![]() |
ກອງປະຊຸມຄັ້ງນີ້, ກໍເພື່ອເຜີຍແຜ່ກົດລະບຽບຂອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານໃຫ້ມີຄວາມເປັນເອກະພາບກັນໃນທົ່ວເມືອງ ໃນການຈັດຕັ້ງປະຕິບັດ, ເພື່ອຄວາມເປັນເອກະພາບໃນການຊຳລະຄ່ານໍາໃຊ້ກະແສໄຟຟ້າເຂົ້າ ໃນວຽກງານຊົນລະປະທານ, ເພື່ອແຈກຢາຍເອກະສານ ກົດໝາຍວ່າດ້ວຍຊົນລະປະທານ (ສະບັບປັບປຸງ) ເລກທີ 86/ສພຊ, ລົງ ວັນທີ 25 ມີຖຸນາ 2025, ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 36/ກປ, ລົງ ວັນທີ 4 ມັງກອນ 2024 ວ່າດ້ວຍການສ້າງຕັ້ງ ແລະການຄຸ້ມຄອງ ກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ແລະ ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 37/ກປ, ລົງວັນທີ 4 ມັງກອນ 2024 ວ່າດ້ວຍການສ້າງຕັ້ງ ແລະ ການຄຸ້ມຄອງກອງທຶນພັດທະນາຊົນລະປະທານ ໃຫ້ກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ໄປເຜີຍແຜ່ໃຫ້ສະມາຊິກຜູ້ຊົມໃຊ້ນໍ້າຮັບຊາບ
ທົ່ວເມືອງ ມີຕາມແຜນການຜະລິດກະສິກຳເຂົ້ນາປີ 2025 ທີ່ໄດ້ກໍານົດໄວ້ໄດ້ດໍາເນີນປູກເຂົ້າຢ່າງກວ້າງຂວາງມີເນື້ອທີ່ທັງໝົດ 15,500 ເຮັກຕາ ແລະ ສາມາດປູກໄດ້ສຳເລັດ 98% ຂອງເນື້ອທີ່ທັງໝົດ ແລະ ເສຍຫາຍ 939 ເຮັກຕາ ມີ 1,060 ຄົບຄົວ. ປັດຈຸບັນປະຊາຊົນທົ້ວເມືອງ ສາມາດເກັບກຽວຜົນຜະລິດໄດ້ 50% ສະມັດຕະພາບທີ່ຜ່ານມາ 3,5-4 ໂຕນ/ເຮັກຕາ, ແຜນຜະລິດເຂົ້ານາແຊງ (ລະດູແລ້ງ) ປະຈຳປີ 2025 ໃນເນື້ອທີ່ 8,000 ເຮັກຕາ, ພາຍໃຕ້ການດູແລຂອງ 32 ໂຄງການຊົນລະປະທານ ທີ່ກວມເອົາ 29 ບ້ານໃນທົ່ວເມືອງ, ສະມັດຕະພາບທີ່ເຂົ້ານາແຊງ ສະເລ່ຍໄດ້ 4.5-5 ໂຕນ/ເຮັກຕາ.
(ແຫຼ່ງຂ່າວ: ເມືອງໄຊບູລີ)

ຄໍາເຫັນ