ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ
ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ກອງປະຊຸມຄັ້ງນີ້, ແມ່ນກອງປະຊຸມລະດັບຊາດ ຄັ້ງທີ 2 ກ່ຽວກັບວຽກງານກົດລະຫັດອາຫານສາກົນ (Codex) ຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໂດຍອົງການ FAO ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ພະຍາຍາມຕໍ່ກັບການສ້າງມາດຕະຖານຄວາມປອດໄພທາງດ້ານອາຫານ ໃຫ້ແທດເໝາະກັບມາດຕະຖານສາກົນ.

ກອງປະຊຸມໃນຄັ້ງນີ້, ໄດ້ສຸມໃສ່ການສ້າງຈິດສຳນຶກໃຫ້ແກ່ເຈົ້າໜ້າທີ່ລະດັບສູງຈາກບັນດາພາກ ສ່ວນທີ່ກ່ຽວຂ້ອງ ແລະ ມີບົດບາດສຳຄັນທາງດ້ານການເມືອງທີ່ຈະຊີ້ນຳ ແລະ ຍົກລະດັບວຽກງານ Codex ໃຫ້ເປັນວຽກບຸລິມະສິດແຫ່ງຊາດ ສະໜັບສະໜູນການເຂົ້າມີສ່ວນຮ່ວມໃນວຽກງານ Codex ຢ່າງມີປະສິດທິຜົນ. ສ້າງ ແລະ ພັດທະນາມາດຕະຖານຄວາມປອດໄພອາຫານແຫ່ງຊາດ ໃຫ້ສອດ ຄ່ອງກັບບັນດາຂໍ້ແນະນຳ ແລະ ຄຳແນະນຳຂອງມາດຕະຖານສາກົນ. ໃນຖານະເປັນສະມາຊິກອົງ ການການຄ້າໂລກ (WTO), ການເຊື່ອມສານ ແລະ ສອດຄ່ອງກັບມາດຕະຖານສາກົນ ມີຄວາມສຳຄັນ ແລະ ຈຳເປັນຫຼາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກຳພາຍໃນໃຫ້ເປັນສ່ວນໜຶ່ງຂອງຕ່ອງໂສ້ການສະໜອງອາຫານໃນທົ່ວໂລກ. ພ້ອມກັນນັ້ນ, ຍັງຊ່ວຍເພີ່ມຄວາມສາມາດໃນການແຂ່ງຂັນທາງການຄ້າໃນລະດັບພາກພື້ນ ແລະ ສາກົນ ໃຫ້ ສປປ ລາວ. ນອກນີ້, ຍັງເປັນການສ້າງຄວາມເຊື່ອໝັ້ນຂອງຜູ້ບໍລິໂພກໃນຜະລິດຕະພັນອາຫານຂອງພວກເຮົານຳອີກ.

(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ສູນຂ່າວສານການແພດ ກະຊວງສາທາລະນະສຸກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ມາເປັນເວລາເກືອບເດືອນ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 72/ຈຂ,ຊກ ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານແລກປ່ຽນບົດຮຽນ 3 ປະເທດ ແລະ ມາຮອດປັດຈຸບັນ, ພ້ອມແລ້ວ ໃນການຈັດງານວາງສະແດງສິນຄ້າ 3 ປະເທດ (ລາວ, ໄທ ແລະ ຫວຽດນາມ) ຊຶ່ງຈະຈັດຂຶ້ນທີ່ສູນການຄ້າແຂວງເຊກອງ.
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແບບລຽງຫີນຕາມຄວາມເນີນ ແຄມແມ່ນໍ້າຂອງ ແຕ່ຈຸດຄຸ້ມບ້ານ ມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ກັບ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ຢູ່ທີ່ພະແນກ ຍທຂ ແຂວງ.
ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ທີ່ເປີດຂຶ້ນໃນຕອນເຊົ້າວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການສໍານັກງານປົກຄອງ ນວ, ໃນວັນດຽວກັນ ກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດ.
ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ເມື່ອບໍ່ດົນມານີ້, ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ໄດ້ລົງກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າເຍືອງທາງລະບົບໄຟຟ້າຖາວອນ 4 ບ້ານຂອງເມືອງຫົງສາ ແຂວງໄຊຍະບູລີ ຄື: ບ້ານຫ້ວຍຈ້ວງ ຕິດຕັ້ງ 30 ຊຸດ, ບ້ານພູແລ້ງກາງ ຕິດຕັ້ງ 10 ຊຸດ, ບ້ານແທ່ນຄຳ 20 ຊຸດ ແລະ ບ້ານສີບູນເຮືອງ 40 ຊຸດ, ລວມທັງໝົດ 100 ຊຸດ.
ສະພາບເງິນຕາຂອງລາວມີສັນຍານເປັນບວກ

ສະພາບເງິນຕາຂອງລາວມີສັນຍານເປັນບວກ

ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍ: ບິກໄຊ ສົມພູ ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ,
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງລັດຖະທໍາມະນູນສະບັບປັບປຸງໃໝ່, ຮ່າງກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອ 2
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານນາງລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຮອງປະທານສະພາປະຊາຊົນ ນວ, ທ່ານ ບຸນທາມ ພຸດທະວົງສາ ຄະນະພັກ ຮອງປະທານສະພາປະຊາຊົນ ນວ,
ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ໃນລະຫວ່າງວັນທີ 21-22​ ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ,​ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ ຮ່ວມກັບ​ ພະແນກ​ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ (ຊສ)​ ແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປຶກສາຫາລື​ ຂັ້ນແຂວງ​ (ພາກໃຕ້)​ ກ່ຽວກັບ​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026​-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ​.​
ສະມາຊິກພັກ 178 ສະຫາຍ ຂອງເມືອງສະໜາມໄຊ ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ

ສະມາຊິກພັກ 178 ສະຫາຍ ຂອງເມືອງສະໜາມໄຊ ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ

ເມືອງສະໜາມໄຊ ແຂວງອັດຕະປື ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຂຶ້ນໃນຕອນເຊົ້າຂອງວັນທີ 21 ພຶດສະພາຜ່ານມາ ທີ່ສະໂມສອນຫ້ອງວ່າການເມືອງ ໂດຍການໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ສຸລິວົງ ອະໄພວົງ ເລຂາຄະນະບໍລິຫານງານພັກເມືອງ ສະໜາມໄຊ.
ເພີ່ມເຕີມ