ຜົ້ງສາລີ ເອົາໃຈໃສ່ພັດທະນາເຂດຊົນນະບົດ

ຜົ້ງສາລີ ເອົາໃຈໃສ່ພັດທະນາເຂດຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ຜົ້ງສາລີ ເອົາໃຈໃສ່ພັດທະນາເຂດຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ
ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍອົງການປົກຄອງແຂວງທຸກຂັ້ນ ໄດ້ຖືສໍາຄັນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ

 ໂດຍໄດ້ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ ໄປພ້ອມກັບການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ຢ່າງເປັນລະບົບຕໍ່ເນື່ອງ.

ໃນນັ້ນໄດ້ເອົາໃຈໃສ່ການປັບປຸງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກ, ເຂດລຽບຕາມຊາຍແດນ ຊຶ່ງມາຮອດປັດຈຸບັນການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກແລະພັດທະນາຊົນນະບົດທົ່ວແຂວງມີຄວາມຄືບໜ້າຄື: ມີ 6,767 ຄອບຄົວພັດທະນາກວມ18.16% ຂອງຈໍານວນຄອບຄົວໃນທົ່ວແຂວງ, ມີ 31 ບ້ານພັດທະນາກວມ6.11% ຂອງຈໍານວນບ້ານໃນທົ່ວແຂວງ, ໃນປີ 2024 ສາມາດແກ້ໄຂບ້ານທຸກຍາກໄດ້ 17 ບ້ານ ລວມບ້ານພົ້ນທຸກໄດ້ທັງໝົດ 183 ບ້ານ ກວມ 36.38%, ບ້ານທຸກຍາກຍັງເຫຼືອ 324 ບ້ານ (ມະຕິສະພາໃຫ້ຫຼຸດລົງຍັງເຫຼືອ 320ບ້ານ); ໃນປີນີ້ແກ້ໄຂຄອບຄົວທຸກຍາກໄດ້ 833 ຄອບຄົວ ເຮັດໃຫ້ຄອບຄົວພົ້ນທຸກທັງໝົດມີ17,407 ຄອບຄົວ ກວມ 46.73%, ຄອບຄົວທຸກຍາກຍັງເຫຼືອ 19,842 ຄອບຄົວ (ມະຕິສະພາໃຫ້ຫຼຸດລົງຍັງເຫຼືອ 27,876ຄອບຄົວ);ສຸມໃສ່ປະຕິບັດ 16 ມາດຖານເງື່ອນໄຂການສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງໃນຊົນນະບົດໄດ້ 2 ຈຸດຄື: ບ້ານຢໍ້ ເມືອງບຸນເໜືອ ແລະ ບ້ານສິນໄຊ ເມືອງຂວາ ພ້ອມນີ້ສາມາດແກ້ໄຂເມືອງພົ້ນທຸກໄດ້ 1 ເມືອງຄື: ເມືອງບຸນເໜືອ.

ມາຮອດທ້າຍປີ 2024 ບ້ານໃນທົ່ວແຂວງມີເສັ້ນທາງເຂົ້າເຖິງ100% ໃນນີ້ສາມາດທຽວໄດ້ 2 ລະດູເພີ່ມຂຶ້ນ 2 ບ້ານເຮັດໃຫ້ບ້ານທີ່ມີເສັ້ນທາງສາມາດທຽວໄດ້ 2 ລະດູມີ335ບ້ານ ກວມ66.6%ຂອງຈໍານວນບ້ານໃນທົ່ວແຂວງ, 7 ເທດສະບານເມືອງມີນ້ຳປະປາ ພວມສຸມໃສ່ກໍ່ສ້າງນ້ຳປະປາຊຸມຊົນເປົ້າໝາຍຕົວເມືອງນ້ອຍໃນຊົນນະບົດ 5 ຈຸດ, ມີບ້ານ 52 ທີ່ໄດ້ຊົມໃຊ້ນໍ້າປະປາກວມ10.34%ຂອງຈໍານວນບ້ານໃນທົ່ວແຂວງ, ມີ 7,794 ຄົວເຮືອນທີ່ໄດ້ຊົມໃຊ້ນໍ້າປະປາ ກວມ20.62% ຂອງຈໍານວນຄົວເຮືອນໃນທົ່ວແຂວງ;ກໍ່ສ້າງ-ສ້ອມແປງລະບົບຊົນລະປະທານໃຫ້ສາມາດຫົດນໍ້ານາໃນລະດູຝົນໄດ້8,068ເຮັກຕາ ເທົ່າກັບ99.42%ຂອງແຜນການ (ແຜນການ 8,115 ເຮັກຕາ)ແລະລະດູແລ້ງຫົດໄດ້4,396ເຮັກຕາ ເທົ່າກັບ82.17%ຂອງແຜນການ (ແຜນການ 5,350 ເຮັກຕາ);ມີ 362 ບ້ານທີ່ໄດ້ຊົມໃຊ້ຕາຂ່າຍໄຟຟ້າລັດ ກວມ71.97%ຂອງຈໍານວນບ້ານໃນທົ່ວແຂວງ;ມີ 25,335 ຄົວເຮືອນໄດ້ຊົມໃຊ້ໄຟຟ້າກວມເອົາ 68.02% ຂອງຈໍານວນຄົວເຮືອນໃນທົ່ວແຂວງ;ໄດ້ຊຸກຍູ້ຕິດຕາມໂຄງການທີ່ພວມຈັດຕັ້ງປະຕິບັດຕາມເສັ້ນທາງແລວ 11 ສ້າງຈຸດພັກລົດແລະສິ່ງອໍານວຍຄວາມສະດວກຕາມເສັ້ນທາງຫຼວງແຫ່ງຊາດທີ່ຜ່ານແຂວງລວມມີ9ໂຄງການ ມີຄວາມຄືບໜ້າສະເລ່ຍທັງໝົດ29.01%, ກໍ່ສ້າງເສັ້ນທາງຕາມແລວ 22 ລວມມີ9ໂຄງການມີຄວາມຄືບໜ້າສະເລ່ຍທັງໝົດ66.80% ແລະ ກໍ່ສ້າງເສັ້ນທາງຕາມແລວ 4 ທາງອອກສູ່ພາຍນອກລວມມີ 6 ໂຄງການມີຄວາມຄືບໜ້າສະເລ່ຍ 39.58%;ການພັດທະນາ ແລະ ຍົກຍ້າຍເທດສະບານແຂວງມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85% ພວມສຸມໃສ່ປະຕິບັດ 6 ວຽກໄດ້ແກ່: ສຸມໃສ່ປູກຈິດສຳນຶກ, ໄກ່ເກ່ຍຊົດເຊີຍ-ເວນຄືນຜົນກະທົບໃນໂຄງການ, ຈັດປະຕິບັດບັນດາວຽກທີ່ໄດ້ສັນຍາການຄ້າໃນ 200 ລ້ານໂດລາ ໂດຍມີການກຳນົດໜ້າວຽກຄັກແນ່, ພັດທະນາຕາມຜັງເມືອງທີ່ໄດ້ກຳນົດໄວ້, ຄຸ້ມຄອງການປຸກສ້າງທີ່ບໍ່ຖືກຕ້ອງຕາມຜັງເມືອງ ແລະ ພັດທະນາເທດສະບານເກົ່າຢູ່ເມືອງຜົ້ງສາລີ (ດ້ວຍການຫັນໄປສູ່ 3 ຮູບການຄື: (1) ຫັນເປັນສຳນັກງານຫ້ອງການເມືອງຜົ້ງສາລີ, (2) ຫັນໄປຂາຍສິດນຳໃຊ້ ແລະ (3) ໃຫ້ເຊົ່າ ແລະ ສຳປະທານ) ແລະ ກະກຽມເກັບມ້ຽນສິ່ງເສດເຫຼືອຂີ້ເຫຍື້ອຢູ່ເທດສະບານໃໝ່ ແລະ ອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ