ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ
ກອງປະຊຸຸມເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ຢູ່ພະແນກວັດທະນະທໍາແລະທ່ອງທ່ຽວແລະ ຫ້ອງການ 9 ຕົວເມືອງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງວັດທະນະທໍາແລະທ່ອງທ່ຽວ. ເປັນປະທານໂດຍທ່ານ ໂດຍຄໍາເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງວັດທະນະທໍາແລະທ່ອງທ່ຽວ ມີບັນດາຕາງໜ້າຕໍາຫຼວດການທ່ອງທ່ອງ, ຫ້ອງການ ວທ ຈາກ 9 ຕົວເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ເຜຍແຜຜນຂອງການລງກວດກາ ປະກດການຫຍທ ໃນ 9 ຕວເມອງ - image 1
 

ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງ ວທ ກ່າວວ່າ: ວຽກງານການກວດກາ ແມ່ນພາລະບົດບາດຕົ້ນຕໍ ໃນການນໍາພາ-ຊີ້ນຳຂອງພັກ ແລະ ການຄຸ້ມຄອງຂອງລັດ ຍາມໃດກໍຖືວ່າວຽກງານກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນຳພາຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ໄດ້ກໍານົດວ່າ ບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນຳພາ ໂດຍປະຕິບັດຕາມພາລະບົດບາດ, ສິດໜ້າທີ່ ຂອງກົມກວດກາ ດັ່ງນັ້ນ, ທ່ານ ລັດຖະມົນຕີ ຈຶ່ງໄດ້ມີຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະກວດກາ, ລົງຕິດຕາມປະກົດການຫຍໍ້ທໍ້ ແລະ ການຂະຫຍາຍລະບົບຕາໜ່າງໂທລະໂຄ່ງທີ່ຢູ່ພະແນກ ແລະ ຫ້ອງການວັດທະນະທໍາແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ສະບັບເລກທີ 851/ຖວທ, ລົງວັນທີ 19 ສິງຫາ 2024. ຜ່ານການລົງຊຸກຍູ້ ກວດກາ, ຕິດຕາມ ຢູ່ພະແນກວັດທະນະທໍາແລະທ່ອງທ່ຽວ ແລະ ຫ້ອງການ 9 ຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ສັງລວມດັ່ງນີ້ ປະກົດການຫຍໍ້ທໍ້ສະພາບລວມ ໂທລະສັບສາຍດ່ວນ ຂອງສະພາແຫ່ງຊາດ ມີຕໍ່ວຽກງານໃນໂຂງເຂດວັດທະນະທໍາແລະທ່ອງທ່ຽວ ນະຄອນຫຼວງວຽງຈັນດ້ານນິຕິກຳ: ການອອກອະນຸຍາດ ແລະ ການຄຸ້ມຄອງຕ່າງໆ ເຊັ່ນ: ປ້າຍ, ໂຮງແຮມ, ຮ້ານອາຫານ, ຮ້ານບັນເທີງ, ການປັ້ນຫຼໍ່,ການນຳເຂົ້າພະພຸດທະຮູບ ແລະ ອື່ນໆ.

ຈຸດປະສົງກອງປະຊຸມໃນເທື່ອນີ້, ເພື່ອເຜີຍແຜ່ຜົນຂອງການລົງຕິດຕາມ,ກວດກາ ທີ່ຄະນະທີມງານໄດ້ສັງລວມບັນຫາ ທີ່ຕິດພັນກັບບັນດາກົມທີ່ກ່ຽວຂ້ອງໃຫ້ຮັບຮູ້ ແລະ ພ້ອມກັນຊອກຫາວິທີແກ້ໄຂໃນຕໍ່ໜ້າ ດ້ວຍຄວາມເປັນເອກະພາບລວມກັນ ໂດຍສະເພາະຄວາມຮັບຜິດຊອບໃນການສ້າງນິຕິກຳ-ປັບປຸງ ຕ້ອງໃຫ້ຮັດກຸມໃນແຕ່ລະບັນຫາ ສາມາດນຳໃຊ້ໄດ້ຢ່າງມີປະສິດທິຜົນກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນ ຕໍ່ການເຄື່ອນໄຫວວຽກງານຕິດຕາມ-ກວດກາ. ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄ້ວາ ແລກປ່ຽນຄຳຄິດຄຳເຫັນ ແລະ ບົດຮຽນຊຶ່ງກັນແລະກັນ ດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ມີບັນຍາກາດທີ່ສ້າງສັນ. ໃນເມື່ອເຫັນຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສາເຫດຂອງບັນຫາຕ່າງໆແລ້ວ ຕ້ອງໄດ້ຄົ້ນຄວ້າຊອກຫາທິດທາງ ແລະ ວິທີການແກ້ໄຂບັນຫາໃຫ້ຖືກຈຸດ ແທດເໝາະກັບສະພາບຕົວຈິງຂອງຂະແໜງການຕົນ ດ້ວຍຄວາມຮັບຜິດຊອບສູງ.

ຂ່າວ: ກະຊວງ ວທ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ