![]() |
ທ່ານ ບຸນນະວັດ ນິຣະໄຊຍ໌ ກ່າວວ່າ: ການໂຄສະນາເຜີຍແຜ່ໂຄງການ BRT ມີເປົ້າໝາຍເພື່ອໃຫ້ປະຊາຊົນໃນ ນວ ໂດຍສະເພາະ ຄູ-ອາຈານ ແລະ ນັກຮຽນ ຮັບຮູ້ເຂົ້າໃຈປະຫວັດ ຄວາມໝາຍ ຄວາມສຳຄັນ ແລະ ຜົນປະໂຫຍດຂອງການນຳໃຊ້ລົດເມດ່ວນ BRT ໃນການເດີນທາງ ໂຄງການນີ້ຍັງເປັນການສົ່ງເສີມນະໂຍ ບາຍຂອງພັກ-ລັດ ໃນການພັດທະນາເມືອງໃຫ້ທັນສະໄໝ ແລະ ແກ້ໄຂບັນຫາການຈະລາຈອນແອອັດ ໂດຍການຫັນມາໃຊ້ລະບົບຂົນສົ່ງສາທາລະນະໃຫ້ຫຼາຍຂຶ້ນ.
![]() |
ກິດຈະກຳໂຄສະນາຈະດຳເນີນໄປ ນັບແຕ່ວັນທີ 25 ກຸມພາ ຫາ 18 ມີນາ 2026 ໂດຍເນັ້ນໃສ່ໂຮງຮຽນຕ່າງໆຕາມເສັ້ນທາງໂຄງການ BRT ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ ສາທິດ, ໂຮງຮຽນ SOS, ໂຮງຮຽນ ມສ ລາວ-ຫວຽດ, ໂຮງຮຽນ ມສ ມິດຕະພາບລາວ-ໂຮ່ຈິມິນ, ໂຮງຮຽນ ມສ ໜອງບອນ, ໂຮງຮຽນ ມສ ສິນໄຊ, ໂຮງຮຽນ ມສ ວຽງຈັນ, ໂຮງຮຽນ ມສ ເຈົ້າອະນຸວົງ ແລະ ໂຮງຮຽນ ມສ ເພຍວັດ.
ຈຸດປະສົງເພື່ອຊຸກຍູ້ໃຫ້ ຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ຫັນມານຳໃຊ້ລົດເມ BRT ໃຫ້ຫຼາຍຂຶ້ນ ເພື່ອຊ່ວຍຫຼຸດຜ່ອນການຈະລາຈອນແອອັດ, ຫຼຸດຄວາມສ່ຽງອຸບັດເຫດ ແລະ ສ້າງວິໃນການເດີນທາງທີ່ປອດໄພໃນສັງຄົມ. ກອງປະຊຸມຍັງໄດ້ປຶກສາຮູບແບບການໂຄສະນາຜ່ານສື່ຕ່າງໆ ແລະ ຫາລືບັນຫາທີ່ກ່ຽວຂ້ອງ ເພື່ອໃຫ້ການດຳເນີນວຽກງານມີປະສິດທິຜົນສູງສຸດ.
ຂ່າວ: ວຽງຈັນໃໝ່


ຄໍາເຫັນ