ຜົນການສຳຫຼວດ ຊາວ ສ ເກົາຫຼີ ນອນຫຼັບຫຼຸດລົງ - ຫຼັບຍາກເພີ່ມຂຶ້ນ

ຜົນການສຳຫຼວດ ຊາວ ສ ເກົາຫຼີ ນອນຫຼັບຫຼຸດລົງ - ຫຼັບຍາກເພີ່ມຂຶ້ນ

ຜົນການສຳຫຼວດ ຊາວ ສ ເກົາຫຼີ ນອນຫຼັບຫຼຸດລົງ - ຫຼັບຍາກເພີ່ມຂຶ້ນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ສິງຫາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ໄດ້ເປີດເຜີຍຜົນຂອງການສໍາຫຼວດລ້າສຸດ ຊຶ່ງພົບວ່າໄລຍະເວລາການນອນຫຼັບຂອງຊາວ ສ ເກົາຫຼີ ຫຼຸດລົງເປັນຄັ້ງທໍາອິດໃນປີ 2024. ໂດຍໄລຍະເວລາການນອນຫຼັບສະເລ່ຍປະຈຳວັນຂອງຜູ້ທີ່ມີອາຍຸ 10 ປີຂຶ້ນໄປ ຢູ່ທີ່ 8 ຊົ່ວໂມງ 4 ນາທີ ໃນປີຜ່ານມາ ຊຶ່ງຫຼຸດລົງຈາກ 8 ຊົ່ວໂມງ 12 ນາທີໃນປີ 2019 ແລະ ຫຼຸດລົງຄັ້ງທໍາອິດນັບຕັ້ງແຕ່ເລີ່ມເກັບກໍາຂໍ້ມູນທຸກໆ 5 ປີໃນ 1999.

 

ຂ່າວລາຍງານວ່າ: ຜົນການສຳຫຼວດສະມາຊິກປະມານ 25,000 ຄົນ ຈາກ 12,750 ຄົວເຮືອນ ພົບວ່າ, ອັດຕາສ່ວນຂອງຜູ້ທີ່ມີບັນຫາການນອນຫຼັບຍາກເພີ່ມຂຶ້ນເປັນ 11.9% ຂອງປະຊາກອນທັງໝົດໃນປີ 2024. ໂດຍອັດຕາສ່ວນດັ່ງກ່າວເພີ່ມຂຶ້ນສູງສຸດໃນກຸ່ມຜູ້ທີ່ມີອາຍຸ 60 ປີຂຶ້ນໄປ (19.6%), ຕາມມາດ້ວຍຜູ້ທີ່ມີອາຍຸ 50-59 ປີ (11.1%) ແລະ ຜູ້ທີ່ມີອາຍຸ 40-49 ປີ (8.2%).

ດ້ານຈຳນວນຊົ່ວໂມງເຮັດວຽກສະເລ່ຍຕໍ່ວັນໃນມື້ທຳມະດາຂອງພະນັກງານອາຍຸ 15 ປີຂຶ້ນໄປແມ່ນ 6 ຊົ່ວໂມງ 8 ນາທີ ໃນປີ 2024, ຫຼຸດລົງຈາກ 6 ຊົ່ວໂມງ 23 ນາທີ ໃນປີ 2019. ໂດຍໃນມື້ທຳມະດາ, ພະນັກງານຊາຍເຮັດວຽກສະເລ່ຍ 6 ຊົ່ວໂມງ 36 ນາທີ, ສ່ວນພະນັກງານຍິງ ເຮັດວຽກ ສະເລ່ຍ 5 ຊົ່ວໂມງ 32 ນາທີ.

ທັງນີ້, ສ ເກົາຫຼີ ໄດ້ເລີ່ມໃຊ້ລະບົບອາທິດໜຶ່ງເຮັດວຽກ 52 ຊົ່ວໂມງ ໃນປີ 2018, ໂດຍລະບົບດັ່ງກ່າວຈຳກັດຈຳນວນຊົ່ວໂມງການເຮັດວຽກປົກກະຕິ ຢູ່ທີ່ 40 ຊົ່ວໂມງ ບວກກັບຊົ່ວໂມງເຮັດວຽກລ່ວງເວລາອີກ 12 ຊົ່ວໂມງ.

ຄໍາເຫັນ

ຂ່າວຕ່າງປະເທດ

​ເຢຍ​ລະ​ມັນ​ ອາດ​ຈະ​ເປັນ​ປະ​ເທດ​​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

​ເຢຍ​ລະ​ມັນ​ ອາດ​ຈະ​ເປັນ​ປະ​ເທດ​​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

ຂ່າວສານຊີອາໄອລາຍງານ ຫວ່າງ​ມໍ່ໆ​ມາ​ນີ້ວ່າ: ທ່ານ ​ເຊີ​ເກ ບັ​ສ​ໂກ ຮອງ​ສາ​ສະ​ດາ​ຈານ​​ດ້ານເສດ​ຖະ​ສາດ​​ ມະ​ຫາ​ວິ​ທະ​ຍາ​ໄລ​ບາ​ເຊ​ໂລ​ນາ ​ປະ​ເທດ​ແອັ​ດ​ສະ​ປາຍ ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໜ້ອຍ​ທີ່​ສຸດ​ໃນ​ສັນ​ຍາ​ການ​ຄ້າ​ສະ​ບັບ​ໃໝ່​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ​ ກັບ ສະຫະລັດ ​ອາ​ເມ​ຣິ​ກາ, ສ່ວນ​ເຢຍ​ລະ​ມັນ​ອາດ​ຈະ​ເປັນ​ປະ​ເທດ​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ.
ໂຕໂຍຕ້າ ເພີ່ມກຳລັງການຜະລິດລົດທົ່ວໂລກ

ໂຕໂຍຕ້າ ເພີ່ມກຳລັງການຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ສິງຫາ ຜ່ານມາວ່າ: ບໍລິສັດ ໂຕໂຍຕ້າ ມໍເຕີ ໄດ້ປັບປຸງແຜນເພີ່ມກຳລັງການຜະລິດລົດທົ່ວໂລກ ສຳລັບປີ 2025 ຂຶ້ນເປັນປະມານ 10 ລ້ານຄັນ ຊຶ່ງຖືເປັນຄັ້ງທໍາອິດໃນຮອບ 2 ປີທີ່ໂຕໂຍຕ້າຜະລິດລົດລື່ນກາຍ 10 ລ້ານຄັນ.
ຟີລິບປິນ ມີແຜນຈະໂຈະການນຳເຂົ້າເຂົ້າເປັນການຊົ່ວຄາວ

ຟີລິບປິນ ມີແຜນຈະໂຈະການນຳເຂົ້າເຂົ້າເປັນການຊົ່ວຄາວ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ລັດຖະບານ​ຟີ​ລິບ​ປິນ​ອາດ​ຈະ​ພິຈາລະນາ​ຢຸດຕິ​ການ​ນຳ​ເຂົ້າ​ເຂົ້າ​ເປັນ​ການ​ຊົ່ວຄາວ ​ເພື່ອ​ປົກ​ປ້ອງ​ຊາວ​ກະສິກອນ​ພາຍ​ໃນ​ປະ​ເທດ. ໂດຍກະຊວງ​ກະ​ສິກຳ​ໄດ້​ສະ​ເໜີ​ແຜນການດັ່ງກ່າວ ​ແລະ ຮຽກຮ້ອງ​ໃຫ້​ເພີ່ມ​ອັດຕາ​ພາສີ​ນຳ​ເຂົ້າ​ເຂົ້າ, ​ແຕ່​ຍັງ​ບໍ່​ທັນ​ໄດ້​ກຳນົດ​ເວລາ ແລະ ເງື່ອນ​ໄຂ.
6 ເດືອນຕົ້ນປີນີ້ ລາຍຮັບຈາກການຈໍາໜ່າຍຂອງວິສາຫະກິດຈີນເຕີບໂຕຢ່າງໝັ້ນທ່ຽງ

6 ເດືອນຕົ້ນປີນີ້ ລາຍຮັບຈາກການຈໍາໜ່າຍຂອງວິສາຫະກິດຈີນເຕີບໂຕຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ສິງຫາ ຜ່ານມາວ່າ: ອີງຕາມໂຕເລກຂໍ້ມູນຫຼ້າສຸດທີ່ອົງການສ່ວຍສາອາກອນແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: 6 ເດືອນຕົ້ນປີນີ້, ລາຍຮັບຈາກການຈໍາໜ່າຍຂອງວິສາຫະກິດໃນທົ່ວປະເທດຈີນໄດ້ຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງ, ຂະນະທີ່ການພັດທະນາອຸດສາຫະກໍາການຜະລິດຂອງຈີນໄດ້ຮັບການຍົກລະດັບໃຫ້ມີຄຸນນະພາບສູງຂຶ້ນບົນພື້ນຖານຄວາມໝັ້ນທ່ຽງ.
ຫວຽດນາມ ຈັດກອງປະຊຸມຄະນະຊີ້ນໍາການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ

ຫວຽດນາມ ຈັດກອງປະຊຸມຄະນະຊີ້ນໍາການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ສິງຫາ ຜ່ານມານີ້, ທ່ານ ຟ້າມມິງຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ. ກອງປະຊຸມດັ່ງກ່າວຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ທີ່ ນະຄອນຫຼວງຮ່າໂນ້ຍ ແລະ ເຊື່ອມຕໍ່ທາງໄກກັບແຂວງ, ນະຄອນ ແລະ ບັນດາມະຫາວິທະຍາໄລ, ສະຖາບັນ, ເຂດອຸດສາຫະກຳເຕັກໂນໂລຊີສູງຈຳນວນໜຶ່ງ.
ນູແວນເຊລັງ ວາງແຜນເກັບຄ່າທຳນຽມສະຖານທີ່ທ່ອງທ່ຽວທີ່ນິຍົມ

ນູແວນເຊລັງ ວາງແຜນເກັບຄ່າທຳນຽມສະຖານທີ່ທ່ອງທ່ຽວທີ່ນິຍົມ

ຂ່າວຕ່າງປະເທດລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ນູແວນເຊລັງ (ນິວຊີແລນ) ກຽມເກັບຄ່າທຳນຽມຈາກນັກທ່ອງທ່ຽວຕ່າງປະເທດສູງເຖິງ 40 ໂດລານິວຊີແລນ (24 ໂດລາ) ສຳລັບການເຂົ້າຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເຊັ່ນ: Milford Track ແລະ Mount Cook ເພື່ອສະໜັບສະໜູນການເຕີບໂຕທາງດ້ານເສດຖະກິດຂອງປະເທດ.
ຄອງຊູແອັດ ສ້າງລາຍຮັບໄດ້ 153 ຕື້ໂດລາ

ຄອງຊູແອັດ ສ້າງລາຍຮັບໄດ້ 153 ຕື້ໂດລາ

ຂ່າວຕ່າງປະເທດລາຍງານວ່າ: ໃນທ້າຍເດືອນກໍລະກົດ ຜ່ານມາ, ທ່ານ​ໂອ​ຊາ​ມາ ຣາບີ ປະທານ​ອົງການ​ຄອງ​ຊູແອັດ ຂອງ​ເອຢິບ​ ໄດ້​ເປີດ​ເຜີຍ​ວ່າ, ຄອງຊູແອັດ ​​ສ້າງ​ລາຍ​ຮັບ​ໄດ້ 153 ຕື້​ໂດ​ລາ​ ​ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຂົນສົ່ງຂອງ​ເຮືອ​ປະມານ 1.1 ລ້ານ​ລຳ​ ນັບ​ຕັ້ງແຕ່​ຄອງຊູແອັດເປັນຂອງຊາດ ​ໃນ​ປີ 1956 ຈົນເຖິງປັດຈຸບັນ.
ເສດຖະກິດດີຈີຕອນມາເລເຊຍ ມີທ່າກ້າວເຕີບໂຕຢ່າງວ່ອງໄວ

ເສດຖະກິດດີຈີຕອນມາເລເຊຍ ມີທ່າກ້າວເຕີບໂຕຢ່າງວ່ອງໄວ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກະຊວງ​​ດີ​ຈີ​ຕອນ ມາເລເຊຍ ປະກາດວ່າ, ​ເສດຖະກິດ​ດີ​ຈີ​ຕອນ​ຂອງ​ມາ​ເລ​ເຊຍ​ມີ​ທ່າ​ອ່ຽງ​ເຕີບ​ໂຕ, ​ໂດຍ​ໄດ້​ຮັບຄວາມ​ສົນ​ໃຈ​ຢ່າງຫຼວງຫຼາຍ​ຈາກ​ນັກ​ລົງທຶນ​ຈີນ​ພາຍຫຼັງ​ການ​ຢ້ຽມຢາມ​ຂັ້ນສູງທີ່ປະສົບຜົນສຳເລັດ​​ຫວ່າງບໍ່ດົນມານີ້.
ການສົ່ງອອກ - ນຳເຂົ້າສິນຄ້າ ຂອງຫວຽດນາມ ເພີ່ມຂຶ້ນກວ່າ 16%

ການສົ່ງອອກ - ນຳເຂົ້າສິນຄ້າ ຂອງຫວຽດນາມ ເພີ່ມຂຶ້ນກວ່າ 16%

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕເລກສະຖິຕິໃນເບື້ອງຕົ້ນຂອງກົມພາສີ ກະຊວງການເງິນ ຫວຽດນາມ, ຍອດມູນຄ່າການສົ່ງອອກ - ນໍາເຂົ້າສິນຄ້າ ຂອງ ຫວຽດນາມ ໃນໄຕມາດທີ 1 ເດືອນກໍລະກົດ 2025 (ແຕ່ວັນທີ 1 – 15 ກໍລະກົດ), ບັນລຸ 38.21 ຕື້ກວ່າໂດລາ. ໝາກຜົນດັ່ງກ່າວໄດ້ຍົກຍອດມູນຄ່າສົ່ງອອກ - ນໍາເຂົ້າຂອງ ຫວຽດນາມ ນັບແຕ່ຕົ້ນປີຮອດວັນທີ 15 ກໍລະກົດ ບັນລຸ 470.63 ຕື້ໂດລາ, ເພີ່ມຂຶ້ນ 16.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າສົ່ງອອກຂອງວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸ 329 ຕື້ກວ່າໂດລາ.
ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ  ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

​ ເມືອງ​ບູ​ຮານ​ທີ່​ມີປະ​ຫວັດ​ຄວາມ​ເປັນ​ມາ 1,600 ກວ່າ​ປີ​ໄດ້​ຈົ່ງ​ກຸ່ມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ທີ່​ສືບ​ທອດ​ມາເປັນ​ 9 ລາ​ຊະ​ວົງ​ ໄວ້ຢ່າງ​ລຽນຕິດ​ກັນ​ແບບ​ບໍ່​ຄ່ອຍ​ເຫັນ​ໃນ​ປະ​ຫວັດ​ສາດ​ນັ້ນ​ໃຫ້​ແກ່​ເຈີ້ງ​ຕິ້ງ. ປັດ​ຈຸ​ບັນ, ເມືອງ​ເຈີ້ງ​ຕິ້ງ ​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ນັບ​ຕັ້ງ​ແຕ່​ສະ​ໄໝ​ລາ​ຊະ​ວົງ​ສຸຍ ​ແລະ ​ລາ​ຊະ​ວົງ​ຖັງ 38 ແຫ່ງ, ມີ​ຫົວ​ໜ່ວຍ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ສຳ​ຄັນ​ລະ​ດັບ​ຊາດ​ເຖິງ 10 ແຫ່ງ. ຊຸມ​ປີ​ຜ່ານ​ມາ​ນີ້, ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ​ແຫ່ງ​ນີ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຊົມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.
ເພີ່ມເຕີມ