![]() |
ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ປະກອບມີບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳສະໄໝທີ V ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງຍຸຕິທຳ,ແຜນພັດທະນາວຽກງານກົດໝາຍ ແລະ ຍຸຕິທຳ 5 ປີ ຄັ້ງທີ V (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງຍຸຕິທຳ.ບົດຄຳເຫັນໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະຈັດຕັ້ງສູນກາງພັກຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VIອົງຄະນະພັກກະຊວງຍຸຕິທຳ.
![]() |
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ-ລັດຖະກອນຮັບຮູ້ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນຂອງກອງປະຊຸມໃຫຍ່ແນໃສ່ເຮັດໃຫ້ການປະຕິບັດບັນດາຄາດໝາຍສູ້ຊົນ, ວຽກງານຈຸດສຸມ ແລະ ແຜນປະຕິບັດງານລະອຽດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ມີປະສິດທິຜົນສູງ.
ຂ່າວ: ບຸນຕອມ
ຄໍາເຫັນ