ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ

ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ

ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ
​ ຄວາມປອດໄພ ແລະ ສຸຂະພາບແຮງງານຖືເປັນສິ່ງສຳຄັນຕໍ່ຊາວຜູ້ອອກແຮງງານລາວ ຊຶ່ງພວກເຂົາເຫຼົ່ານັ້ນໄດ້ນໍາເອົາຜົນປະໂຫຍດອັນມະຫາສານມາໃຫ້ປະເທດຊາດ ຕາມຄຳຂວັນຂອງສາກົນທີ່ວ່າ: ພວກເຮົາບໍ່ສາມາດຖິ້ມຜູ້ໃດໄວ້ຂ້າງຫຼັງ ພວກເຮົາສົ່ງເສີມວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳຕໍ່ໝົດທຸກຄົນ.

 

 

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້: ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຄະນະກໍາມະການແຮງງານຂັ້ນແຂວງໃນວັນທີ 27 ຕຸລານີ້ວ່າ: ຕະຫຼອດຫຼາຍປີຜ່ານມາ ພັກເຮົາຍາມໃດກໍໄດ້ຊີ້ນໍາ-ນໍາພາອົງການຈັດຕັ້ງ ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນໃຫ້ເອົາໃຈໃສ່ປົກປ້ອງ, ຄຸ້ມຄອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານຕາມກົດໝາຍຢ່າງທົ່ວເຖິງ, ເຂັ້ມງວດ ແລະ ມີຄວາມຍຸດຕິທຳ.

ການບໍລິຫານວຽກງານແຮງງານ ຕະຫຼອດຫຼາຍທົດສະວັດຜ່ານມາແມ່ນພາຍໃຕ້ແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດທີ່ວາງອອກໃນແຕ່ລະໄລຍະ ພ້ອມດຽວກັນນັ້ນເພື່ອໃຫ້ສອດຄ່ອງ ຫຼື ຮອງຮັບໄດ້ຕໍ່ກົນໄກເສດຖະກິດຕະຫຼາດ, ການເຊື່ອມໂຍງສາກົນໃນນາມທີ່ປະເທດເຮົາເປັນສະມາຊິກຂອງອົງການແຮງງານສາກົນນັ້ນ. ຫຼັກການບໍລິຫານ ແລະ ການຄຸ້ມຄອງວຽກງານແຮງງານໂດຍສາມຝ່າຍ ຫຼື ກົນໄກສາມຝ່າຍ ກໍແມ່ນກົນໄກໜຶ່ງທີ່ໄດ້ນຳມາໃຊ້ ໂດຍມີອົງການສາມຝ່າຍເປັນຜູ້ຈັດຕັ້ງປະຕິບັດ, ໃນນັ້ນກະ ຊວງ ຮສສ ເປັນອົງການຂອງລັດເພື່ອຄຸ້ມຄອງວຽກແຮງງານຢ່າງລວມສູນ, ສູນກາງສະຫະພັນກຳມະບານລາວເປັນອົງການຜູ້ຕາງໜ້າຜູ້ອອກແຮງງານ ໃນການເຮັດບົດບາດສຶກສາອົບຮົມ, ສ້າງຄວາມເຂັ້ມແຂງທາງດ້ານກົດໝາຍໃຫ້ແກ່ຊາວຜູ້ອອກແຮງງານ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານແຮງງານຂອງປະເທດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ເຮັດບົດບາດໃນການສຶກສາອົບຮົມ, ສ້າງຄວມຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດວຽກງານແຮງງານ. ເພື່ອເຮັດໃຫ້ການເຮັດວຽກຮ່ວມກັນຂອງອົງການສາມຝ່າຍມີປະສິດທິພາບ ຜູ້ອອກແຮງງານໄດ້ຮັບຜົນປະໂຫຍດສູງສຸດນັ້ນ ນິຕິກຳທີ່ເປັນເຄື່ອງມືນຳໃຊ້ແມ່ນສິ່ງທີ່ຈຳເປັນທີ່ສຸດ ຕໍ່ບັນຫານີ້ນອກຈາກກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍກໍາມະບານລາວ ແລະ ນິຕິກໍາຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລ້ວ ລັດຖະບານໄດ້ອອກດຳລັດ ວ່າດ້ວຍຄະນະກຳມະການແຮງງານແຫ່ງຊາດສະບັບເລກທີ 571/ນຍ, ລົງວັນທີ 20 ກັນຍາ 2021 ທີ່ຜ່ານມາ ຖືເປັນເຄື່ອງມືສໍາຄັນທີ່ສຸດໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງການສາມຝ່າຍພວກເຮົາ.

ຜ່ານການຈັດຕັ້ງປະຕິບັດວຽກງານຮ່ວມກັນຂອງຄະນະກຳມະການແຮງງານແຫ່ງຊາດ ພວກເຮົາສາມາດເຮັດໃຫ້ສາຍພົວພັນດ້ານແຮງງານຢູ່ພາຍໃນປະເທດມີຄວາມສະຫງົບ ຜູ້ອອກແຮງງານລາວໄດ້ເຮັດວຽກໃນເງື່ອນໄຂ ແລະ ສະພາບແວດລ້ອມທີ່ມີການປັບປຸງໃຫ້ດີຂຶ້ນເປັນກ້າວໆ ສະແດງໃຫ້ເຫັນຢູ່ບ່ອນວ່າ ພວກເຮົາໄດ້ເອົາໃຈຮ່ວມກັນໃນການສ້າງ ແລະ ປັບປຸງລະບຽບການດ້ານແຮງງານໃຫ້ມີຢ່າງພຽງພໍ ແລະ ເໝາະສົມ, ຂໍ້ຂັດແຍ່ງທາງດ້ານແຮງງານໄດ້ຫຼຸດລົງ ຖ້າທຽບໃສ່ຫຼາຍປີຜ່ານມາ, ຄ່າແຮງງານຂັ້ນຕ່ຳໄດ້ຮັບການປັບປຸງຫຼາຍຄັ້ງຕາມຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຄ່າຄອງຊີບ, ອຸບັດເຫດແຮງງານໄດ້ຮັບການເອົາໃຈໃສ່ປ້ອງກັນ ເຮັດໃຫ້ມີຈຳນວນຜູ້ເກີດອຸບັດເຫດ ແລະ ເປັນພະຍາດອາຊີບຈາກການເຮັດວຽກຢູ່ໃນເກນມາດຕະຖານພາກພື້ນ ແລະ ສາກົນ, ຈຳນວນການມີວຽກເຮັດງານທຳຂອງກຳລັງແຮງງານໃນຂົງເຂດທຸລະກິດ, ການຜະລິດ ແລະ ການບໍລິການ ທັງຢູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດມີທ່າຂະຫຍາຍຕົວເພີ່ມຂຶ້ນ, ໄດ້ຝຶກ ແລະ ຍົກລະດັບສີມືແຮງງານຕາມຄວາມເໝາະສົມ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານເປັນກ້າວໆມາ, ການປົກປ້ອງທາງສັງຄົມໄດ້ຄວບຄຸມເອົາສ່ວນຫຼາຍ ໂດຍສະເພາະແມ່ນລະບົບປະກັນສັງຄົມ, ລະບົບປະກັນສຸຂະພາບ ແລະ ສະຫວັດດີການດ້ານແຮງງານໄດ້ຮັບການພັດທະນາດີຂຶ້ນ, ພາກລັດ ແລະ ເອກະຊົນມີສ່ວນຮ່ວມເຂົ້າໃນວຽກງານດ້ານແຮງງານຫຼາຍຂຶ້ນ. ສຳລັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍສະເພາະການປະຕິບັດພັນທະໃນນາມປະເທດເຮົາເປັນສະມາ ຊິກຂອງອົງການແຮງງານສາກົນ. ໃນ 5 ປີຜ່ານມາ, ພວກເຮົາສາມາດນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການດ້ານແຮງງານຂອງລັດໄປເຜີຍແຜ່ໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ, ໃຫ້ຄວາມຢືນຢັນ ແລະ ຊີ້ແຈງເພື່ອຮັບປະກັນຄວາມຖືກຕ້ອງ ແລະ ເປັນທຳຕໍ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວຕາມມາດຕະຖານແຮງງານສາກົນ ໂດຍສະເພາະຕໍ່ບັນດາສົນທິສັນຍາທີ່ ສປປ ລາວ ໄດ້ເປັນພາຄີ ພ້ອມດຽວກັນນັ້ນ, ສາມອົງການພວກເຮົາຍັງໄດ້ຄົ້ນຄວ້າ ແລະ ສະເໜີໃຫ້ລັດຖະ ບານຮັບຮອງ ຫຼື ເຂົ້າເປັນພາຄີຕໍ່ສົນທິສັນຍາແຮງງານສາກົນໄດ້ເພີ່ມອີກ 2 ສະບັບກ່ຽວກັບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຊຶ່ງເຫັນວ່າມີຜົນປະໂຫຍດຕໍ່ປະເທດ ຕໍ່ຊາວຜູ້ອອກແຮງງານລາວ. ພວກເຮົາສາມາດຮັກສາໄດ້ຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຈາກສາກົນ ຕໍ່ການນຳພາຂອງພັກ ໂດຍສະ ເພາະຕໍ່ການເຄົາລົບສິດ, ຜົນປະໂຫຍດ ແລະ ຄວາມຍຸດຕິທຳໃນການເຮັດວຽກຂອງຜູ້ອອກແຮງງານລາວ ຕາມຄຳຂວັນຂອງສາກົນທີ່ວ່າ ພວກເຮົາບໍ່ສາມາດຖິ້ມຜູ້ໃດໄວ້ຂ້າງຫຼັງ ພວກເຮົາສົ່ງເສີມວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳຕໍ່ໝົດທຸກຄົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ