ເຜີຍແຜ່ດຳລັດການຄຸ້ມຄອງໃບເກັບເງິນ-ເລກປະຈໍາຕົວຜູ້ເສຍອາກອນ ແລະ ນິຕິກໍາກ່ຽວຂ້ອງ

ເຜີຍແຜ່ດຳລັດການຄຸ້ມຄອງໃບເກັບເງິນ-ເລກປະຈໍາຕົວຜູ້ເສຍອາກອນ ແລະ ນິຕິກໍາກ່ຽວຂ້ອງ
ກົມສ່ວຍສາອາກອນກະຊວງການເງິນ ສືບຕໍ່ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ, ດໍາລັດວ່າດ້ວຍເລກປະຈໍາຕົວຜູ້ເສຍອາກອນ ແລະ ນິຕິກໍາທີ່ກ່ຽວຂ້ອງຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍມີ ທ່ານນາງ ພວງສີ ເພົ້າລາວັນ ຮອງຫົວໜ້າພະແນກການເງິນ ນວ, ມີສ່ວຍສາອາກອນ ປະຈໍາ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ທໍາມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວວ່າ: ການເຜີຍແຜ່ ຄັ້ງນີ້ ເພື່ອໃຫ້ພະນັກງານສ່ວຍສາອາກອນ 9 ເມືອງ, ຂະແໜງການກ່ຽວຂ້ອງພາຍໃນ ນວ ໄດ້ຮັບຮູ້, ເຂົ້າໃຈໃນການຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆ ທັງເປັນການສົ່ງເສີມການດໍາເນີນທຸລະກິດຂອງຜູ້ປະກອບການໄດ້ຮັບຮູ້, ເຂົ້າໃຈການປະຕິບັດພັນທະອາກອນໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍ. ສ່ວນໃບເກັບເງິນແມ່ນໜຶ່ງໃນປັດໄຈຕົ້ນຕໍ ແລະ ສໍາຄັນທີ່ເຮັດໜ້າທີ່ໃນການຢັ້ງຢືນການຊື້-ຂາຍສິນຄ້າ ແລະ ການບໍລິການ, ເປັນເອກະສານຫຼັກຖານໃນການລົງບັນຊີລາຍຮັບ, ລາຍຈ່າຍ, ການຫັກ, ການຂໍຄືນເງິນອາກອນຂອງບັນດາຫົວໜ່ວຍທຸລະກິດ.
    ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ຊຸກຍູ້ ແລະ ສົ່ງເສີມໃຫ້ມີການນໍາໃຊ້ໃບເກັບເງິນເອເລັກໂຕຣນິກ ໃນບັນດາບໍລິສັດໃຫ້ນັບມື້ເພີ່ມຂຶ້ນ, ສ່ວນບັນດາຫ້າງຮ້ານ (ຮ້ານສະດວກຊື້) ກໍໃຫ້ນໍາໃຊ້ໃບເກັບເງິນທີ່ພິມອອກຈາກເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ, ແຕ່ການນຳໃຊ້ດັ່ງກ່າວຕ້ອງຂໍອະນຸຍາດຈາກຂະແໜງ ສ່ວຍສາອາກອນເພື່ອໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການກຳນົດ, ຖ້າຫາກບໍລິສັດຫຼືຫ້າງຮ້ານໃດຫາກມີການນໍາໃຊ້ໃບເກັບເງິນເອເລັກໂຕຣນິກ ຫຼື ໃບເກັບເງິນທີ່ພິມອອກຈາກເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການໃນໄລຍະຜ່ານມາແລ້ວ ກໍໃຫ້ໄປຂໍການອະນຸຍາດ ແລະ ຮັບຮອງຈາກກົມສ່ວຍສາອາກອນ.
    ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ດຳລັດ ວ່າດ້ວຍການຄຸ້ມຄອງໃບເກັບເງິນສະບັບເລກທີ 297/ລບ, ລົງວັນທີ 20 ສິງຫາ 2022 ຊຶ່ງໃບເກັບເງິນດັ່ງກ່າວມີບົດບາດສໍາຄັນໃນການຄຸ້ມຄອງ, ຕິດຕາມການເກັບຄ່າທຳນຽມ ແລະ ຄ່າບໍລິການເຂົ້າງົບປະມານ ແລະ ຢັ້ງຢືນລາຍຮັບ, ລາຍຈ່າຍທີ່ຕິດພັນກັບຮ່ວງເງິນບໍລິ ຫານ ເພື່ອຮັບປະກັນຜົນປະໂຫຍດຂອງພາກລັດ ແລະ ຫົວໜ່ວຍທຸລະກິດ, ໃບເກັບເງິນຈະເປັນຕົວຢັ້ງຢືນຄວາມເປັນຈິງຂອງການຊື້-ຂາຍສິນຄ້າ ແລະ ການບໍລິການ ແລະ ການຄຸ້ມຄອງເກັບລາຍຮັບເຂົ້າແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍ ແລະ ດຳລັດວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ ສະບັບເລກທີ 213/ລບ, ລົງວັນທີ 2 ມິຖຸນາ 2023 ກໍແມ່ນເລກລະຫັດທີ່ອອກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ທີ່ມີພັນທະເສຍອາກອນຢູ່ໃນດິນແດນ ສປປ ລາວ ຊຶ່ງເປົ້າໝາຍຜູ້ທີ່ຈະຕ້ອງມີເລກປະຈາຕົວຜູ້ເສຍອາກອນ ແມ່ນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ດຳເນີນທຸລະກິດ ຫຼື ເຄື່ອນໄຫວ ອື່ນໆທີ່ມີລາຍໄດ້ ຊຶ່ງມີພັນທະຕ້ອງເສຍອາກອນ. ພ້ອມນັ້ນຍັງໄດ້ຮັບຟັງການນໍາສະເໜີຄຳສັ່ງ ສະບັບເລກທີ 2804/ກງ, ລົງວັນທີ 15 ກັນຍາ 2023 ແລະ ນິຕິກຳຕ່າງໆກ່ຽວຂ້ອງຈໍານວນໜຶ່ງ. 
ຂ່າວ: ກະຊວງການເງິນ

   

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ໃນວັນທີ 19 ພຶດສະພາ ນີ້ ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ Eleven Gold Fruit ກັບ ບໍລິສັດ Nanjing Qiandu Culture Technology Co.,LTD ວ່າດ້ວຍການຮ່ວມມືຊື້-ຂາຍ ຖຸລຽນລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ທ່ານ ກ່າວ ຊິ້ວຢູ ປະທານ ບໍລິສັດ ໜານຈິງຊຽນຕູ້ ວັດທະະທຳ ແລະ ເຕັກໂນໂລຊີ ຈຳກັດຜູ້ດຽວ, ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດ Eleven Gold Fruit ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ສູນກະສິກໍາສະອາດ ຈັດຝຶກອົບຮົມໃຫ້ເປັນຄູຝຶກ ກ່ຽວກັບການທົບທວນຄືນເຕັກນິກການຜະລິດພືດຜັກ ແລະ ການວິໄຈ, ການປ້ອງກັນພະຍາດ-ແມງໄມ້ ສຳລັບພືດຜັກ ທີ່ເປັນມິດຕໍ່ສິ່ງແວດລ້ອມ; ການ ຜະລິດພືດຜັກທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນການຜະລິດໃນໄລຍະລະດູຝົນ ກໍຄືເດືອນມີນາ ຫາ ເດືອນກັນຍາ ເນື່ອງຈາກໃນໄລຍະນີ້ແມ່ນສະພາບດິນຟ້າອາກາດບໍ່ເໝາະສົມຕໍ່ການຜະລິດ ໝາກເລັ່ນ, ໝາກເຜັດ, ຜັກກະລໍ່າປີ ແລະ ຜັກບົ່ວແບ່ງ ເພາະວ່າໃນໄລຍະນີ້ມີການລະບາດຂອງພະຍາດ ແລະ ແມງໄມ້ເປັນສ່ວນໃຫຍ່ ເຮັດໃຫ້ພືດຜັກມີຄວາມເສຍຫາຍ, ຜົນຜະລິດຫຼຸດລົງ ແລະ ບໍ່ສາມາດຕອບສະ ໜອງໃຫ້ຜູ້ບໍລິໂພກພາຍໃນຢ່າງພຽງພໍ ໃນໄລຍະລະດູຝົນແມ່ນຕ້ອງໄດ້ນໍາໃຊ້ສານເຄມີຫຼາຍ ເຮັດໃຫ້ມີຄວາມສ່ຽງຂອງການຕົກຄ້າງສານເຄມີໃນຜົນຜະລິດ, ການປ້ອງກັນພືດ ກໍເປັນວຽກງານໜຶ່ງ ທີ່ເນັ້ນໃສ່ການຜະລິດແບບກະສິກໍາສະອາດ ໂດຍສະເພາະກະສິກຳອິນຊີ ແລະ ກະສິກໍາທີ່ດີ.
2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

ແຜນພັດທະນາໄລຍະ 5 ປີ (2026-2030). ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງ ເພື່ອແນໃສ່ພັດທະນາວຽກງານຂົວທາງ, ສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່.
ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ມິຖຸນາ ແລະ ສະເຫຼີມສະຫຼອງ ວັນສີ່ງແວດລ້ອມໂລກ-ວັນສີ່ງແວດລ້ອມແຫ່ງຊາດ ວັນທີ່ 5 ມິຖຸນາ, ໃນປີນີ້ ໃຫ້ຟົດຟື້ນ ກວ້າງຂວາງ ພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫຼວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ຟື້ນຟູ​ປ່າໃຫ້ໄດ້ 1 ລ້ານເບ້ຍ, ເນື້ອທີ່ 300 ກວ່າເຮັກຕາ.
ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ແລະ ປະກາດຕຳແໜ່ງງານໃຫ້ນາຍຕຳຫຼວດ ໃນວັນທີ 15 ພຶດສະພາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັອ ອາຄົມ ວົງພະຈັນ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 15 ພຶດສະພາ ຜ່ານມານີ້, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວ ລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື: ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.
ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງ​ປະ​ຊຸມ ສໍາມະນາວິທະຍາສາດ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດ ຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ), ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄຫມທີ VI​ ໄດ້​ປິດ​ລົງ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້ ທີ່ ເມືອງ​ເງິນ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ, ໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ພາ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນລະດັບຊາດ ໃນການປູກຈິດສຳນຶກໃຫ້ປະຊາຊົນທຸກຊັ້ນຄົນ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້, ຮ່ວມກັນປົກປັກຮັກສາສິ່ງແວດລ້ອມ, ເພີ່ມທະວີເນື້ອທີ່ປົກຫຸ້ມສີຂຽວ ແລະ ຟື້ນຟູຄວາມສົມດຸນຂອງລະບົບນິເວດວິທະຍາ ໃຫ້ມີຄວາມອຸດົມສົມບູນແບບຍືນຍົງ.
ປກສ ສະຫວັນນະເຂດ ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີ ໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ

ປກສ ສະຫວັນນະເຂດ ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີ ໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ

ໃນວັນທີ 15 ພຶດສະພາຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສະຫວັນນະເຂດ ໄດ້ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີຈຳນວນ 141 ຄົນ ຍິງ 46 ຄົນ,
ເພີ່ມເຕີມ