ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ
ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຜງສາລ ວາງວໄສທດຮອດປ 2030ຈະສມໃສພດທະນາຕາມ 5 ທາແຮງຫກ - image 1
 

 

ໃນ 5 ທ່າແຮງບົ່ມຊ້ອນປາຍແຫຼມບົນພື້ນຖານທີ່ຕັ້ງພູມສາດອັນເປັນເອກະລັກຂອງແຂວງທີ່ມີຊາຍແດນຕິດຈອດກັບ 3 ປະເທດເພື່ອນມິດຍຸດທະສາດສປ ຈີນ, ສສ ຫວຽດນາມ, ມີຊົນເຜົ່າຫຼາກຫຼາຍເຖິງ 15 ຊົນເຜົ່າ, ມີບັນດາຕົ້ນຊາທຳມະຊາດອາຍຸເກີນ 400 ປີ ແລະ ຊັບພະຍາກອນທຳມະຊາດອຸດົມສົມບູນ. ຄະນະບໍລິຫານງານພັກແຂວງໄດ້ກຳນົດ 5 ທ່າແຮງບົ່ມຊ້ອນປາຍແຫຼມໃນການພັດທະນາໄລຍະ 2026-2030 ດັ່ງນີ້:ທ່າແຮງທີ 1: ການປູກພືດ ແລະ ຕົ້ນໄມ້ອຸດສາຫະກຳ ໄດ້ສຸມໃສ່ພັດທະນາການປູກຝັງພືດ ແລະ ຕົ້ນໄມ້ອຸດສາຫະກຳ ທີ່ເປັນເສດຖະກິດຫຼັກຂອງແຂວງເປັນສິນຄ້າສົ່ງອອກ ໂດຍສະເພາະ ຊາ, ຢາງພາລາ, ໝາກແໜ່ງ, ກາເຟ, ອ້ອຍ, ສາລີ, ໝາກກ້ວຍ. ຄຽງຄູ່ກັບການສ້າງໂຮງງານປຸງແຕ່ງເພື່ອຍົກມູນຄ່າສິນຄ້າຂຶ້ນເປັນຜະລິດຕະພັນສຳເລັດຮູບ; ທ່າແຮງທີ 2 ການລ້ຽງສັດໃຫຍ່ (ງົວ-ຄວາຍ) ເປັນສິນຄ້າຍາດແຍ່ງເອົາຄວາມໄດ້ປຽບຂອງທົ່ງຫຍ້າພູສູງ, ພູມອາກາດເຢັນທີ່ເໝາະສົມກັບການລ້ຽງງົວ, ຄວາຍ ແລະ ດ້ວຍທີ່ຕັ້ງທີ່ມີທ່າແຮງມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ສປ ຈີນຈຶ່ງກຳນົດການລ້ຽງສັດໃຫຍ່ (ງົວ-ຄວາຍ) ໃຫ້ກາຍເປັນສິນຄ້າສົ່ງອອກໄປສູ່ ສປ ຈີນ ແລະ ສສ ຫວຽດນາມ; ທ່າແຮງທີ 3 ການບໍລິການທາງຜ່ານແຂວງມີແລວເສັ້ນທາງສາຍຕັ້ງ ແລະ ສາຍຂວາງ ຈຶ່ງກຳນົດໃຫ້ມີທ່າແຮງຕໍ່ການພັດທະນາຈຸດພັກລົດ, ການບໍລິການດ້ານຕ່າງໆ ຕາມສາຍທາງແລວສາຍຕັ້ງຈາກດ່ານສາກົນລານຕຸ້ຍ ຜ່ານເມືອງຍອດອູ, ເມືອງບຸນເໜືອ, ເມືອງສຳພັນ, ເມືອງຂວາ ຫາໜອງຂຽວ ແຂວງຫຼວງພະບາງ ແລະ ແລວສາຍຂວາງອອກຈາກປະເທດໄທຜ່ານແຂວງບໍ່ແກ້ວ ຫາແຂວງຫຼວງນ້ຳທາ ຜ່ານແຂວງອຸດົມໄຊ ຜ່ານເມືອງບຸນໃຕ້, ເມືອງສຳພັນ, ເມືອງຂວາ, ເມືອງໃໝ່ ແລ້ວອອກສູ່ ສສ ຫວຽດນາມ ຊຶ່ງເຫັນວ່າເປັນທ່າແຮງໃນການພັດທະນາການບໍລິການທາງຜ່ານຂອງແຂວງ;ທ່າແຮງທີ 4 ການສ້າງເຂດເສດຖະກິດພິເສດຕາມທ່າແຮງທີ່ຕັ້ງ ຈຶ່ງໄດ້ກຳນົດການສ້າງເຂດເສດຖະກິດພິເສດຢູ່ດ່ານສາກົນລານຕຸ້ຍ, ດ່ານສາກົນປາງຫົກ ແລະ ຊາຍແດນ 3 ແຈປະເທດ ລາວ-ຈີນ-ຫວຽດນາມ;ທ່າແຮງທີ 5 ການທ່ອງທ່ຽວສຸມໃສ່ພັດທະນາທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໂດຍສະເພາະຕົ້ນຊາມໍຣະດົກ 400 ປີ, ພູແດນດິນ, ຮີດຄອງປະເພນີ 15 ຊົນເຜົ່າ ຕິດພັນກັບການເຊື່ອມໂຍງເສັ້ນທາງທ່ອງທ່ຽວກັບ ສປ ຈີນ, ສສ ຫວຽດນາມ ແລະ ເສັ້ນທາງລົດໄຟລາວ-ຈີນ.

ຜງສາລ ວາງວໄສທດຮອດປ 2030ຈະສມໃສພດທະນາຕາມ 5 ທາແຮງຫກ - image 2
 

ໜຶ່ງໃນຄາດໝາຍໃຫຍ່ດ້ານເສດຖະກິດຊຶ່ງໄດ້ຊຸກຍູ້ເສດຖະກິດຂອງແຂວງໃຫ້ຂະຫຍາຍຕົວໃນລະດັບສະເລ່ຍ 5.5%/ປີ ຂຶ້ນໄປຢ່າງມີຄຸນນະພາບ, ຊຸກຍູ້ສ້າງມູນຄ່າ GDP ໃຫ້ບັນລຸ 56,510 ຕື້ກີບ, GDP ຕໍ່ຫົວຄົນຢ່າງໜ້ອຍ 3,021 ໂດລາ ໃນປີ 2030;ໂຄງປະກອບເສດຖະກິດໃນປີ 2030ໃນນັ້ນຂະແໜງກະສິກຳ-ປ່າໄມ້ ໃຫ້ບັນລຸ 5,513 ຕື້ກີບ ຄິດເປັນ 39.89% ຂອງ GDP, ຂະຫຍາຍສະເລ່ຍ 4.23%/ປີ, ຂະແໜງອຸດສາຫະກຳ: ໃຫ້ບັນລຸ 3,218 ຕື້ກີບ ຄິດເປັນ 23.29% ຂອງ GDP, ຂະຫຍາຍສະເລ່ຍ 6.02%/ປີ, ຂະແໜງບໍລິການ: ໃຫ້ບັນລຸ 4,908 ຕື້ກີບ ຄິດເປັນ 35.52% ຂອງ GDP, ຂະຫຍາຍສະເລ່ຍ 7.44%/ປີ, ຂະແໜງພາສີ-ອາກອນ: ໃຫ້ບັນລຸ 180 ຕື້ກີບ ຄິດເປັນ 1.3% ຂອງ GDP, ຂະຫຍາຍສະເລ່ຍ 6.78%/ປີ.

ຜງສາລ ວາງວໄສທດຮອດປ 2030ຈະສມໃສພດທະນາຕາມ 5 ທາແຮງຫກ - image 3
 

ຄາດໝາຍການລົງທຶນລວມ: ໃນ 5 ປີ (2026-2030) ຄາດວ່າຈະດຶງດູດການລົງທຶນຈາກທຸກແຫຼ່ງທຶນປະມານ 5,943 ຕື້ກີບ ເທົ່າກັບ 11.91% ຂອງ GDP, ໃນນັ້ນ: PIP 477.61 ຕື້ກີບ (8.04%), ODA 252.67 ຕື້ກີບ (4.25%), FDI 3,191.11 ຕື້ກີບ (53.69%), ທຶນທະນາຄານ 1,565.17 ຕື້ກີບ (26.34%) ແລະ ທຶນອື່ນໆ 456.53 ຕື້ກີບ (7.68%).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ