ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ, ກະຊວງການເງິນ ກໍຄືຂະແໜງການຕ່າງໆທີ່ກ່ຽວຂ້ອງໄດ້ຕັດສິນໃຈສູງໃນການເລັ່ງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຟື້ນຟູເສດຖະກິດແຫ່ງຊາດ ຫຼັງຜົນກະທົບຈາກການລະບາດພະຍາດໂຄວິດ-19 ພ້ອມທັງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ໄດ້ສ້າງເງື່ອນໄຂໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ (ສະເລ່ຍ 4.2% ຕໍ່ປີ), ຄວາມບອບບາງດ້ານເສດຖະກິດມະຫາພາກໄດ້ຮັບການແກ້ໄຂເປັນກ້າວໆ ເປັນຕົ້ນອັດຕາເງິນເຟີ້ຫຼຸດລົງຢູ່ໃນລະດັບ 1 ໂຕເລກ (ເດືອນພະຈິກ 2025 ຢູ່ໃນລະດັບ 4.8%), ອັດຕາແລກປ່ຽນມີສະຖຽນລະພາບ, ສໍາລັບວຽກງານການເງິນ, ສາມາດຂະຫຍາຍຖານລາຍຮັບງົບປະມານເພີ່ມຂຶ້ນຢ່າງພົ້ນເດັ່ນ (ຈາກລະດັບ 15.1% ໃນປີ 2021 ມາເປັນປະມານ 20% ຂອງ GDP ໃນປີ 2025) ແລະ ປະຕິບັດລາຍຮັບເກີນແຜນທຸກປີ. ພ້ອມກັນນັ້ນ, ໄດ້ເຂັ້ມງວດປະຕິບັດລາຍຈ່າຍຕາມທິດປະຢັດ ແລະ ມີປະສິດທິຜົນ ເຮັດໃຫ້ສະພາບການຂາດດຸນງົບປະມານກ້າວໄປສູ່ການສົມດຸນ ແລະ ເກີນດຸນທີ່ຕັ້ງໜ້າກວ່າເກົ່າ. ພ້ອມນີ້, ສາມາດຊຳລະໜີ້ສິນໃຫ້ຫຼຸດລົງເທື່ອລະກ້າວ, ຍົກລະດັບຄວາມໜ້າເຊື່ອຖືດີຂຶ້ນ ເຮັດໃຫ້ໜີ້ສິນຢູ່ໃນລະດັບຄຸ້ມຄອງໄດ້ (ຫຼຸດຈາກ 112% ໃນປີ 2022 ມາເປັນ 88% ຂອງ GDP ໃນປີ 2025).
ເຖິງວ່າມີຜົນສໍາເລັດຫຼາຍດ້ານ, ແຕ່ກໍຍັງມີຂໍ້ຄົງຄ້າງ-ສິ່ງທ້າທາຍຈໍານວນໜຶ່ງ ທີ່ສາມາດຖອດຖອນເປັນບົດຮຽນ ເພື່ອເພີ່ມທະວີສ້າງຄວາມເຂັ້ມແຂງເສດຖະກິດມະຫາພາກໃນຕໍ່ໜ້າຄື: ການຂະຫຍາຍຕົວເສດຖະກິດທີ່ຕໍ່ເນື່ອງ ແລະ ຍືນຍົງ ໂດຍນໍາໃຊ້ຂະແໜງເສດຖະກິດທີ່ມີທ່າແຮງບົ່ມຊ້ອນ ໄປຄຽງຄູ່ກັບການຄຸ້ມຄອງທີ່ມີປະສິດທິຜົນ ແລະ ເຂັ້ມງວດ ປະຕິບັດນິຕິກຳທີ່ກ່ຽວຂ້ອງຕາມທິດ ສອຈ, ມີການດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຊຸກຍູ້ການຜະລິດ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ; ການປັບປຸງນິຕິກຳ, ກົນໄກ ແລະ ເຄື່ອງມືການຄຸ້ມຄອງວຽກງານການເງິນ-ເງິນຕາ ທີ່ເຂັ້ມງວດ ແລະ ທັນສະໄໝ ແມ່ນປັດໄຈຍົກສູງການຄຸ້ມຄອງເສດຖະກິດມະຫາພາກທີ່ມີປະສິດທິຜົນ; ຕ້ອງເປັນເຈົ້າໃນການຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ-ລັດຖະບານໃຫ້ເປັນແຜນງານ ແລະ ໂຄງການໃນແຕ່ລະດ້ານຢ່າງເປັນຮູບປະທຳ, ປັບປຸງກົນໄກການປະສານງານ, ເຮັດວຽກຮ່ວມກັນຢ່າງແທ້ຈິງ, ມີການນໍາໃຊ້ລະບົບສະຖິຕິ ແລະ ລະບົບທັນສະໄໝໃນການຕິດຕາມ ແລະ ຄຸ້ມຄອງໃນແຕ່ລະວຽກງານ. ສະນັ້ນ, ເພື່ອສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ. ຮຽກຮ້ອງໃຫ້ສືບຕໍ່ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າຕາມທິດ ສອຈ, ຈະໄດ້ສຸມໃສ່ສ້າງການຂະຫຍາຍຕົວເສດຖະກິດຮູບແບບໃໝ່ທີ່ຕັ້ງໜ້າກວ່າເກົ່າ ໂດຍເລັ່ງປັບປຸງກໍາລັງແຮງງານໃຫ້ມີຄຸນນະພາບສູງ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ເພື່ອຍົກປະສິດທິພາບຖານການຜະລິດ ແລະ ບໍລິການພາຍໃນໃຫ້ສູງຂຶ້ນ; ເພີ່ມທະວີການລະດົມທຸກແຫຼ່ງກຳລັງຈາກພາກສ່ວນເສດຖະກິດ ໂດຍສຸມໃສ່ການພັດທະນາເສດຖະກິດພາກເອກະຊົນທີ່ເຂັ້ມແຂງຕາມທິດ ສອຈ, ຫັນເຂົ້າສູ່ລະບົບທາງການ, ສ້າງສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກການລົງທຶນທີ່ດີຕາມທິດເລືອກເຟັ້ນ, ຄຸນນະພາບ ແລະ ຍືນຍົງ, ເລັ່ງປັບປຸງລັດວິສາຫະກິດທີ່ສໍາຄັນໃຫ້ສາມາດເຄື່ອນໄຫວມີຜົນກຳໄລ ແລະ ປະກອບສ່ວນຕໍ່ງົບປະມານລັດ; ເລັ່ງຂະຫຍາຍຖານລາຍຮັບງົບປະມານ ໂດຍການຄົ້ນຄວ້າເພີ່ມອັດຕາພາສີ-ອາກອນຈໍານວນໜຶ່ງທີ່ເປັນທ່າແຮງ ແລະ ຊຸກຍູ້ໃຫ້ມີການປຸງແຕ່ງວັດຖຸດິບພາຍໃນ; ຂະຫຍາຍຖານລາຍຮັບໃຫ້ເຂົ້າສູ່ລວງເລິກ; ເລັ່ງຫັນຫົວໜ່ວຍວິສາຫະກິດທັງໝົດໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ; ຢຸດຕິການຍົກເວັ້ນ ແລະ ເຂັ້ມງວດຕໍ່ການຫຼຸດຜ່ອນພາສີ-ອາກອນທີ່ນອກເໜືອກົດໝາຍກຳນົດ; ສືບຕໍ່ປັບປຸງປະສິດທິຜົນດ້ານລາຍຈ່າຍງົບປະມານ ໂດຍການປັບປຸງນິຕິກຳທີ່ກ່ຽວຂ້ອງຈໍານວນໜຶ່ງ, ປັບປຸງການຕິດຕາມ ແລະ ປະເມີນປະສິດທິຜົນດ້ານລາຍຈ່າຍ ໂດຍອີງໃສ່ຜົນໄດ້ຮັບຕົວຈິງຕໍ່ເສດຖະກິດ, ເພີ່ມງົບປະມານໃຫ້ໂຄງການດ້ານຊັບພະຍາກອນມະນຸດ ແລະ ການແກ້ໄຂຄວາມ ທຸກຍາກໃຫ້ຫຼາຍຂຶ້ນ, ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂໜີ້ສິນຢ່າງມີແຜນການ, ຈຸດສຸມ ແລະ ມີປະສິດທິຜົນ; ເຂັ້ມງວດປະຕິບັດວິໄນແຜນການ ແລະ ການເງິນແຕ່ຂັ້ນສູນກາງຮອດທ້ອງຖິ່ນ; ສືບຕໍ່ເລັ່ງການຫັນເປັນທັນສະໄໝໃນຂະແໜງການເງິນ, ສ້າງຖານຂໍ້ມູນ ແລະ ເຊື່ອມຕໍ່ລະບົບເຂົ້າກັບທຸກຂະແໜງການທີ່ມີລາຍຮັບ-ລາຍຈ່າຍໃຫ້ທົ່ວເຖິງ ແລະ ວ່ອງໄວ; ຍົກລະດັບລະບົບຂໍ້ມູນສະຖິຕິເປັນທັນສະໄໝ; ສືບຕໍ່ປັບປຸງນະໂຍບາຍ ແລະ ກົນໄກດ້ານເງິນຕາໃຫ້ສອດຄ່ອງ, ຄຸ້ມຄອງຕະຫຼາດເງິນຕາໃຫ້ເຂົ້າສູ່ລະບົບ, ຮັດກຸມ ແລະ ເຂັ້ມງວດ, ຄຸ້ມຄອງກະແສໄຫຼເຂົ້າ-ອອກຂອງເງິນຕາຕ່າງປະທດ, ເພີ່ມທະວີການສ້າງເຄື່ອງມື ແລະ ມາດຖານໃນການຄຸ້ມຄອງລະບົບທະນາຄານທຸລະກິດ, ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂຄງການສິນເຊື່ອ ເພື່ອຊຸກຍູ້ຂະແໜງການຜະລິດ ແລະ ບໍລິການພາຍໃນທີ່ເປັນບຸລິມະສິດ.
ຄໍາເຫັນ