ພິທີຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຢ່າງເປັນທາງການ

ພິທີຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຢ່າງເປັນທາງການ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ຢ່າງເປັນທາງການ ທີ່ສຳນັກງານນາຍົກລັດຖະມົນຕີ ໃນຕອນເຊົ້າ ທີ 30 ຕຸລາ ນີ້ ເພື່ອສືບຕໍ່ຮັກແໜ້ນ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື.
ພິທີຕ້ອນຮັບຢ່າງເປັນທາງການ, ເລີ່ມຂຶ້ນໂດຍ ທ່ານ ນາຍົກລັດຖະມົນຕີ ສອງທ່ານ ໄດ້ໄປຢືນຢູ່ແທນກຽດຕິຍົດ ຊຶ່ງສອງຝ່າຍໄດ້ພ້ອມກັນເຄົາລົບທຸງຊາດ ໂດຍມີກອງດຸລິຍາງ ບັນເລງເພງຊາດໄທ ແລະ ເພງຊາດລາວ ຕາມລໍາດັບ. ຫຼັງຈາກນັ້ນ, ຜູ້ບັນຊາກອງກຽດຕິຍົດ ເຂົ້າລາຍງານ ແລະ ຮຽນເຊີນ ທ່ານ ນາຍົກລົງຈາກແທ່ນກຽດຕິຍົດ ແລະ ທ່ານ ນາຍົກລັດຖະມົນຕ ແຫ່ງ ສປປ ລາວ ກໍໄດ້ນໍາພາ ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ລົງຈາກແທ່ນກຽດຕິຍົດ; ເມື່ອເຖິງຫົວແຖວກອງກຽດຕິຍົດ, ທ່ານ ເສດຖາ ທະວີສິນ ກໍໄດ້ຂໍ່ານັບທຸງຊາດ ແລ້ວສືບຕໍ່ຍ່າງກວດແຖວກອງກຽດຕິຍົດ.
ໃນພິທີ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ນໍາພາ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທັກທາຍກັບຄະນະທາງການຝ່າຍລາວ ໂດຍມີ ກົມພິທີການທູດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຜູ້ແນະນໍາ. ໃນໂອກາດດຽວກັນ, ທ່ານ ເສດຖາ ທະວີສິນ ກໍໄດ້ນໍາພາ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັກທາຍກັບ ຄະນະຜູ້ແທນທາງການຝ່າຍໄທ ໂດຍມີກົມພິທີການທູດ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ເປັນຜູ້ແນະນໍາ.
ຈາກນັ້ນ, ພິທີຕ້ອນຮັບຢ່າງເປັນທາງການ ກໍໄດ້ສຳເລັດ ແລະ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະທາງການຂອງສອງຝ່າຍ ລາວ - ໄທ ກໍໄດ້ກ້າວເຂົ້າສູ່ພິທີພົບປະ.
ຂ່າວ-ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດເນັ້ນ 7 ບັນຫາໃຫ້ລັດຖະບານຊຸດທີ X ເອົາໃຈໃສ່

ປະທານປະເທດເນັ້ນ 7 ບັນຫາໃຫ້ລັດຖະບານຊຸດທີ X ເອົາໃຈໃສ່

ໃນໂອກາດເຂົ້າຮ່ວມ ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ໃນຕອນເຊົ້າວັນທີ 31 ມີນາຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກ 7 ບັນຫາ ໃຫ້ຄະນະລັດຖະບານຊຸດທີ X ເອົາໃຈໃສ່ຕໍ່ບັນດາວຽກງານຈຳນວນໜຶ່ງ ຄື:
ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X ໄດ້ປິດລົງໃນຕອນເຊົ້າ ວັນທີ 31 ມີນານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍຫຼັງດຳເນີນມາ 2 ວັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X

ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວ່າດ້ວຍການຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ໃນຕອນເຊົ້າ ວັນທີ 30 ມີນານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງຄົບຖ້ວນ.
ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ພິທິເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາທີ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີອະດີດຮອງນາຍົກລັດຖະມົນຕີ; ບັນດາທ່ານລັດຖະມົນຕີ, ເລຂາພັກແຂວງ, ຮອງລັດຖະມົນຕີ, ແຂກຖືກເຊີນ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໂຮງຮຽນ ມັດທະຍົມສຶກສາສົມບູນບ້ານເລົ່າຄຳ

ພິທີມອບ-ຮັບໂຮງຮຽນ ມັດທະຍົມສຶກສາສົມບູນບ້ານເລົ່າຄຳ

ພິທີມອບ-ຮັບໂຮງຮຽນມັດທະຍົມສົມບູນບ້ານເລົ່າຄຳ ເມືອງເຟືອງ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ມີນາ ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານເລຂາພັກແຂວງວຽງຈັນ, ບັນດາທ່ານຮອງລັດຖະມົນຕີ, ທ່ານປະທານຄະນະກຳມະການປົກຄອງແຂວງວຽງຈັນ, ພ້ອມດ້ວຍການນຳເມືອງເຟືອງ, ບັນດາພະແນກການຂອງແຂວງ, ປະທານບໍລິສັັດນິກສັນພັດທະນາບໍ່ແຮ່ ຈຳກັດ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ທ່ານ ນາງ ທຸມ​ມາ​ລີ ວົງ​ພະ​ຈັນ ປະ​ທານ​ກຳ​ມາ​ທິ​ການກົດ​ໝາຍ ແລະ ຍຸ​ຕິ​ທຳ ໄດ້ຊີ້ແ​ຈງ​ຕໍ່​ຄຳ​ຊັກ​ຖາມ ຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສພຊ) ກ່ຽວ​ກັບແຜນ​ການ​ສ້າງ ແລະ ປັບ​ປຸງ​ກົດ​ໝາຍ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ 5 ປີ ( 2026-2030) ຂອງສະພາແຫ່ງຊາດ ຊຸດທີ X ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ທ່ານນາງ ຈັນທະຄອນ ສີອຳພອນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະກອບຄຳເຫັນຕໍ່ທິດທາງແຜນການ 5 ປີ ຕິດພັນກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ (ສພຊ) ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ໃນວັນທີ 26 ມີນາ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານມະຊະໂຕະ ຄັນດະ (Mr. MasatoKanda) ປະທານທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ26 ມີນາ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານທະນາຄານພັດທະນາອາຊີ (ADB) ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ເພີ່ມເຕີມ