ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຖອງລໍ ຫວັນວົງສາ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຫົວໜ້າອານຸກໍາມະການຂະບວນການ, ມີທ່ານ ອຸ່ນຄໍາ ວັນປະເສີດ ຫົວໜ້າຫ້ອງການ ຖວທ ເມືອງລອງ ພ້ອມດ້ວຍພະນັກງານຫ້ອງການເຂົ້າຮ່ວມ.
ອຸປະກອນທີ່ນໍາມາມອບໃນຄັ້ງນີ້, ປະກອບມີເຄື່ອງປິ່ນເຕີຈໍານວນ 1 ຊຸດ, ກ້ອງຖ່າຍຮູບແຄນນອນ1 ເຄື່ອງ ແລະ ອຸປະກອນອື່ນໆລວມມູນຄ່າ38,300,000ກີບ, ທັງນີ້ກໍ່ເພື່ອນໍາໃຊ້ເຂົ້າໃນກອງປະຊຸມໃຫ່ຍຄັ້ງທີ 10 ຂອງອົງຄະນະພັກເມືອງລອງ ທີ່ຈະໄຂຂື້ນໃນມໍ່ໆນີ້, ໃຫ້ກຽດມອບໂດຍທ່ານ ບຸນຖອງລໍຫວັນວົງສາ ແລະ ຮັບໂດຍທ່ານ ອຸ່ນຄໍາ ວັນປະເສີດ.
(ຂ່າວ: ເຂັມຄໍາ ຄອນມະນີ)
ຄໍາເຫັນ