ເຜີຍແຜ່ວຽກງານປັບປຸງຄ່າບໍລິການເກັບມ້ຽນຂີ້ເຫຍື້ອ ໃນຕົວເມືອງນະຄອນຫຼວງພະບາງ

ເຜີຍແຜ່ວຽກງານປັບປຸງຄ່າບໍລິການເກັບມ້ຽນຂີ້ເຫຍື້ອ ໃນຕົວເມືອງນະຄອນຫຼວງພະບາງ

ເຜີຍແຜ່ວຽກງານປັບປຸງຄ່າບໍລິການເກັບມ້ຽນຂີ້ເຫຍື້ອ ໃນຕົວເມືອງນະຄອນຫຼວງພະບາງ
ກອງປະຊຸມເຜີຍແຜ່ວຽກງານປັບປຸງຄ່າບໍລິການເກັບມ້ຽນຂີ້ເຫຍື້ອ ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ, ທີ່ນະຄອນ-ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ນາງ ວິໄລພອນ ຖະໜອມສັກ ຮອງປະທານຄະນະກໍາມະການປົກຄອງນະຄອນ, ມີທ່ານ ດາວວັນ ສີລິວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ຕາງໜ້າບໍລິສັດສັນຍາຮັບເໝົາເກັບມ້ຽນຂີ້ເຫຍື້ອ ຕະຫຼອດຮອດນາຍບ້ານ 80 ບ້ານເຂົ້າຮ່ວມ.
ເຜຍແຜວຽກງານປບປງຄາບລການເກບມຽນຂເຫຍອ ໃນຕວເມອງນະຄອນຫວງພະບາງ - image 1
 

ທ່ານ ດາວວັນ ສີລິວົງ ໄດ້ຜ່ານບົດລາຍງານຜົນກະທົບ ຕໍ່ກັບການບໍລິການເກັບມ້ຽນຂີ້ເຫຍື້ອ ໃນໄລຍະວິກິດນໍ້າຂຶ້ນລາຄາ ສົ່ງຜົນກະທົບຕໍ່ວຽກງານການເກັບມ້ຽນຂີ້ເຫຍື້ອນັບທັງພາກລັດ ແລະ ເອກະຊົນ, ຄະນະຮັບຜິດຊອບຈຶ່ງມີການປັບລາຄາ ການເກັບມ້ຽນຂີ້ເຫຍື້ອຕາມຂໍ້ຕົກລົງຂອງທ່ານປະທານຄະນະກໍາມະການປົກຄອງນະຄອນ ໂດຍເຫັນດີປັບຂຶ້ນລາຄາການເກັບມ້ຽນຂີ້ເຫຍື້ອຂອງພາກຄົວເຮືອນຈາກ 40,000 ກີບຕໍ່ເດືອນ ເປັນ 60,000 ກີບຕໍ່ເດືອນ ແລະ ພາກທຸລະກິດຂະໜາດນ້ອຍ-ກາງ-ໃຫຍ່ຈາກ 100,000 ກີບຕໍ່ເດືອນ ເປັນ 200,000 ກີບຕໍ່ເດືອນ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນຕໍ່ບາງບັນຫາຄົງຄ້າງ, ທັງເຫັນດີເປັນເອກະພາບ ຕໍ່ກັບການປັບລາຄາເກັບມ້ຽນຂີ້ເຫຍື້ອ ທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອແຕ່ລະຈຸດຕາມກຳນົດເວລາ, ເພື່ອຄວາມເປັນລະບຽບ ຮຽບຮ້ອຍສະອາດງາມຕາມພາຍໃນນະຄອນຫຼວງພະບາງ. ພ້ອມນັ້ນ, ທ່ານ ດາວວັນ ສີລິວົງ ໄດ້ຊີ້ແຈງດ້ວຍເຫດ ແລະ ຜົນຕໍ່ບາງບັນຫາຢ່າງມີຄວາມຊັດເຈນກະຈ້າງແຈ້ງ.

ເຜຍແຜວຽກງານປບປງຄາບລການເກບມຽນຂເຫຍອ ໃນຕວເມອງນະຄອນຫວງພະບາງ - image 2
 

ຕອນທ້າຍທ່ານ ນາງ ວິໄລພອນ ຖະໜອມສັກ ໄດ້ມີຄໍາເຫັນຊີ້ນໍາຕໍ່ການປັບປຸງລາຄາ ການເກັບມ້ຽນຂີ້ເຫຍື້ອໃນຄັ້ງນີ້, ທັງຮຽກຮ້ອງໃຫ້ອົງການປົກຄອງບ້ານທີ່ເຂົ້າຮ່ວມ ນໍາເອົາແຈ້ງການປັບປຸງລາຄາເກັບມ້ຽນຂີ້ເຫຍື້ອ ໄປເຜີຍແຜ່ໃຫ້ປະຊາຊົນພາຍໃນບ້ານຂອງຕົນຮັບຮູ້ຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ຂ່າວ-ພາບ: ນາງ ອໍາໄພ ໄຊຍະເພັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ໃນວັນທີ 17 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ມີການຈັດກອງປະຊຸມລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ໃນຄະດີອາຊະຍາກຳສັດປ່າຂ້າມຊາດ ທີ່ຕິດພັນກັບຮ້ານຂາຍເຄື່ອງທີ່ລະນຶກ ພ້ອມທັງວາງແຜນຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນ ໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເດດ ສຸດທະວີໄລ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ພັນເອກ ຂາວພອນ ພົມມະຈັນ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ແລະ ທ່ານ ແສງເພັດ ຮຸ່ງດວງຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ວັນທີ 17 ກັນຍາ 2026 ນີ້ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ຈັດພິທີເບີກຈ່າຍເງິນນະໂຍບາຍອຸດໜູນເທື່ອດຽວ ໃຫ້ແກ່ພະນັກງານປະຕິວັດຜູ້ຍັງມີຊີວິດ ທີ່ມີຜົນງານໃນເມື່ອກ່ອນ, ໂດຍເປັນປະທານຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຜູ້ຕາງໜ້າຈາກພະແນກການຂະແໜງການທີ່ກ່ຽວຂ້ອງ ແລະຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ໃນວັນທີ 17 ກັນຍາ 2026, ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ, ຊຸກຍູ້ວຽກງານ ແລະ ເຮັດວຽກຢູ່ເມືອງຄົງເຊໂດນ ແຂວງສາລະວັນ. ຕ້ອນຮັບ ທ່ານ ປະທານ ສນຊ ແລະ ຄະນະໃນຄັ້ງນີ້ ມີ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງພ້ອມ ພຽງ ຢູ່ທີ່ຫ້ອງວ່າການປົກຄອງເມືອງຄົງເຊໂດນ.
ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ໃນລະຫວ່າງວັນທີ 16-17 ກັນຍາ 2026,ທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ພ້ອມທັງ ຕິດຕາມ, ກວດກາ ເບິ່ງຜົນກະທົບໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ ທ່ານພ້ອມຄະນະນຳ ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ລົງພື້ນທີ່ ບ້ານນາງີ້ວ, ບ້ານບໍ່, ບ້ານແຟນ ແລະ ບ້ານຫົວນໍ້າບາກ ຕາແສງພູໄຊ, ເມືອງໄຊ ທີ່ໄດ້ຮັບຜົນກະທົບນໍ້າໄຫຼຊຸແຮງ ໃນທ້າຍເດືອນ ສິງຫາ 2026 ຜ່ານມາ.
ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ໂຄງການກໍ່ສ້າງເສັ້ນທາງ 450 ປີ ເປັນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ VIII, IX ຂອງສູນກາງພັກ ກ່ຽວກັບການຫັນຊັບສິນເປັນທຶນ ແລະ ປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກ ນະຄອນຫຼວງວຽງຈັນ ທີ່ໄດ້ກໍານົດເອົາ 13 ແຜນງານ 160 ໂຄງການ ແລະ 21 ໂຄງການຈຸດສຸມ ເພື່ອພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ. ໃນໄລຍະນັ້ນ, ແມ່ນແນໃສ່ຍົກລະດັບພື້ນຖານໂຄງລ່າງຂອງເມືອງຫຼວງ ເປັນເທສະບານ ໃຫ້ມີໃບໜ້າໃໝ່, ຮັບໃຊ້ງານມະຫາກໍາຊີເກມ ຄັ້ງທີ 25 ແລະ ງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ.
ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ແຂວງສາລະວັນ ດຳເນີນກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຕິດພັນກັບການສະຫຼຸບຕີລາຄາການເຄືີ່ອນໄຫວວຽກງານກວດກາທົ່ວແຂວງ ໄລຍະ 5 ປີ 2021-2026, ໃນວັນທີ 17 ກັນຍາຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາສະຫາຍໃນຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະກວດກາແຂວງ, ປະທານກວດກາເມືອງ ແລະ ປະທານຄະນະກວດກາພະແນກການ ອົງການອ້ອມຂ້າງແຂວງເຂົ້າຮ່ວມ.
ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

​ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ຜະລິດຕະພັນຂອງຄົນລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ, ຜະລິດຕະພັນກາເຟ "ມິຣາໂຄລາວ" (Miracle Lao) ໄດ້ເຂົ້າຮ່ວມບໍລິການເຄື່ອງດື່ມກາເຟໃຫ້ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ 3RC-CCM ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 14 ຫາ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ປະເທດລາວ ອຸດົມສົມບູນໄປດ້ວຍພືດພັນທັນຍາຫານທໍາມະຊາດທີ່ຫຼາກຫຼາຍ ນັບທັງປຸງແຕ່ງເປັນອາຫານ, ປຸງແຕ່ງຢາເພື່ອປິ່ນປົວພະຍາດ-ຮັກສາສຸຂະພາບ ແລະ ນໍາໃຊ້ເຂົ້າໃນວຽກງານອຸດສາຫະກໍາຕ່າງໆ.
ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.
ເພີ່ມເຕີມ