ເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ

ເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ

ເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ
ກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ຂຶ້ນໃນວັນທີ 22 ຕຸລານີ້ ທີ່ສູນອົບຮົມແມ່ຍິງ (ໂພນທັນ), ໂດຍການເປັນປະທານ ທ່ານ ນາງ ພວງວັນ ພົມມີໄຊ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ບັນດາຜູ້ປະກອບການ ໂຮງພິມ, ຮ້ານພິມ, ຮ້ານອອກແບບພິມ, ສໍານັກພິມ, ຮ້ານຈໍາໜ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜຍແຜກດໝາຍວາດວຍການພມຈຳໜາຍ - image 1
 

 

ທ່ານ ທອງເດືອນ ທຳມະວົງ ໄດ້ກ່າວວ່າ: ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍຄັ້ງນີ້ແມ່ນການຈັດຕັ້ງປະຕິບັດວຽກງານຂອງກົມ ວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ພາຍໃຕ້ການຊີ້ນໍາຂອງການນໍາກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ).ຈຸດປະສົງແມ່ນເພື່ອເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ ສະບັບປັບປຸງ ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ຢູ່ນະຄອນຫຼວງວຽງຈັນ, ເຜີຍແຜ່ແຈ້ງການ ສະບັບເລກທີ 20/ຖວທ, ລົງວັນທີ 27 ພຶດສະພາ 2024 ການເຜີຍແຜ່ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023.

ເຜຍແຜກດໝາຍວາດວຍການພມຈຳໜາຍ - image 2
 

ທ່ານນາງ ພວງວັນ ພົມມີໄຊ ໄດ້ກ່າວວ່າ: ການເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ຄັ້ງນີ້ເພື່ອໃຫ້ຜູ້ປະກອບການ ຮັບຮູ້ - ເຂົ້າໃຈ, ຮູ້ໄດ້ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງເຂົ້າໃຈ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ໃຫ້ບັນດາຜູ້ປະກອບການໂຮງພິມ, ຮ້ານພິມ, ຮ້ານອອກແບບພິມ, ສໍານັກພິມ, ຮ້ານຈໍາໜ່າຍໄດ້ໃຫ້ການຮ່ວມມື ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການພິມຈຳໜ່າຍສະບັບນີ້.

ຂ່າວ-ພາບ: ບຸນອູ້ມ + ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາ ທີ່ເຄີຍນຳໄປຈຳໜ່າຍແບບສົດໆ ໄດ້ກາຍມາເປັນສິນຄ້າທີ່ມີມູນຄ່າເພີ່ມ ແລະ ສ້າງລາຍຮັບໄດ້ຫຼາຍຮ້ອຍລ້ານກີບຕໍ່ປີໃຫ້ກັບຄອບຄົວທ່ານນາງ ຊ້ອຍ ພົມນະຈັກ ປະຊາຊົນບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ແມ່ນໜຶ່ງໃນຄອບຄົວຕົວແບບທີ່ໝູນໃຊ້ພູມປັນຍາການເຮັດປາແຫ້ງ ມາພັດທະນາຕໍ່ຍອດ ປ່ຽນຮູບແບບຂອງອາຫານທ້ອງຖິ່ນໃຫ້ເປັນສິນຄ້າ ທີ່ສາມາດສົ່ງຂາຍທັງພາຍໃນ ແລະ ຕ່າງແຂວງໄດ້ຢ່າງຫຼວງ ຫຼາຍ ຊຶ່ງມີຄວາມເຂັ້ມແຂງໄດ້ ຍ້ອນການປ່ຽນພູມປັນຍາທີ່ສືບທອດກັນມາ ໃຫ້ກາຍເປັນອາຊີບ ແລະ ເປັນຫຼັກປະກັນຂອງຊີວິດຄອບຄົວ.
ເປີດປ້າຍຫ້ອງການແນວລາວສ້າງຊາດແຂວງຫຼວງພະບາງ

ເປີດປ້າຍຫ້ອງການແນວລາວສ້າງຊາດແຂວງຫຼວງພະບາງ

ວັນທີ່ 31 ກໍລະກົດ 2026 ນີ້ ທີ່ຫ້ອງການແນວລາວສ້າງຊາດແຂວງຫຼວງພະບາງ ໄດ້ມີພິທີເປີດປ້າຍສຳນັກງານຫ້ອງການ, ພາຍຫຼັງມີການກໍ່ສ້າງປ້າຍ ແລະປັບປຸງໂຄງລ່າງພາຍໃນຫ້ອງການສຳເລັດ, ມີ ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວແຂວງຫຼວງພະບາງ, ທ່ານ ສົມພອນ ສີອຸດົມພັນ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍພະເຖຣະ ຄະນະບໍລິຫານງານ ອົງການພຸດທະສາສະໜາສຳພັນລາວແຂວງຫຼວງພະບາງ, ແຂກຮັບເຊີນເຂົ້າຮ່ວມ.
ອາສາສະໝັກຊາວໜຸ່ມລະດູຮ້ອນກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ

ອາສາສະໝັກຊາວໜຸ່ມລະດູຮ້ອນກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ

ວັນທີ 1 ສິງຫາ 2026, ຄະນະອາສາສະໝັກຊາວໜຸ່ມລະດູຮ້ອນ, ກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ, ສະຫະພັນຊາວໜຸ່ມນະຄອນໂຮ່ຈີມິນ ຈຳນວນ 30 ຄົນ, ໄດ້ມາເຄື່ອນໄຫວມິດຕະພາບຊາວໜຸ່ມ ລາວ-ຫວຽດນາມ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງຈຳປາສັກແຂວງຈຳປາສັກ. ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມືມິດຕະພາບ ຂອງຄະນະບໍລິຫານງານຊາວໜຸ່ມ ທັງສອງປະເທດ, ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ (1962-2026) ແລະ ວັນຄົບຮອບ 49 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ (1977-2026) ແລະ ກ້າວໄປສູ່ວັນຄົບຮອບ 70 ປີ ຂອງວັນປະເພນີ ຂອງສະຫະພັນຊາວໜຸ່ມຫວຽດນາມ (15 ຕຸລາ 1956-15 ຕຸລາ 2026).
ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ວັນທີ 3 ສິງຫານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ມີພິທີປະກາດກົງຈັກການຈັດຕັ້ງ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີ ທ່ານ ສອນທະນູ ທຳມະວົງກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ (ສພຂ); ມີບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ ເຂົ້າຮ່ວມ.
ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ປັດຈຸບັນພັກ ແລະ ລັດຖະບານ ໄດ້ຍົກລະດັບມາດຕະການ ແລະ ນໍາພາ-ຊີ້ນຳວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ ແລະ ຈິງຈັງ ໂດຍໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ປີ ນັບແຕ່ປີ (2026-2030) ເພື່ອເປັນທິດທາງໃນການຈັດ ຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ. ໃນຂະນະທີ່ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄືອຂ່າຍນາຍໜ້າ ແຕ່ງດອງແອບແຝງ, ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດໃຫ້ໝົດໄປຈາກສັງຄົມ”.
ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດ 4 ບຸກ ປະຈໍາປີ 2025 ຂຶ້ນໃນວັນທີ 31 ກໍລະກົດຜ່ານມາ ທີ່ພະແນກດັ່ງກ່າວ ໂດຍມີທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ນວ, ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ  4 ແຂວງພາກກາງ

ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ 4 ແຂວງພາກກາງ

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ “ວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ” ຂຶ້ນໃນວັນທີ 1 ສິງຫາ ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງທ່ານ ຄໍາກອງ ທຳມະເທວາ ກຳມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງມີທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL (ສໍານັກງານໃຫຍ່); ມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກກາງເຂົ້າຮ່ວມ ຊຸດຝຶກອົບຮົມຄັ້ງນີ້
ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ອົງການຄວາມຮ່ວມມືລະຫວ່າງປະເທດ ແຫ່ງປະເທດໄທ (TICA) ແລະ ອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ (UNICEF) ໄດ້ຈັດພິທີເປີດຊຸດອົບຮົມຄູຝຶກ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງດ້ານໂພຊະນາການ ໃນຊຸມຊົນຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ” ຂຶ້ນໃນລະຫວ່າງວັນທີ 3-7 ສິງຫານີ້
ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ໃນວັນທີ 31 ກໍລະກົດ ຜ່ານມາ ທີ່ສະໂມສອນແຂວງຜົ້ງສາລີ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະ ທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກ ງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ.
ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ໃນຕອນເຊົ້າຂອງວັນທີ 31 ກໍລະກົດນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ມີພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງພາສາອັງກິດທັງໝົດຈໍານວນ100 ກວ່າທ່ານ.
ເພີ່ມເຕີມ