ພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ

ພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ
ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມ ຄອສພ ໃນວັນທີ 2 ພຶດສະພານີ້ ທີ່ສະໂມສອນ ຂອງ ຄອສພ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ມອນໄຊ ລາວມົວຊົ່ງ, ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານນາງ ສຸກສະຫວັນ ອິນຄະວິໄລ ເລຂາຊາວໜຸ່ມ ຄອສພ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ຄອສພ 2023 ແລະ ທິດທາງແຜນການ 2024 ໃນຕໍ່ໜ້າ ຊຶ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ. ຄະນະບໍລິຫານງານຊາວໜຸ່ມ ຄອສພ ສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມໃນ ຄວາມຮັບຜິດຊອບຂອງຕົນໄດ້ຮໍ່າຮຽນທິດສະດີ, ແນວທາງຂອງພັກ, ແນວຄິດໄກສອນ ພົມວິຫານ, ວິທະຍາສາດ ເຕັກນິກ, ເຕັກໂນໂລຊີທີ່ກ້າວໜ້າ, ວິຊາສະເພາະ, ວິຊາຊີບ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນຢູ່ເລື້ອຍໆ ເຊັ່ນ: ຝຶກອົບຮົມໄອທີ ຈໍານວນ 14 ສະຫາຍ, ຝຶກອົບຮົມວຽກງານກວດກາ ຈຳນວນ 3 ສະຫາຍ ຍິງ 1 ສະຫາຍ; ຝຶກອົບຮົມໄລຍະສັ້ນ ແລະ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ ຈໍານວນ 5 ສະຫາຍ ຍິງ 2 ສະຫາຍ; ຝຶກອົບຮົມຢູ່ປະເທດອົສຕຣາລີ 1 ສະຫາຍ, ຮຽນທິດສະດີຂັ້ນຕົ້ນ 3 ເດືອນ 17 ສະຫາຍ ຍິງ 8 ສະຫາຍ; ໄປຍົກລະດັບປະລິນຍາໂທຢູ່ ສສ ຫວຽດນາມ ຈໍານວນ 2 ສະຫາຍ, ຈັດຕັ້ງການຂຽນ ແລະ ຂຶ້ນຫ້ອງທົດລອງບັນຍາຍເອກະສານຢູ່ພາຍໃນ ຄອສພ ໄດ້ຈໍານວນ 18 ຄັ້ງ ຈໍານວນ 18 ສະຫາຍ ຍິງ 8 ສະຫາຍ ແລະ ຮຽນພາສາຕ່າງປະເທດດ້ວຍຕົນເອງ ສະມາຊິກຊາວໜຸ່ມ ໄດ້ຕັ້ງໜ້າຮໍ່າຮຽນມູນເຊື້ອ, ປະຫວັດສາດຂອງຊາດ, ຂອງພັກ, ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຮໍ່າຮຽນເອົາແບບແຜນການດໍາລົງຊີວິດທີ່ກ້າວໜ້າຂອງບັນດາທ່ານຜູ້ນໍາ ແລະ ຊາວໜຸ່ມຮຸ່ນກ່ອນ, ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າດ້ວຍການຝຶກຝົນຫຼໍ່ຫຼອມຕົນເອງດ້ວຍໂດຍຜ່ານຄວາມເປັນແບບຢ່າງ ເຮັດໃຫ້ສະມາຊິກຊາວໜຸ່ມຫຼາຍສະຫາຍກາຍ ເປັນພະນັກງານນໍາພາຄຸ້ມຄອງ.
ສະມາຊິກຊາວໜຸ່ມ ຄອສພ ເປັນເຈົ້າການ ແລະ ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ຕັ້ງໜ້າຍົກລະດັບຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ເພື່ອຮັບປະກັນການ ປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ທັງບໍລິການຮັບໃຊ້ ປະຊາຊົນຢ່າງສຸດໃຈ ແລະ ນໍາໃຊ້ເວລາວ່າງ ເພື່ອພັດທະນາຕົນເອງ, ສ້າງເສດຖະກິດຄອບຄົວຂອງຕົນຕາມຄວາມອາດສາມາດ ແລະ ສອດຄ່ອງກັບກົດໝາຍ, ລະບຽບການ, ສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກເປັນລັດຖະ ກອນ, ມີວຽກເຮັດງານທໍາທີ່ໝັ້ນຄົງ ຈຶ່ງຖືເອົາຜົນສໍາເລັດໃນວຽກງານວິຊາສະເພາະເປັນອັນຕົ້ນຕໍ ແລະ ການພັດທະ ນາເສດຖະກິດຄອບຄົວເປັນບັນຫາສໍາຄັນ. ໃນໂມງລັດຖະການໄດ້ຕັ້ງໜ້າເຮັດໜ້າທີ່ວິຊາສະເພາະ, ນອກໂມງການກໍໄປສອນເພີ່ມຢູ່ໂຮງຮຽນ ພາກເອກະຊົນ, ປູກຝັງ-ລ້ຽງສັດ, ຄ້າຂາຍ ຕາມເງື່ອນໄຂຂອງຕົນ, ສະມາຊິກຊາວໜຸ່ມ ແຕ່ລະສະຫາຍເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ທາງດ້ານທິດສະດີ-ແນວທາງ ແລະ ມີຄວາມສາມາດດ້ານວິຊາສະເພາະ ເຊັ່ນ: ການຂຽນເອກະສານ, ຂຽນຂ່າວ, ສັງລວມ ເກັບກຳຫາງສຽງສັງຄົມ, ວາທະສິນໃນການເວົ້າ-ປາຖະກະຖາ, ວຽກງານໄອທີ ແລະ ຂຶ້ນຫ້ອງບັນຍາຍເອກະສານ ດ້ວຍການເຂົ້າຮ່ວມຝຶກອົບຮົມ, ຮຽນດ້ວຍຕົນເອງ ແລະ ຮຽນຜ່ານສື່ໆຕ່າງໆ.
ມາດຕະຖານການຄັດເລືອກ ຄຊປປລ ອີງຕາມບົດແນະນໍາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ສະບັບເລກທີ 333/ລຂ, ລົງວັນທີ 2 ກໍລະກົດ 2021 ແມ່ນມີ 9 ມາດຖານ ແຕ່ເນື່ອງຈາກຄະນະຊາວໜຸ່ມ ຄອສພ ບໍ່ມີວຽກງານເຍົາວະຊົນ ສະນັ້ນ ຈຶ່ງຕີລາຄາແຕ່ 8 ມາດຖານ, ຄຊປປລ ຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 7 ໜ່ວຍຮາກຖານ ຊາວໜຸ່ມທີ່ຂຶ້ນກັບ ຊຶ່ງໄດ້ຮັບການຢັ້ງຢືນ 4 ບຸກ 100%, ດ້ານດີ ແມ່ນເຮັດໃຫ້ກົງຈັກການຈັດຕັ້ງຂອງຄະນະຊາວໜຸ່ມ ຄອສພ ມີຄວາມໜັກແໜ້ນເຂັ້ມແຂງ, ເຮັດໃຫ້ສະມາຊິກຊາວໜຸ່ມຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ, ມີສະຕິຕື່ນຕົວສູງຂຶ້ນ ກວ່າເກົ່າ ໃນການປະກອບສ່ວນເຂົ້າໃນຂະບວນການຂອງຊາວໜຸ່ມ ໂດຍຖືເອົາຂໍ້ແຂ່ງຂັນ 4 ບຸກ ເປັນຂີດໝາຍເພື່ອພັດທະນາຕົນເອງ. ສະມາຊິກຊາວໜຸ່ມ ພັດທະນາຕົນເອງ ແລະ ມີຄວາມຮັບຜິດຊອບສູງຂຶ້ນ ໃນໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ສະມາຊິກຊາວໜຸ່ມມີຄວາມບຸກບືນສ້າງເສດຖະກິດຄອບຄົວຕາມເງື່ອນໄຂ ແລະ ທ່າແຮງ ຂອງຕົນເອງ.
ຕີລາຄາແຕ່ລະດ້ານສາມາດປະຕິບັດໄດ້ຄື: ສະມາຊິກຊາວໜຸ່ມ 4 ບຸກ 113 ສະຫາຍ ຍິງ 46 ສະຫາຍ, ໜ່ວຍຊາວໜຸ່ມ 4 ບຸກ 7 ໜ່ວຍ, ຄະນະຊາວໜຸ່ມ ຄອສພ ບຸກດ້ານແນວຄິດ ຕີລາຄາໄດ້ 98%,  ບຸກດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາ 97%, ບຸກດ້ານວຽກງານການຈັດຕັ້ງຕີລາຄາໄດ້ 98%,  ບຸກດ້ານວິຊາຊີບ-ສ້າງວຽດເຮັດງານທໍາຕີລາຄາໄດ້ 97%. 
ໃນພິທີດັ່ງກ່າວ ໄດ້ຮັບຟັງ ການປະກອບຄໍາເຫັນ ຈາກຊາວໜຸ່ມ ຄອສພ ກັບການປະກອບສ່ວນວຽກງານສຶກສາອົບຮົມການເມືອງແນວຄິດ (ໜ່ວຍຊາວໜຸ່ມຕົວແບບ), ຄອບຄົວຜາສຸກດ້ວຍການສ້າງແຫຼ່ງລາຍຮັບເພີ່ມ (ສະມາ ຊິກຊາວໜຸ່ມຕົວແບບ). ຈາກນັ້ນ ຍັງໄດ້ມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ການປະດັບຫຼຽນຊາວໜຸ່ມຕະລຸມບອນໃຫ້ຄະນະໜ່ວຍຊາວໜຸ່ມ ຄອສພ, ມອບຫຼຽນກາລະນຶກ 65 ປີ ໃຫ້ຄະນະຊາວໜຸ່ມ ຄອສພ, ມອບເງິນຊຸກຍູ້ຊາວໜຸ່ມຕົວແບບ. ຈາກນັ້ນ ທ່ານ ມອນໄຊ ລາວມົວຊົ່ງ ໄດ້ໃຫ້ກຽດໂອ້ລົມ ຊາວໜຸ່ມ ຄອສພ ອີກດ້ວຍ. (ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງປະຊາຊົນລາວ ບັນດາເຜົ່າ ເປັນເຈົ້າຂອງຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງຕົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າເຮັດໃຫ້ພື້ນຖານວັດທະນະທໍາ ຂອງຊາດລາວ ອຸດົມຮັ່ງມີ. ປະຊາຊົນລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະນະທໍອັນດີງາມ ທີ່ເປັນເອກະລັກຂອງຕົນ, ລວມເຂົ້າກັນເອີ້ນວ່າ: “ວັດທະນາທຳແຫ່ງຊາດລາວ” ທີ່ມີຄວາມອຸດົມຮັ່ງມີ ດ້ວຍຫຼາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຢ້ອງຕ່າງໆ, ບຸນປະເພນີ, ການຟ້ອນລຳ, ການຫຼິ້ນດົນຕີ, ການຂັບລຳ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການປຸກເຮືອນ ສ້າງບ້ານຕາມຮີດຄອງປະເພນີ ແລະ ວັດທະນະທຳ ຂອງແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບຳລຸງ ແລະ ຮັກສາ ສຸຂະພາບ ເປັນຕົ້ນ.
ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 2 ສະໄໝທີ IX ຈັດຂຶ້ນໃນວັນທີ 29 ມັງກອນນີ້ ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ, ມີສະຫາຍຮອງເລຂາ, ຄະນະເລຂາທິການ, ກໍາມະການຄະນະບໍລິຫານງານ ສຊປລ, ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ນວ, ແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມອ້ອມຂ້າງ ສຊປລ ເຂົ້າຮ່ວມທັງໝົດ 77 ສະຫາຍ ຍິງ 28 ສະຫາຍ.
ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ພິທີເປີດຫ້ອງຂາຍລົດ ຮາໂມນີໄອຄາບີວາຍດີ (Harmony ICAR BYD 4S Store) ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລິວເສ່ຍລ່ຽງ Liu Xueliang ຜູ້ອຳນວຍການຝ່າຍຂາຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດ BYD, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄໍາ ເປັນໜຶ່ງຜະລິດຕະພັນລາວທີ່ມີເອະລັກສະເພາະ ແລະ ຮັກສາລົດຊາດທີ່ເປັນເອກະລັກແຈ່ວບອງຊຽງຂວາງແທ້ 100% ທີ່ນໍາມາວາງຂາຍຮ່ວມໃນງານເທດສະການອາຫານລາວ ປີ 2026 ເພື່ອໃຫ້ຜູ້ມາທ່ຽວໃນງານໄດ້ຊີມ ແລະ ຊື້ໄປຮັບປະທານໄວ້ຍາວນານ.
ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ແຂວງຫົວພັນ ໃນວັນທີ 28 ມັງກອນນີ້ ທີ່ຫ້ອງວ່າການແຂວງ ຊຶ່ງມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ວັນທີ 1 ກຸມພາ 1956 ແມ່ນວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະ ບຽບວິໄນ ໃນການອອກແຮງງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ມີສີມືແຮງງານທີ່ດີ ປະກອບສ່ວນເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຕັ້ງໜ້າປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ໃນວັນທີ 28 ມັງກອນ ນີ້ ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານຄະນະພັກກະຊວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງເມືອງນາຊາຍທອງ ສຳເລັດຊຸດຝຶກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ທັງໝົດ 300 ອົງ ໃນວັນ 25 ມັງກອນ ຜ່ານມາ, ໂດຍສາມະເນນ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງທີ່ສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງໄດ້ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ນອກນີ້, ສໍາມະເນນຍັງໄດ້ເຮັດກິດຈະກຳເປັນໝູ່ຄະນະ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ໃຊ້ໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ.
ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ