ເຜີຍແຜ່ໂຄສະນາຜົນຮ້າຍຢາເສບຕິດ ຢູ່ແຂວງສາລະວັນ

ເຜີຍແຜ່ໂຄສະນາຜົນຮ້າຍຢາເສບຕິດ ຢູ່ແຂວງສາລະວັນ

ເຜີຍແຜ່ໂຄສະນາຜົນຮ້າຍຢາເສບຕິດ ຢູ່ແຂວງສາລະວັນ
ພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ສືບຕໍ່ເຜີຍແຜ່ໂຄສະນາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ເພື່ອສ້າງຄວາມຮັບຮູ້ໃຫ້ທົ່ວສັງຄົມ ຂຶ້ນໃນວັນທີ 15 ພຶດສະພາຜ່ານມາ, ທີ່ແຂວງສາລະວັນ ນໍາພາໂດຍທ່ານ ພັທ ດາລິນ ສຸດາຈັນ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ເຂົ້າຮ່ວມໂດຍທ່ານ ພັອ ຄຳໂກ້ ຮອງຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ, ມີພະນັກງານ, ຕຳຫຼວດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເຜຍແຜໂຄສະນາຜນຮາຍຢາເສບຕດ ຢແຂວງສາລະວນ - image 1
 

ທ່ານ ພັທ ນາງ ຄຳກອງ ເພັດຊົມພູ ຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ໃຫ້ຄວາມຮູ້ກ່ຽວກັບປະເພດຂອງຢາເສບຕິດ, ຜົນຮ້າຍ ແລະ ຄວາມອັນຕະລາຍຂອງມັນ. ພ້ອມດຽວກັນນີ້, ທ່ານ ພັທ ສຸວັນເຄັນ ສີບຸນເຮືອງ ຮອງພະແນກໂຄສະນາ ແລະ ຄວບຄຸມຢາເສບຕິດ ໄດ້ນໍາສະເໜີ ບາງມາດຕາຂອງກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບຢາເສບຕິດ ແລະ ສາຍພາບວີດີໂອ-ລະຄອນສັ້ນໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊົມ ເພື່ອໃຫ້ຮັບຮູ້ເຖິງໄພອັນຕະລາຍທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ຊຶ່ງສາເຫດຫຼັກແມ່ນເກີດຈາກຢາເສບຕິດ.

ການລົງໂຄສະນາຄັ້ງນີ້, ເພື່ອເປັນການສ້າງຄວາມຮັບຮູ້ໃຫ້ພະນັກງານ, ຕຳຫຼວດ, ຄູ-ອາຈານ ແລະ ນັກຮຽນໄດ້ຮັບຮູ້ ແລະ ຊ່ວຍກັນການສະກັດກັ້ນ ແລະ ຕ້ານບໍ່ໃຫ້ບຸກຄົນໃນສັງຄົມເຂົ້າໄປພົວພັນຢ່າງເດັດຂາດ, ເນື່ອງຈາກວ່າຢາເສບຕິດ ເປັນສານເຄມີກະຕຸ້ນຊະນິດໜຶ່ງທີ່ກົດໝາຍເກືອດຫ້າມ, ຫ້າມຜະລິດ ຫຼື ຈໍາໜ່າຍຢ່າງເດັດຂາດ ຖ້າຫາກບຸກຄົນໃດໄປພົວພັນ, ມົ້ວສຸມ, ຄ້າຂາຍ ກໍຈະໄດ້ຮັບໂທດຕາມລະບຽບກົດໝາຍ. ນອກນີ້, ຢາເສບຕິດຍັງເປັນສາເຫດຕົ້ນຕໍຂອງການເກີດປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການປຸ້ນຈີ້-ຊິງຊັບ, ຂ້າເຈົ້າເອົາຂອງ, ອາລະວາດຕີກັນ, ລັກຊັບ ແລະ ອື່ນໆ ຊຶ່ງເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຮ້າຍແຮງໄປກວ່ານັ້ນອາດນໍາໄປສູ່ການເສຍຊີວິດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ບໍ່ເປັນລະບຽບຮຽບຮ້ອຍນໍາອີກ.

ຕອນທ້າຍພິທີ, ທ່ານ ພັທ ດາລິນ ສຸດາຈັນ ໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈດັ່ງກ່າວໄປຜັນຂະຫາຍຕໍ່ໃຫ້ທົ່ວສັງຄົມ ເວົ້າລວມ ເວົ້າສະເພາະ ກໍຄືປະຊາຊົນຊາວແຂວງສາລະວັນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ. ຂ່າວ-ພາບ: ສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳຮອບດ້ານ ຂອງຄະນະພັກ-ຄະນະບັນຊາໃນການປະຕິບັດມະຕິ, ແຜນດໍາເນີນງານຂອງຄະນະພັກ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວວຽກງານວິຊາສະເພາະ ໃນວັນທີ 11 ມິຖຸນານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກ ຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ພ້ອມດ້ວຍຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ປາກ​ຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີ​ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ​ກອງ​ອ້ອມ​ຂ້າງ​ເມືອງ​ປາກ​ຊ່ອງ​ເຂົ້າ​ຮ່ວມ.
ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ໃນວັນທີ 10 ມິຖຸນານີ້ ທີ່ວັດໂພທາຣາມ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງພື້ນທີ່ຕົວຈິງ ເພື່ອພົບປະຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ພາຍຸໝາກເຫັບ ທີ່ພັດຖະຫຼົ່ມໃນໄລຍະຜ່ານມາ ຊຶ່ງການລົງພື້ນທີ່ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີຄະນະນຳຂັ້ນສູງຈາກສະພາແຫ່ງຊາດ ອຳນາດການປົກຄອງນະຄອນຫຼວງວຽງຈັນ ຄະນະກຳມະການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 10 ມິຖຸນານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X (ສສຊ) ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V (ສປນວ) ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບຂອງທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ບຸນມີ ໄຊຍະວົງ ປະທານຄະນະກໍາມະການປົກຄອງເມືອງສີໂຄດຕະບອງ ມີບັນດາສະມາຊິກສະພາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດພິທີປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ໃນວັນທີ 10 ມິຖຸນານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການປາຖະກະຖາຂອງທ່ານ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ​ ພະຂັນໄຊ ສີຂັນໄຊ ຫົວໜ້າກົມຈັດຕັ້ງພະນັກງານ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີຂຶ້ນໃນວັນທີ 9 ມິຖຸນາ ຜ່ານມາ, ໃຫ້ກຽດປາຖະກະຖາໂດຍສະຫາຍ ພົຈວ ອຸດົມ ສີສົງຄາມ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ສະຫາຍ ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍນາຍຕໍາຫຼວດເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕິດຕາມຄວາມຄືບໜ້າ ຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼາຍແຫ່ງ, ເຊິ່ງ ທ່ານ ຄໍາກ້ຽງ ຈົ່ງຮົ່ວຖໍ່ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະາປະຊາຊົນແຂວງ ປະຈໍາເມືອງໂພນໄຊ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊປະກອບມີ ໂຄງການກໍ່ສ້າງ ໂຮງໝໍເມືອງ, ໂຄງການກໍ່ສ້າງສຳນັກງານຫ້ອງວ່າການເມືອງ ແລະ ສະຖານທີ່ຈັດງານບຸນຊ່ວງເຮືອປະຈຳປີ, ເຊິ່ງການລົງຕິດຕາມໃນຄັ້ງນີ້ ເປັນການກວດກາ ແລະ ຊຸກຍູ້ໃຫ້ການກໍ່ສ້າງ ດຳເນີນໄປຢ່າງມີປະສິດທິພາບ ຕາມແຜນການທີ່ວາງໄວ້.
ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ຈັດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດປະຈໍາປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ APB, ໂດຍມີຄະນະກໍາມະການສະພາບໍລິ ຫານ, ຄະນະອຳນວຍການ, ຜູ້ຈັດການຝ່າຍ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງເຂົ້າຮ່ວມ.
ເພີ່ມເຕີມ