ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ

ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ

ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ
ໃນວັນທີ 21 ກໍລະກົດ ນີ້ ທີີ່ຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື (MOU) 3 ຝ່າຍ ລະຫວ່າງ ຄະນະປະຕິຮູບລັດວິສາຫະກິດ ຕາງໜ້າໂດຍ ຫ້ອງການຄະນະປະຕິຮູບລັດວິສາຫະກິດ (ຫ້ອງການ ຄປລກ) ຮ່ວມກັບ ສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ກຸ່ມບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ເເອລດີບີ ຈໍາກັດຜູ້ດຽວ (LDB-S), ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (BCEL-KT), ບໍລິສັດຫຼັກ ຊັບ ລາວ-ຈີນ ມະຫາຊົນ (LCS) ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈໍາກັດ (APMLAO).
ພທເຊນບດບນທກການຮວມມ 3 ຝາຍ - image 1
 

 

ພິທີດັັ່ງກ່າວ ຮ່ວມລົງນາມໂດຍ ທ່ານ ໄພເລີດ ພົນບູລົມ ຫົວໜ້າຫ້ອງການຄະນະປະຕິຮູບລັດວິສາຫະກິດ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ, ທ່ານ ສຽວສະຫວາດ ທີລະກຸນຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ນາງ ວິໄລທອງ ທຳມະວົງສາ ຜູ້ອໍານວຍການ ບໍລິສັດຫຼັກຊັບ ແອລດີບີ ຈຳກັດຜູ້ດຽວ, ທ່ານ ນາງ ເພັດສະໄໝ ໄຊຍະມຸງຄຸນຮັກສາການຜູ້ອໍານວຍການ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ທ່ານ ຫວາງ ເວີຍຜູ້ອໍານວຍການ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ, ທ່ານ ສົມພົບ ສັກພັນພະນົມຜູ້ອຳນວຍການ ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ. ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ທັງເປັນຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນການເຊັນ MOU ຄັ້ງນີີ້ ແມ່ນເພື່ອເປັນການຍົກລະດັບ ແລະ ສືບຕໍ່ຂອບເຂດການຮ່ວມມື ຈາກບົດບັນທຶກການຮ່ວມມືສອງຝ່າຍ (MOU) ສະບັບລົງວັນທີ 29 ພຶດສະພາ 2025 ຊຶ່ງການຮ່ວມມືໃນຮອບໃໝ່ນີີ້ ໄດ້ຂະຫຍາຍມາເປັນການຮ່ວມມືສາມຝ່າຍຢ່າງເຕັມຮູບແບບ ເພືີ່ອໃຫ້ສອດຄ່ອງກັບການມອບ-ໂອນວຽກງານຄຸ້ມຄອງວິສາຫະກິດລັດລົງທຶນມາຂຶ້ນກັບ ຫ້ອງການຄະນະປະຕິຮູບລັດວິສາຫະກິດ (ຄປລກ) ໂດຍກົງຕາມແຜນປະຕິຮູບຂອງລັດຖະບານ ໂດຍມີສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ເຂົ້າມາເປັນຝ່າຍທີສາມໃນ MOU ສະບັບໃໝ່ນີີ້ ຖືເປັນທິດທາງອັນສໍາຄັນໃນການເຊືີ່ອມຕໍ່ລະຫວ່າງ ພາກສ່ວນກໍານົດນະໂຍບາຍປະຕິຮູບ (ຄະນະປະຕິຮູບລັດວິສາຫະກິດ ຕາງໜ້າໂດຍຫ້ອງການ ຄປລກ), ພາກສ່ວນຄຸ້ມຄອງກົດລະບຽບຕະຫຼາດທຶນ (ສຄຄຊ) ແລະ ພາກສ່ວນປະຕິບັດງານຕົວຈິງ (ກຸ່ມບໍລິສັດຫຼັກຊັບ).

MOU ໃນຄັ້ງນີີ້ ມີຈຸດປະສົງເພືີ່ອເປັນການສ້າງຄວາມເຂັ້ມແຂງໃຫ້ເເກ່ບັນດາວິສາຫະກິດລັດລົງທຶນ “ລັດວິສາຫະກິດ” ໃນວຽກງານການປະເມີນມູນຄ່າຮຸ້ນ ໃຫ້ກັບບັນດາລັດວິສາຫະກິດ ທີີ່ມີຈຸດປະສົງໃນການປັບປຸງໂຄງສ້າງ ຫຼື ຊອກຫາຄູ່ຮ່ວມຍຸດທະສາດ ລວມທັງວຽກງານການຈັດບຸລິມະສິດໃຫ້ແກ່ບັນດາລັດວິສາຫະກິດທີີ່ມີເງືີ່ອນໄຂ ແລະ ຄວາມພ້ອມ, ປັບປຸງ ແລະ ຊຸກຍູ້ສົ່ງເສີມໃຫ້ແກ່ບັນດາລັດວິສາຫະກິດທີີ່ຄຸ້ມຄອງໂດຍ ຫ້ອງການ ຄປລກ ເພືີ່ອໃຫ້ສາມາດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ຊຶ່ງການຮ່ວມມືໃນຄັ້ງນີີ້ ຈະເປັນການຊ່ວຍໃຫ້ຄະນະປະຕິຮູບລັດວິສາຫະກິດ ໃນການກໍານົດນະໂຍບາຍ ແລະ ລະບຽບການຕ່າງໆ ທີີ່ຕິດພັນກັບການດໍາເນີນທຸລະກິດຂອງວິສາຫະກິດລັດ ລົງທຶນ ແລະ ເປັນການປັບປຸງວິສາຫະກິດລັດລົງທຶນຢ່າງຮອບດ້ານ.

ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າແມ່ນຈະສືບຕໍ່ວຽກງານທີີ່ໄດ້ຈັດຕັ້ງປະຕິບັດໃນໄລຍະທີີ່ຜ່ານມາ ໂດຍອີງຕາມເນືີ້ອໃນຂອບເຂດການຮ່ວມມືກັນໃນບົດບັນທຶກ MOU ເປັນຕົ້ນແມ່ນ: ເປັນທີີ່ປຶກສາດ້ານການເງິນໃຫ້ແກ່ລັດວິສາຫະກິດ ເພືີ່ອກຽມພ້ອມໃນການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ, ການປະເມີນມູນຄ່າຮຸ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຖານະການເງິນ ເພືີ່ອໃຊ້ເປັນບ່ອນອີງພືີ້ນຖານໃນການປັບປຸງໂຄງສ້າງລັດວິສາຫະກິດ ລວມທັງແກ່ຄະນະປະຕິຮູບລັດວິສາຫະກິດ ແລະ ຫ້ອງການ ຄປລກ ໂດຍຜ່ານການຝຶກອົບຮົມແບບເຈາະລຶກ ເພືີ່ອເປັນການສືບຕໍ່ ແລະ ຍົກລະດັບການຮ່ວມມືໃຫ້ມີຄວາມເລິກເຊິ່ງກວ່າເກົ່າ, ທັງສາມຝ່າຍຈຶ່ງໄດ້ຕົກລົງເຫັນດີຮ່ວມກັນສ້າງຂອບການຮ່ວມມືສາມຝ່າຍນີ້ຂຶ້ນ ຊຶ່ງມີກໍານົດໄລຍະເວລາການຮ່ວມມື 3 ປີ (2026-2029).

ຄາດໝາຍຂອງຜົນທີີ່ໄດ້ຮັບໃນການຮ່ວມມືເພືີ່ອຮັບປະກັນໃຫ້ລັດວິສາຫະກິດມີຄວາມເຂັ້ມແຂງ, ຍົກລະດັບການບໍລິຫານຈັດການໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ, ມີຄວາມເປັນມືອາຊີບ ແລະ ຍົກສູງຂີດຄວາມສາມາດໃນການແຂ່ງຂັນ. ເປົ້າໝາຍສູງສຸດຄືການກະກຽມຄວາມພ້ອມໃຫ້ແກ່ບັນດາລັດວິສາຫະກິດໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ແລະ ພັດທະນາຕົນເອງໃຫ້ກາຍເປັນອົງກອນທີີ່ເຂັ້ມແຂງ, ພ້ອມທີີ່ຈະເປັນກໍາລັງແຮງຫຼັກໃນການຂັບເຄືີ່ອນເສດຖະກິດຂອງຊາດ.

(ຂ່າວ: ຕຸໄລເພັດ)


ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ