ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.
ໃນວັນທີ 8 ພຶດສະພານີ້, ຂະແໜງທ່ອງທ່ຽວຂັ້ນແຂວງ, ເມືອງ ສົບທົບກັບ ຕຳຫຼວດທ່ອງທ່ຽວແຂວງຜົ້ງສາລີ ໄດ້ລົງຕິດຕາມກວດກາ, ຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ ຢູ່ເມືອງບຸນເໜືອ ເທສະບານແຂວງ ຊຶ່ງນຳພາໂດຍທ່ານ ບຸນຈັນ ແກ້ວຈີນດາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີບັນດາທ່ານພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ການລົງເຄື່ອນໄຫວຄັ້ງນີ້, ເພື່ອລົງຕິດຕາມ, ກວດກາ, ຊຸກຍູ້ການບໍລິການຂອງບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ, ໂດຍສະເພາະ ຮ້ານອາຫານ, ທີ່ພັກແຮມ, ເພື່ອແນະນຳໃຫ້ມີການປັບປຸງ ຄຸນນະພາບການບໍລິການ ເພື່ອດືງດູດແຂກມາຊົມໃຊ້ບໍລິການໃຫ້ຫຼາຍຂຶ້ນພາຍໃນເທດສະບານເມືອງບຸນເໜືອ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ຖືກຕ້ອງຕາມພາລະບົດບາດ, ຕາມໜ້າວຽກຕົວຈີງ ແລະ ເພື່ອເປັນບ່ອນອີງໃນການລົງຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ບັນດາຫົວໜ່ວຍຜູ້ປະກອບການທຸລະກິດການທ່ອງທ່ຽວພາຍໃນແຂວງ ໃຫ້ເຂົ້າສູ່ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມນີ້ ກໍເພື່ອຈັດຕັ້ງຜັນຂະຫຍາຍ ຕາມເນື້ອໃນ ທິດທາງແຜນການຂອງພະແນກ ຖວທ ແຂວງໃຫ້ປະກົດຜົນເປັນຈິງ ລວມທັງ ເປັນການປັບປຸງ, ຍົກລະດັບການບໍລິການທາງດ້ານ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ ແລະ ຮ້ານກິນດື່ມ ຢູ່ພາຍໃນເທດສະບານແຂວງຜົ້ງສາລີ ໃຫ້ມີປະສິດທິພາບ ແລະ ເປັນລະບຽບ, ມີຄວາມສະອາດ, ປອດໄພ, ວ່ອງໄວ, ຮັກສາໄດ້ຄວາມສະຫງົບ ແລະ ຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂຂອງການບໍລິການ ໂດຍແນ່ໃສ່ໃນການຮັບປະກັບໃຫ້ແກ່ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວ ແລະ ພັກເຊົ່າຢູ່ພາຍໃນແຂວງຜົ້ງສາລີ.

( ພາບ-ຂ່າວ: ແສງຄໍາ ສາລີວັນ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຟຟ້າຫົງສາ ມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ງວດທີ 1

ໄຟຟ້າຫົງສາ ມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ງວດທີ 1

ໃນວັນທີ 26 ພຶດສະພາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ຈັດພິທີມອບ-ຮັບກອງທຶນຄຸ້ມຄອງ ແລະ ປົກປັກຮັກສາລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ງວດທີ 1 ປີ 2025 ໃຫ້ແກ່ເມືອງເງິນ ມີຈໍານວນ 6 ບ້ານ, ໂດຍການເຂົ້າຮ່ວມຂອງທ່ານ ອິນເນດ ຂຽວສີຟ້າ ຮັກສາການເຈົ້າເມືອງໆເງິນ, ມີທ່ານ ນິກອນ ການປູກ ຄະນະຜູ້ບໍລິຫານສາຍງານພະແນກພັດທະນາສັງຄົມ ບໍລິສັດ ໄຟຟ້າຫົງສາ ຈຳກັດ.
ເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝທີ່ແຂວງສະຫວັນນະເຂດ

ເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝທີ່ແຂວງສະຫວັນນະເຂດ

ກອງປະຊຸມຝຶກອົບຮົມ ແລະເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝເປັນທາງການ(Customs Warehouse Management System: CWMS) ທີ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ທີ່ຫ້ອງປະຊຸມພາສີປະຈຳແຂວງ ໂດຍການເປັນປະທານຂອງທ່ານ ບຸນເພັງ ເຂັມມາລາ ຫົວໜ້າພາສີປະຈຳແຂວງສະຫວັນນະເຂດ ແລະທ່ານ ວິລະກອນ ເກດຕະວົງ ຫົວໜ້າພະແນກຝຶກອົບຮົມ ແລະພັດທະນາບຸກຄະລາກອນ ກົມພາສີ ກະຊວງການເງິນ.
ການຊຸກຍູ້ສົ່ງເສີມປະຊາຊົນປູກເຂົ້ານາແຊງ ຢູ່ແຂວງຫຼວງພະບາງປີນີ້ ລື່ນແຜນການ 2.21%

ການຊຸກຍູ້ສົ່ງເສີມປະຊາຊົນປູກເຂົ້ານາແຊງ ຢູ່ແຂວງຫຼວງພະບາງປີນີ້ ລື່ນແຜນການ 2.21%

ໃນລະດູແລ້ງປີນີ້, ຄະນະນຳ ແລະ ວິຊາການ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ໄດ້ສົ່ງເສີມປະຊາຊົນປູກເຂົ້ານາແຊງ ໃນປີ 2025 ມີເນີ້ອທີ່ປັກດຳ 1,889 ເຮັກຕາ ລື່ນແຜນການ 2.21%. ທ່ານ ບຸນມີ ສະຫວັດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງໄດ້ໃຫ້ສຳພາດວ່າ: ຄຽງຄູ່ກັບການຊຸກຍູ້ສົ່ງເສີມ ການປູກພືດສະບຽງອາຫານປະເພດພືດຜັກ ແລະ ພືດທາດແປ້ງຕ່າງໆ
ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຕົວແບບການຝຶກຊ້ອມຮັບມືໄພພິບັດ

ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຕົວແບບການຝຶກຊ້ອມຮັບມືໄພພິບັດ

ໂດຍ: ສຳນານ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວບ້ານທີ່ອາໄສຢູ່ລຸ່ມເຂື່ອນ, ບັນດາອົງການຈັດຕັ້ງທັງພາກລັດ ແລະ ສາກົນ ໄດ້ຮ່ວມມືກັບບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ໃນການຈັດກິດຈະກຳເຜີຍແຜ່ ແລະ ແຜນຝຶກຊ້ອມສຸກເສີນເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ທີ່ແຂວງເຊກອງ ເມື່ອເດືອນເມສາຜ່ານມານີ້.
ຝຶກອົບຮົມລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ

ຝຶກອົບຮົມລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ

ສະພາແຫ່ງຊາດ ໄດ້ຈັດຕັ້ງການຝຶກອົບຮົມໃນຫົວຂໍ້: “ລັດຖະສະພາທີ່ຄໍານຶງເຖິງບົດບາດ ຍິງ-ຊາຍ”ໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ຂຶ້ນໃນວັນທີ 23-24 ພຶດສະພາ ຜ່ານມາ ທີ່ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການຍຸຕິທໍາປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ
ກິນອາຫານຖືກຫຼັກອານາໄມ ຊ່ວຍຫ່າງໄກຈາກໂຣກໄພໄຂ້ເຈັບ

ກິນອາຫານຖືກຫຼັກອານາໄມ ຊ່ວຍຫ່າງໄກຈາກໂຣກໄພໄຂ້ເຈັບ

ໂດຍ: ແສງຈັນ ການ​ຮັບ​ປະ​ທານອາຫານທີ່​ເປັນ​ປະ​ໂຫຍດມີ​ຄວາມ​ສຳ​ຄັນ​ທີ່​ສຸດເພາະ​ຈະ​ເຮັດ​ໃຫ້ສຸຂະພາບຂອງ​ເຮົາທີ່ແຂງແຮງດີ ແລະ ກໍ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ທຸກ​ຄົນ, ເພື່ອຢາກໃຫ້ມີຊີວິດທີ່ຍືນ​ນານ ຄວນກິນ-ດື່ມອາຫານທີ່ມີໂພຊະນາການທີ່ດີ (ກິນໃຫ້ຄົບ 5 ໝວດໝູ່) ພ້ອມທັງພັກຜ່ອນໃຫ້ພຽງພໍ ແລະ ອອກກໍາລັງກາຍຢ່າງສະໝໍ່າສະເໝີ.
ຢາສູບມີຜົນຕໍ່ແມ່ຍິງຖືພາ ແລະ ລູກໃນທ້ອງແນວໃດ ?  (ເນື່ອງໃນໂອກາດ ວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2025)

ຢາສູບມີຜົນຕໍ່ແມ່ຍິງຖືພາ ແລະ ລູກໃນທ້ອງແນວໃດ ? (ເນື່ອງໃນໂອກາດ ວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2025)

ຮຽບຮຽງ: ຕະວິນຍານ ຜູ້ຍິງຖືພາທີ່ສູບຢາມີໂອກາດລຸລູກ, ເກີດລູກກ່ອນກໍານົດ, ລູກຕາຍໃນຂະນະເກີດ, ເດັກເກີດໃໝ່ມີນໍ້າໜັກຕໍ່າກວ່າປົກກະຕິຫຼາຍກວ່າຜູ້ຍິງຖືພາບໍ່ສູບຢາ.
ສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ

ສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ

ຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນໃນວັນທີ 26 ພຶດສະພານີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ເຂົ້າຮ່ວມມີບັນດາທ່ານໃນຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ບັນດາທ່ານກອງເລຂາ ແລະ ອະນຸກຳມະການຕ່າງໆ ພ້ອມດ້ວຍບັນດາແຂກຖືກເຊີນ.
ຄໍາມ່ວນ ເກັບກ່ຽວເຂົ້ານາແຊງໄດ້ແລ້ວ 7,813 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາແຊງໄດ້ແລ້ວ 7,813 ເຮັກຕາ

ໃນລະດູການຜະລິດເຂົ້ານາແຊງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 14,186 ເຮັກຕາ, ຄາດຄະເນຜົນຜະລິດ 78,896 ໂຕນ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ, ຄາດຄະເນຜົນຜະລິດ 25,840 ໂຕນ; ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ, ຄາດຄະເນຜົນຜະລິດ 53,056 ໂຕນ.
ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງສໍາເລັດໃນເນື້ອທີ່ 9,714 ເຮັກຕາ

ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງສໍາເລັດໃນເນື້ອທີ່ 9,714 ເຮັກຕາ

ໃນລະດູການຜະລິດພືດລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ
ເພີ່ມເຕີມ