ເຜີຍແຜ່ເອກະສານ ຄູ່ມືໂຄສະນາການເສຍພາສີ-ອາກອນໃຫ້ລັດ

ເຜີຍແຜ່ເອກະສານ ຄູ່ມືໂຄສະນາການເສຍພາສີ-ອາກອນໃຫ້ລັດ
ເພື່ອຈັດຕັ້ງປະຕິບັດບົດບັນທຶກ ລະຫວ່າງ ຄະນະປະຈຳສູນກາງແນວລາວສ້າງຊາດ ແລະ ກະຊວງການເງິນ ຄັ້ງວັນທີ 25 ຕຸລາ 2022; ສະນັ້ນໃນວັນທີ 15-16 ກຸມພາ 2024ທີ່ສູນກາງແນວລາວສ້າງຊາດ., ຄະນະຮັບຜິດຊອບ ສູນກາງແນວລາວສ້າງຊາດ ຮ່ວມກັບກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຄູ່ມືໂຄສະນາການເສຍພາສີ-ອາກອນໃຫ້ລັດ ໂດຍໃຫ້ກຽດເປັນປະທານກອງປະຊຸມ ຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈໍາ ສູນກາງແນວລາວສ້າງຊາດ, ທ່ານ ຄໍາພັນ ພັນທຸລັກ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍພາກວ່ານກ່ຽວຂ້ອງເຂົ້າຮ່ວມ .
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສໍາຄັນຄື: ເອກະສານກ່ຽວກັບວຽກງານພາສີ, ສ່ວຍສາອາກອນ ແລະ ເອກະສານກ່ຽວກັບການກະກຽມເນື້ອໃນປື້ມຄູ່ມືໂຄສະນາການເກັບລາຍຮັບຈາກການເສຍພາສີ, ສ່ວຍສາອາກອນ ແລະ ວຽກງານແນວໂຮມ ໃນຫົວຂໍ້ ປະເທດລາວຄົນລາວເປັນເຈົ້າຂອງ .
ພາຍຫຼັງໄດ້ຮັບຟັງບັນດາເອກະສານດັ່ງກ່າວແລ້ວ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາເພື່ອໃຫ້ການກະກຽມເນື້ອໃນປື້ມຄູ່ມືໂຄສະນາການເກັບລາຍຮັບພາສີ ແລະ ສ່ວຍສາອາກອນ. ພ້ອມກັນນັ້ນ, ຍັງໄດ້ພ້ອມກັນຄົ້ນຄວ້າຮູບແບບວິທີການລົງໂຄສະນາປຸກລະດົມ, ການປັບປຸງເນື້ອໃນ ແລະ ສ້າງຄູ່ມື ແລະ ອື່ນໆທີ່ກ່ຽວຂ້ອງ.
ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ໄດ້ມີຄໍາເຫັນສະແດງຄວາມຊົມເຊີຍຕໍ່ການປະກອບຄຳເຫັນຂອງທຸກໆທ່ານທີ່ໄດ້ສຸມສະຕິປັນຍາປະກອບຄຳເຫັນຢ່າງສ້າງສັນຕໍ່ກອງປະຊຸມໃນເທື່ອນີ້ ຊຶ່ງສາມາດສະແດງໃຫ້ເຫັນເຖິງຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການເກັບພາສີ, ສ່ວຍອາກອນຕະຫຼອດໄລຍະຜ່ານມາ ແລະ ກ່າວອິກວ່າ: ກ່ອນອື່ນໝົດຕ້ອງປຸກລະດົມ, ຂົນຂວາຍຜູ້ປະກອບການ, ບຸກຄົນ, ນິຕິບຸນຄົນ ແລະ ໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມເປັນເຈົ້າການ ສະແດງຄວາມເປັນເຈົ້າຂອງປະເທດຊາດຢ່າງມີສະຕິ ໃນການປະຕິບັດພັນທະການເສຍພາສີ, ສ່ວຍສາອາກອນໃຫ້ລັດ ເພື່ອໃຫ້ປະເທດຊາດມີຄວາມເຂັ້ມແຂງໃນການພັດທະນາເສດຖະກິດ-ສັງຄົມ ແລະ ມີຄວາມມັ່ງຄັ່ງເທື່ອລະກ້າວ. ພ້ອມກັນນີ້, ທ່ານຍັງໄດ້ກ່າວຕື່ມກ່ຽວກັບ 9 ຂໍ້ແຂ່ງຂັນຂອງແນວລາວສ້າງຊາດ ໂດຍແນໃສ່ໃຫ້ແນວລາວສ້າງຊາດ ຂັ້ນທ້ອງຖິ່ນສ້າງເງື່ອນໄຂໃຫ້ຂະແໜງການເງິນຂັ້ນຕົນ ໄດ້ມີການເຄື່ອນໄຫວຮ່ວມກັນເພື່ອສາມາດຈັດຕັ້ງປະຕິບັດວຽກງານການເສຍພາສີ, ສ່ວຍສາອາກອນ ແລະ ທ່ານ ໄດ້ວາງຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດ. ແຜນການດັ່ງກ່າວນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ຜັນຂະຫຍາຍ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນວາລະວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ.ພາບ+ຂ່າວ: ເລົ່າລໍ, ແສງຫຼ້າ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດໃກ້ຈະເຖິງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 100 ປີ (1/6/1925-1/6/2025),
ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນຮ່ວມກັບອົງການສະຫະປະຊາຊາດແລະອົງການຈັດຕັ້ງສາກົນ ໄດ້ລົງຢ້ຽມຢາມ ແລະທັດສະນະສຶກສາຢູ່ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 30 ພຶດສະພາ 2025 ໂດຍໄດ້ເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ຮອດສະຖານີຫຼວງພະບາງ ຊຶ່ງນໍາໂດຍ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ອົງການປະສານງານສະຫະປະຊາຊາດ (UNRCO); ທ່ານ Bakhodir Burkhanov ຜູ້ປະສານງານສະຫະປະຊາຊາດ ປະຈໍາ ລາວ, ແລະມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ UNFPA, ILO, WHO, UNICEP ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 27 ພຶດສະພາຜ່ານມານີ້, ການນໍາແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານທະຫານ, ຕຳຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.
ພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟ້ຟ້ານໍ້າມັງ 3

ພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟ້ຟ້ານໍ້າມັງ 3

ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ໝູນວຽນຄົບຮອບອີກວາລະໜຶ່ງ,ໃນຕອນເຊົ້າວັນທີ 30 ພຶດສະພານີ້, ບໍລິສັດຜະລິດໄຟຟ້າລາວມະຫາຊົນ ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟຟ້ານໍ້າມັງ 3 ເມືອງທຸລະຄົມ ແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ປະທານສະພາບໍລິຫານ ຜ-ຟຟລ ຮອງລັດຖະມົນຕີກະຊວງການເງິນ, ມີແຂກຖືກເຊີນຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.
ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ພິທີຈັດກິດຈະກຳ“ປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ” ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ແລະ ເພື່ອຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງຊາດ, ຈັດໂດຍ ສະຫະພັນກຳມະບານ 3 ອົງການ,ຄະນະບໍລິຫານງານສູນກາງກຳມະບານລາວ(ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ, ສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ) ຂຶ້ນໃນວັນທີ 30 ພຶດສະພານີ້ ທີ່ສວນປະຕູໄຊ, ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອາລິຍາວັນ ອັກຄະວົງຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
ຫສພຈັດພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກສາກົນ

ຫສພຈັດພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກສາກົນ

ເນື່ອງໃນໂອກາດທີ່ໃກ້ຈະເຖິງ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45ປີ(1/6/1980-1/6 /2025) ແລະວັນເດັກສາກົນ ຄົບຮອບ 100ປີ (1/6/1925 - 1/6/2025), ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຂະບວນການປູກຕົ້ນໄມ້ ຂຶ້ນໃນວັນທີ30 ພຶດສະພານີ້ ທີ່ຫສພ.
ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 100ປີແລະວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ ຂຶ້ນໃນເຊົ້າວັນທີ 30 ພຶດສະພານີ້ ທີ່ສູນຮັບຕ້ອນແລະຝຶກອົບຮົມວິຊາສະເພາະກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໂດຍການໃຫ້ກຽດເຂົ້າຮ່ວມແລະນໍາພາປູກຕົ້ນໄມ້ໃນຄັ້ງນີ້ໂດຍທ່ານນາງປານີຢາທໍ່ຕູ້ກຳມະການກົມການເມືອງສູນກາງພັກຮອງປະທານປະເທດແຫ່ງສປປລາວ.
ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ(ຫສປທ)ໄດ້ມອບໃບຢັ້ງຍືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈຳປີ2024ໃຫ້5ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຫສປທໃນວັນທີ30ພຶດສະພານີ້ທີ່ຫ້ອງປະຊຸມຫສປທ,ໂດຍການເປັນປະທານຂອງສະຫາຍນາງເຂັມມະນີພົນເສນາກຳມະການສູນກາງພັກເລຂາຄະນະພັກຫົວໜ້າ ຫສປທ; ມີເລຂາ-ຮອງເລຂາບັນດາໜ່ວຍພັກ, ພະນັກງານບໍານານ,ສະມາຊິກພັກ-ພະນັກງານພາຍໃນ ຫສປທ ເຂົ້າຮ່ວມ.
ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ2025-2029

ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ2025-2029

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ 2025-2029 ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມາທີ່ກະຊວງພະລັງງານແລະບໍ່ແຮ່ (ພບ)ພາຍໃຕ້ການເປັນປະທານຂອງທ່ານຄໍາໂສ້ກຸໂພຄໍາຫົວໜ້າຫ້ອງການກະຊວງພະລັງງານແລະບໍ່ແຮ່; ມີທ່ານອາຄົມເດດວົງໄຊຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າ (ຟຟລ), ມີຄະນະກົມ,ຄະນະສະຖາບັນ, ຄະນະອຳນວຍການຟຟລພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.
ນາ​ຍົກຫວຽດນາມ ສະ​ເໜີ​ໃຫ້​ຍົກ​​ເງິນ​ລົງ​ທຶນ ຫວຽດ​ນາມ - ໂອ​ແມນ ຂຶ້ນລະດັບ​1 ຕື້ໂດລາ

ນາ​ຍົກຫວຽດນາມ ສະ​ເໜີ​ໃຫ້​ຍົກ​​ເງິນ​ລົງ​ທຶນ ຫວຽດ​ນາມ - ໂອ​ແມນ ຂຶ້ນລະດັບ​1 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເນສເຊີ ບິນ ຊຸລິມານ ອັລ ຮາທິ ຮອງປະທານອົງການລົງທຶນແຫ່ງຊາດ ໂອມານ (OIA) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ເພີ່ມເຕີມ