ພົນເອກ ຈັນສະໝອນ ຈັນຍາລາດເນັ້ນສນຫລເອົາໃຈໃສ່ຫຼາຍບັນຫາ

ພົນເອກ ຈັນສະໝອນ ຈັນຍາລາດເນັ້ນສນຫລເອົາໃຈໃສ່ຫຼາຍບັນຫາ

ພົນເອກ ຈັນສະໝອນ ຈັນຍາລາດເນັ້ນສນຫລເອົາໃຈໃສ່ຫຼາຍບັນຫາ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ)

 

 ຄັ້ງທີ 3 ສະໄໝທີ IV ໃນວັນທີ 12 ກຸມພາຜ່ານມາ ທີ່ກະຊວງປ້ອງກັນປະເທດ ໂດຍມີປະທານ,ຮອງປະທານ, ຄະນະບໍລິຫານງານ ສນຫລ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ຄັ້ງທີ 2 ສະໄໝທີ IV ປະຈຳປີ 2024 ແລະ ທິດທາງວຽກງານປີ 2025, ຮັບຟັງບົດລາຍງານຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາຂອງນັກຮົບເກົ່າປະຈຳປີ 2024 ແລະ ທິດທາງແຜນພັດທະນານັກຮົກເກົ່າປີ 2025. ໃນໄລຍະໜຶ່ງປີຜ່ານມາ ສນຫລ ສາມາດຍາດໄດ້ຜົນງານໃນຫຼາຍດ້ານເປັນຕົ້ນໄດ້ສຸມໃສ່ເຮັດວຽກງານການເມືອງ-ນຳພາແນວຄິດ, ປຸກລະດົມຂົນຂວາຍ,ສຶກສາອົບຮົມນັກຮົບເກົ່າ, ປັບປຸງກົງຈັກການຈັດຕັ້ງສະຫະພັນນັກຮົບເກົ່າແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນໄປຕາມທິດນຳ ຂອງມະຕິກົມການເມືອງສູນກາງພັກ, ພ້ອມດຽວກັນນັ້ນ, ກໍໄດ້ນຳພາກະກຽມ ແລະ ສຳເລັດກອງປະຊຸມໃຫຍ່ຂັ້ນຮາກຖານ, ຂັ້ນເມືອງ; ຂັ້ນແຂວງ ໃນນັ້ນແຂວງອັດຕະປືສຳເລັດແລ້ວ, ສ່ວນແຂວງອື່ນໆກຳລັງຂຸ້ນຂ້ຽວ ແລະ ຈະເປີດຂຶ້ນໃນມໍ່ໆນີ້,ທົ່ວປະເທດມີນັກຮົບເກົ່າທັງໝົດ 64,505 ສະຫາຍ ຍິງ 7,301 ສະຫາຍ ສົມທຽບໃສ່ປີຜ່ານມີຈໍານວນເພີ່ມຂຶ້ນ ຊຶ່ງນັກຮົບເກົ່າທັງໝົດນີ້ໄດ້ຮັບການເບິ່ງແຍງດູແລ,ໄດ້ຮັບການປະຕິບັດນະໂຍບາຍຈາກພັກ-ລັດ ແລະ ສັງຄົມໄດ້ເປັນຢ່າງດີ, ບັນດາຄອບຄົວນັກຮົບເກົ່າກໍໄດ້ຮັບການພັດທະນາດີຂຶ້ນໂດຍການປູກຝັງ, ລ້ຽງສັດ, ຄ້າຂາຍ ແລະ ອື່ນໆ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ໂອ້ລົມຕໍ່ຄະນະພັກ,ຄະນະບໍລິຫານງານສນຫລກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດພົ້ນເດັ່ນໃນໄລຍະຜ່ານມາພ້ອມທັງເນັ້ນໜັກໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນເອົາໃຈໃສ່ຄົ້ນຄວ້າຮູບແບບໂຄສະນາ-ສຶກສາອົບຮົບການເມືອງແນວຄິດ ຕໍ່ສະມາຊິກນັກຮົບເກົ່າໃຫ້ແທດເໝາະ ແລະ ສອດຄ່ອງແຕ່ລະເປົ້າໝາຍ ໃນແຕ່ລະໄລຍະເພື່ອໃຫ້ເຂົາເຈົ້າກໍາໄດ້ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຕົວຈິງ ໂດຍຖືເອົາ 3 ວັນປະຫວັດສາດສຳຄັນຂອງຊາດ, ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນປີ 2025 ນີ້ເປັນການໂຄສະນາປຸກລະດົມນັກຮົບເກົ່າ ກໍຄືປະຊາຊົນລາວບັນດາເຜົ່າໃຫ້ເລິກເຊິ່ງ, ກວ້າງຂວາງ; ສນຫລ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່, ແກ້ໄຂບັນດາຂໍ້ຄົງຄ້າງໃນປີຜ່ານມາໃນຂັ້ນຮາກຖານພັກ ເພື່ອຂົນຂວາຍປຸກລະດົມປະຊາຊົນເຮັດວຽກງານຮາກຖານຊ່ວຍຄະນະພັກຂັ້ນເທິງ; ປັບປຸງເນື້ອໃນ ແລະ ຮູບແບບເຄື່ອນໄຫວນຳພາເຮັດແນວໃດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຍົກສູງບົດບາດ ແລະ ໜ້າທີ່ຂອງສະຫະພັນນັກຮົບເກົ່າ; ເອົາໃຈໃສ່ປະສານສົມທົບແໜ້ນກັບ ບັນດາກະຊວງ, ອົງການຂັ້ນສູນກາງກໍຄືຄະນະພັກອົງການປົກຄອງທ້ອງຖິ່ນ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງ, ເບິ່ງແຍງດູແລ ແລະ ປະຕິບັດນະໂຍບາຍ ຕໍ່ສະມາຊິກນັກຮົບເກົ່າ; ເອົາໃຈໃສ່ໃນການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ມີເນື້ອໃນເລິກເຊິ່ງ, ສອດຄ່ອງ, ຮັບປະກັນເລືອກໄດ້ບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຖືກຕ້ອງ, ມີຄວາມຮູ້-ຄວາມສາມາດໃນການນໍາພາ-ຊີ້ນຳວຽກງານ; ຍູ້ຂະບວນການແຂ່ງຂັນຂອງສະຫະພັນນັກຮົບເກົ່າ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາໃຫ້ເຂົ້າສູ່ລວງເລິກ ຕ້ອງສຸມໃສ່ພ້ອມກັນປະຕິບັດຂໍ້ແຂ່ງຂັນຂອງນັກຮົບເກົ່າໃຫ້ແຂງແຮງ ແລະ ເປັນຂະບວນຟົດຟື້ນ; ເອົາໃຈໃສ່ບຳລຸງ, ຍົກລະດັບ, ກໍ່ສ້າງພະນັກງານ ແລະ ປັບປຸງບູລະນະການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ປະກອບມີພະນັກງານ-ລັດຖະກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບສູງ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ເພີ່ມທະວີວຽກງານກໍ່ສ້າງຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນມູນເຊື້ອກັບສະມາຄົມນັກຮົບເກົ່າຫວຽດນາມ ແລະ ບັນດາປະເທດເພື່ອນມິດ ພາກພື້ນ ແລະ ສາກົນ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ-ລັດ ເພື່ອຍົກສູງບົດບາດຂອງນັກຮົບເກົ່າລາວໃນເວທີພາກພື້ນ ແລະ ສາກົນໃຫ້ສູງຂຶ້ນ, ທັງຮັບປະກັນນຳຜົນປະໂຫຍດຕົວຈິງໃນການພັດທະນາວຽກງານຂອງນັກຮົບເກົ່າໃຫ້ມີບາດກ້າວຫັນປ່ຽນດີຂຶ້ນ.

ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ