![]() |
ການລົງເຜີຍແຜ່ໃນຄັ້ງນີ້ ພາຍໃຕ້ຫົວຂໍ້: ທິດສະດີ ແລະ ພຶດຕິກຳ ສ້າງປະຖົມປັດໄຈຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຫຼື ເວົ້າຢ່າງໜຶ່ງແມ່ນ 9 ປະຖົມປັດໄຈ ທີ່ພັກເຮົາໄດ້ວາງອອກນັບແຕ່ກອງປະຊຸມໃຫຍ່ຄັ້ງທີ V ປີ 1994 ເປັນຕົ້ນມາ. ທ່ານໄດ້ອະທິບາຍໂດຍສັງເຂບກ່ຽວກັບເນື້ອໃນຂອງປຶ້ມທີ່ນຳມາເຜີຍແຜ່ໃນຄັ້ງນີ້ ແລະ ໄດ້ຢັ້ງຢືນວ່າ: ພາລະກິດແຫ່ງການສ້າງປະຖົມປັດໄຈຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມໄດ້ພິສູດໃຫ້ເຫັນວ່າການວາງແນວທາງຂອງພັກເຮົາແມ່ນຖືກຕ້ອງ ແລະ ສອດຄ່ອງໃນປັດຈຸບັນ ແລະ ອະນາຄົດ. ຜ່ານພຶດຕິກຳ 30 ປີແຫ່ງການຈັດຕັ້ງປະຕິບັດ 9 ປະຖົມປັດໄຈໃນຕົວຈິງ ໄດ້ສ້າງພື້ນຖານບ່ອນອີງດ້ານທິດສະດີ ໃຫ້ແກ່ການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ໃນແຕ່ລະໄລຍະ ແລະ ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ແກ່ພັກສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກໄດ້ຮັບໝາກຜົນກວ່າເກົ່າ. ແຕ່ການສ້າງປະຖົມປັດໄຈໃນໄລຍະໃໝ່ແມ່ນພາລະກິດຍາວນານ, ຫຍຸ້ງຍາກ, ສັບສົນສອດຫ້ອຍກັບພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ. ດ້ວຍເຫດນັ້ນ ຈຶ່ງຮຽກຮ້ອງໃຫ້ທົ່ວພັກ, ປວງຊົນທັງຊາດຕ້ອງເດັດດ່ຽວ, ໜຽວແໜ້ນ, ອົດທົນ ແລະ ປະດິດສ້າງ ເພື່ອສ້າງໜ້າປະຫວັດສາດໃໝ່ ທີ່ຍິ່ງໃຫຍ່ ແລະ ສ້າງການຫັນປ່ຽນປະດິດສ້າງ, ສຸມໃສ່ສ້າງ 9 ປະຖົມປັດໄຈໃໝ່ໃຫ້ແທດເໝາະກັບຍຸກສະໄໝ ຊຶ່ງໄດ້ກຳນົດເນື້ອໃນລະອຽດໃນປຶ້ມທີ່ນຳເອົາມາເຜີຍແຜ່.
ໃນຕອນທ້າຍກອງປະຊຸມ, ທ່ານ ຄຳມອນ ຈັນທະຈິດ ພ້ອມດ້ວຍຄະນະໄດ້ນຳເອົາຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ມອບໃຫ້ ທ່ານ ພົງສະຫວັນ ສິດທະວົງ ເພື່ອເປັນບ່ອນອີງ ແລະ ເປັນຂໍ້ມູນຮັບໃຊ້ການຄົ້ນຄວ້າ ແລະ ສຶກສາອົບຮົມ ຖັນແຖວພະນັກງານຢູ່ແຂວງໄຊຍະບູລີ ໃຫ້ເກີດປະໂຫຍດສູງສຸດ.
ຂ່າວ: ສະພາທິດສະດີສູນກາງພັກ
ຄໍາເຫັນ