່ຂໍ້ມູນໄຫຼວຽນຢ່າງໄຮ້ພົມແດນ; ສາມ. ຍົກລະດັບຄວາມຮູ້ທາງດ້ານທິດສະດີການ ເມືອງ-ການປົກຄອງ ຕິດພັນກັບຍຸກດີຈີຕອນ ແລະ ປັນຍາປະດິດ: ໃນສະໜາມຮົບຂໍ້ມູນຂ່າວສານຍຸກ 4.0, ການປະກອບອາວຸດທາງແນວຄິດແມ່ນສິ່ງຂາດບໍ່ໄດ້. ຕ້ອງປະຕິບັດເຂັ້ມງວດ ລະບອບຮໍ່າຮຽນທິດສະດີການເມືອງຕິດພັນກັບການສະໜອງຂໍ້ມູນຂ່າວສານ; ປັບປຸງຄວາມຮັບຮູ້ໃໝ່ຂອງພະນັກງານ-ນັກຂ່າວ, ບັນນາທິການຂ່າວ ແລະ ນັກເຕັກນິກ ໃນບັນດາອົງການສື່ມວນຊົນຢ່າງຕໍ່ເນື່ອງ. ຕ້ອງພັດທະນາຖັນແຖວນັກຂ່າວ ແລະ ຜູ້ເຮັດວຽກສື່ມວນຊົນໃຫ້ຮັບປະກັນໃນການປະຕິບັດບົດບາດໃນຍຸກສະໄໝໃໝ່; ເລັ່ງສ້າງບຸກຄະລາກອນທີ່ມີຄວາມສາມາດຮອບດ້ານກ້າວທັນຍຸກດີຈີຕອນ ແລະ ປັນຍາປະດິດຢ່າງເປັນລະບົບ. ພ້ອມດຽວກັນນັ້ນ, ຕ້ອງຍົກສູງຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງຂອງຜູ້ບັນນາທິການຂ່າວສານ ເພື່ອຮັບປະກັນລັກສະນະພັກ, ລັກສະນະວິທະຍາສາດ ແລະ ທັນກັບຍຸກສະໄໝ ໃນທຸກໆຜົນຜະລິດຂອງສື່ມວນຊົນ; ສີ. ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິ ບັດຈັນຍາບັນວິຊາຊີບ: ປັບປຸງກົນໄກ ການຄຸ້ມຄອງລະບົບການຂຶ້ນທະບຽນນັກຂ່າວ, ການເຄື່ອນໄຫວຂອງສໍານັກຂ່າວສານ ແລະ ການອະນຸຍາດຕ່າງໆ ໃຫ້ຮັດກຸມຕາມກົດໝາຍກຳນົດໄວ້; ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງສະມາຄົມນັກຂ່າວແຫ່ງ ສປປລາວ ໃຫ້ປະຕິບັດຖືກຕ້ອງຕາມພາລະບົດບາດຢ່າງເປັນເຈົ້າການ; ພ້ອມນັ້ນ, ຕ້ອງເອົາໃຈໃສ່ຄຸ້ມຄອງ, ສະກັດກັ້ນ ແລະ ແກ້ໄຂສະພາບພະນັກງານ, ສະມາຊິກພັກ ແລະ ນັກຂ່າວທີ່ລະເມີດກົດໝາຍຢ່າງເດັດຂາດ. ຮັບປະກັນຄວາມເຂັ້ມງວດທາງດ້ານວິໄນ ແລະ ຈັນຍາບັນຂອງນັກຂ່າວ ເພື່ອສ້າງຄວາມສະເໜີພາບໃນສັງຄົມ ບົນພື້ນຖານກົດໝາຍກຳນົດໄວ້, ປົກປ້ອງພາບພົດອັນດີງາມຂອງນັກຮົບສື່ມວນຊົນປະຕິວັດ ບໍ່ໃຫ້ຖືກສັ່ນຄອນຈາກປະກົດການຫຍໍ້ທໍ້ພາຍໃນ. ປັບປຸງລະບອບ, ກົນໄກ, ແບບແຜນເຮັດວຽກຂອງອົງການສື່ມວນຊົນທັງ 5 ພາກສ່ວນທີ່ເປັນສ໌ຫຼັກຂອງລັດໃຫ້ກົມກຽວ ແລະ ມີຄຸນນະພາບ ແລະ ຄາດໝາຍສູ້ຊົນແມ່ນຄຸ້ມຄອງສື່ມວນຊົນທັງພາກລັດ ແລະ ເອກະຊົນ ພາຍໃຕ້ກົດໝາຍກໍານົດຢ່າງເຂັ້ມງວດ; ສື່ເອກະຊົນ ແລະ ຜູ້ມີອິດທິພົນທີ່ດໍາເນີນກິດຈະການເຜີຍແຜ່ຂໍ້ມູນຂ່າວສານຕ້ອງຂຶ້ນທະບຽນກັບກົມສື່ມວນຊົນຢ່າງເປີດເຜີຍຕາມກົດໝາຍ. ບັນດາສື່ຕ້ອງຍົກສູງສະຕິຄວາມຮັບຜິດຊອບທາງການເມືອງຕໍ່ກັບການປະຕິບັດສິດໜ້າທີ່ ແລະ ພັນທະຂອງຕົນ;ພັດທະນາສື່ມວນຊົນລາວ ເປັນຕົ້ນແມ່ນສື່ຫຼັກຂອງລັດ ແລະ ສື່ມວນຊົນໃນແຕ່ລະອົງການໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກ້າວເຂົ້າສູ່ຄຸນນະພາບໃໝ່, ມີຄວາມວ່ອງໄວ, ທັນສະໄໝ ແລະ ໜ້າເຊື່ອຖືໄດ້; ຮັບປະກັນໃຫ້ສື່ມວນຊົນສາມາດປະຕິບັດບົດບາດໃນນາມເປັນເຄື່ອງມື, ເປັນກະບອກສຽງອັນແຫຼມຄົມໃນການໂຄສະນາ, ເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ນໍາໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ໃນການຜະລິດຂ່າວ ແລະ ວິເຄາະຂໍ້ມູນ ເພື່ອໃຫ້ການນໍາສະເໜີຂ່າວມີຄວາມວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນ; ພັດທະນາເນື້ອຫາໃຫ້ມີຄວາມສ້າງສັນ ແລະ ເຂົ້າເຖິງຄົນຮຸ່ນໃໝ່. ສ້າງເນື້ອຫາທີ່ມີທັງ “ສາລະ” ແລະ “ຄວາມໜ້າສົນໃຈ” ຄວບຄູ່ກັນ. ການເລົ່າເລື່ອງຜ່ານວິດີໂອສັ້ນ, ສາລະຄະດີ, ພອດແຄສ ຫຼື ການນໍາສະເໜີແບບດີຈີຕອນທີ່ທັນສະໄໝ ໄປຄວບຄູ່ກັບການພັດທະນາບຸກຄະລາກອນທີ່ເຮັດວຽກໃນອົງການສື່ມວນຊົນ ໂດຍສະ ເພາະນັກຂ່າວຮຸ່ນໃໝ່ໃຫ້ມີທັກສະຮອບດ້ານ ທັງດ້ານວິຊາຊີບ, ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ຈັນຍາບັນວິຊາຊີບ; ນໍາໃຊ້ສື່ມວນຊົນເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງພັກຂອງຊາດ, ຮັກສາເອກະລັກ, ວັດທະນະທຳ ແລະ ຄຸນຄ່າຂອງຄວາມເປັນລາວ ຄວບຄູ່ໄປກັບການພັດທະນາທັນສະໄໝ, ປຸກລະດົມຄວາມສາມັກຄີປອງດອງ ແລະ ສ້າງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນໍາພາຂອງພັກ; ພ້ອມທັງປະຕິບັດບົດບາດເປັນອາວຸດອັນສໍາຄັນໃນການປົກປ້ອງແນວທາງ, ການຕອບໂຕ້ນະໂຍບາຍຫັນປ່ຽນໂດຍສັນຕິ, ຖ້ອຍທໍານອງບິດເບືອນ, ໃສ່ຮ້າຍປ້າຍສີຂອງຄົນບໍ່ດີທີ່ຫວັງມ້າງເພທຳລາຍລະບອບປະຊາທິປະໄຕປະຊາ ຊົນຂອງພວກເຮົາຢ່າງເດັດດ່ຽວໜຽວແໜ້ນ; ເມື່ອຮອດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 80 ປີ ສູ້ຊົນສ້າງໃຫ້ສີ່ຫຼັກຂອງລັດມີຄວາມໝັ້ນຄົງ ແລະ ສາມາດສ້າງລາຍຮັບກຸ້ມຕົນເອງໃຫ້ໄດ້ບໍ່ຕໍ່າກວ່າ 50% ຂອງລາຍຈ່າຍທັງໝົດໃນຈໍານວນ 2-3 ສໍານັກຂ່າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ