ພົນລະເມືອງລາວທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງ

ພົນລະເມືອງລາວທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງ

ພົນລະເມືອງລາວທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງ
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບການປະກາດຈຳນວນຜູ້ມີສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຖະແຫຼງຂ່າວກ່ຽວກັບມະຕິຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການປະກາດຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 12 ກຸມພານີ້ ທີ່ສະພາແຫ່ງຊາດ ເພື່ອໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າທົ່ວປະເທດ ແລະ ຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໄດ້ຮັບຊາບຢ່າງທົ່ວເຖິງກັນ ວ່າ: ຜູ້ມີສິດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນທົ່ວປະເທດມີຈຳນວນລວມທັງໝົດ 4,764,384 ຄົນ ຍິງ 2,384,104 ຄົນ. ໃນນີ້ ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງມີຈຳນວນ 23,378 ຄົນ ຍິງ7,828 ຄົນ.

 

ຜູ້ມີສິດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນແຕ່ລະເຂດເລືອກຕັ້ງມີລາຍລະອຽດ ຄື:

1. ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນມີຈໍານວນ 679,952 ຄົນ ຍິງ 339,824 ຄົນ; ໃນນີ້, ລວມທັງຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ; 2. ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີມີຈໍານວນ 124,060 ຄົນ ຍິງ 65,053 ຄົນ; 3. ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ມີຈໍານວນ 136,346 ຄົນ ຍິງ 66,770 ຄົນ; 4. ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຈໍານວນ 228,192 ຄົນຍິງ 111,024 ຄົນ; 5. ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຈໍານວນ 132,290 ຄົນ ຍິງ 65,277 ຄົນ; 6. ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງມີຈໍານວນ 299,857 ຄົນ ຍິງ 148,550 ຄົນ; 7. ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຈໍານວນ 302,711 ຄົນ ຍິງ 145,856 ຄົນ; 8. ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຈໍານວນ 177,694 ຄົນ ຍິງ 79,794 ຄົນ; 9. ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຈໍານວນ 174,419 ຄົນ ຍິງ 83,104 ຄົນ; 10. ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຈໍານວນ 302,420 ຄົນ ຍິງ 145,862 ຄົນ; 11. ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີຈໍານວນ 215,335 ຄົນ ຍິງ 106,373 ຄົນ; 12. ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນມີຈໍານວນ 296,137 ຄົນ ຍິງ 149,036 ຄົນ; 13. ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຈໍານວນ 723,129 ຄົນ ຍິງ 367,702 ຄົນ; 14. ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຈໍານວນ 256,796 ຄົນ ຍິງ 152,832 ຄົນ; 15. ເຂດເລືອກຕັ້ງທີ 15 ແຂວງຈຳປາສັກມີຈໍານວນ 457,302 ຄົນ ຍິງ 231,696 ຄົນ; 16. ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈຳນວນ 87,503 ຄົນ ຍິງ 42,160 ຄົນ; 17. ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີຈໍານວນ 111,878 ຄົນ ຍິງ 54,708 ຄົນ; 18. ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈໍານວນ 58,363 ຄົນ ຍິງ 28,483 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ກ່າວຕື່ມວ່າ: ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າພາຍໃນປະເທດ ແລະ ຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ທີ່ນັບຖື ແລະ ຮັກແພງ

ນັບແຕ່ມື້ນີ້ໄປ ຍັງອີກ 10 ວັນ ກໍຈະແມ່ນວັນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ວັນທີ 22 ກຸມພາ 2026 ນີ້ ແມ່ນເຫດການປະຫວັດສາດ ທີ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າ ທົ່ວທັງຊາດ ລວມທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ, ເປັນຂີດໝາຍສຳຄັນຍິ່ງອີກຄັ້ງໜຶ່ງໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງອຳນາດລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນນາມຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນທຸກຂັ້ນ, ຂ້າພະເຈົ້າ ຂໍຖືເອົາໂອກາດນີ້ຮຽກຮ້ອງໄປຍັງພົນລະເມືອງລາວຜູ້ມີສິດເລືອກຕັ້ງທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສູ່ບາດລ້ຽວໃໝ່,ປະກອບສ່ວນທີ່ສຳຄັນໃນການສ້າງລັດປະຊາທິປະໄຕປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພາປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາ ກໍຄືຊາດລາວເອກະພາບ ກ້າວໄປສູ່ໄລຍະການພັດທະນາດ້ວຍຄຸນນະພາບໃໝ່ ຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ໃຫ້ປະກົດຜົນເປັນຈິງສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ວັນທີ 17 ກັນຍາຜ່ານມາ, ກອງພັນໃຫຍ່ 584 ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າການທະຫານ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ບໍລິສັດ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ ໄດ້ຈັດງານແນະນຳລະບົບ ໂອມີຄໍ (OMICALL) ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມືລະຫວ່າງ ບູເບີ້ ຄອນເນັກ (BUBER CONCERT) ຮ່ວມກັບ ໂອມີຄໍຫວຽດນາມ (OMICALL VIETNAM) ໃນວັນທີ 19 ກັນຍາ ຜ່ານມາ ທີ່ໂຮງແຮມຮໍລິເດອິນ (Holiday Inn) ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ບູລັກ ນັນທະສອນ ປະທານ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ, ທ່ານ ແຮັບປີ້ ສີສົມພອນ ຈາກບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ໄດ້ແບ່ງປັນວິໄສທັດການເຊື່ອມໂຍງລະບົບຂົນສົ່ງ ເພື່ອສະໜັບສະໜູນ ພໍ່ຄ້າ-ແມ່ຄ້າຍຸກໃໝ່ ແລະ ທ່ານ ຫງວຽນ ລິງ ເຍີນ ປະທານ OMI JSC Vietnam, ມີຜູ້ຕາງໜ້າພາກລັດ, ຄະນະຜູ້ບໍລິຫານ, ພາກສ່ວນທຸລະກິດ, ຮ້ານຄ້າອອນລາຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພຽງພໍ.
ປກສ ຫຼວງພະບາງ ມອບເງິນນະໂຍບາຍ ລວມມູນຄ່າ 1 ຕື້ກວ່າກີບ

ປກສ ຫຼວງພະບາງ ມອບເງິນນະໂຍບາຍ ລວມມູນຄ່າ 1 ຕື້ກວ່າກີບ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ຈັດພິທີມອບ-ຮັບເງິນນະໂຍບາຍ ປະຈໍາງວດ 3 ປີ 2026 ຂຶ້ນເມື່ອບໍ່ດົນມານີ້, ທີ່ກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັນໂທ ຕຸ້ຍ ສິດທິຜົນ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄອບຄົວພະນັກງານທີ່ໄດ້ຮັບນະໂຍ ບາຍເຂົ້າຮ່ວມ.
ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ໃນລະຫວ່າງວັນທີ 14-18 ກັນຍາ 2026, ການດໍາເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ທ່ານ ໜໍ່ ວາລີ ເປັນຊົນ ເຜົ່າມົ້ງ ມາຈາກບ້ານຜັກເບືອກ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ມາແບ່ງປັນເລື່ອງລາວຊີວິດຈິງຕໍ່ທີ່ປະຊຸມ ຊຶ່ງໄດ້ຂໍຄວາມຊ່ວຍເຫຼືອ ສປປ ລາວ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໃນການດໍາເນີນການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ. ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຄືໄພຂົ່ມຂູ່ຕໍ່ຊີວິດ, ຄວາມຝັນ ແລະ ເສດຖະກິດຂອງປະຊາຊົນລາວ.
ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ໃນວັນທີ 17 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ມີການຈັດກອງປະຊຸມລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ໃນຄະດີອາຊະຍາກຳສັດປ່າຂ້າມຊາດ ທີ່ຕິດພັນກັບຮ້ານຂາຍເຄື່ອງທີ່ລະນຶກ ພ້ອມທັງວາງແຜນຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນ ໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເດດ ສຸດທະວີໄລ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ພັນເອກ ຂາວພອນ ພົມມະຈັນ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ແລະ ທ່ານ ແສງເພັດ ຮຸ່ງດວງຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ວັນທີ 17 ກັນຍາ 2026 ນີ້ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ຈັດພິທີເບີກຈ່າຍເງິນນະໂຍບາຍອຸດໜູນເທື່ອດຽວ ໃຫ້ແກ່ພະນັກງານປະຕິວັດຜູ້ຍັງມີຊີວິດ ທີ່ມີຜົນງານໃນເມື່ອກ່ອນ, ໂດຍເປັນປະທານຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຜູ້ຕາງໜ້າຈາກພະແນກການຂະແໜງການທີ່ກ່ຽວຂ້ອງ ແລະຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ໃນວັນທີ 17 ກັນຍາ 2026, ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ, ຊຸກຍູ້ວຽກງານ ແລະ ເຮັດວຽກຢູ່ເມືອງຄົງເຊໂດນ ແຂວງສາລະວັນ. ຕ້ອນຮັບ ທ່ານ ປະທານ ສນຊ ແລະ ຄະນະໃນຄັ້ງນີ້ ມີ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງພ້ອມ ພຽງ ຢູ່ທີ່ຫ້ອງວ່າການປົກຄອງເມືອງຄົງເຊໂດນ.
ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ໃນລະຫວ່າງວັນທີ 16-17 ກັນຍາ 2026,ທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ພ້ອມທັງ ຕິດຕາມ, ກວດກາ ເບິ່ງຜົນກະທົບໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ ທ່ານພ້ອມຄະນະນຳ ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ລົງພື້ນທີ່ ບ້ານນາງີ້ວ, ບ້ານບໍ່, ບ້ານແຟນ ແລະ ບ້ານຫົວນໍ້າບາກ ຕາແສງພູໄຊ, ເມືອງໄຊ ທີ່ໄດ້ຮັບຜົນກະທົບນໍ້າໄຫຼຊຸແຮງ ໃນທ້າຍເດືອນ ສິງຫາ 2026 ຜ່ານມາ.
ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ໂຄງການກໍ່ສ້າງເສັ້ນທາງ 450 ປີ ເປັນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ VIII, IX ຂອງສູນກາງພັກ ກ່ຽວກັບການຫັນຊັບສິນເປັນທຶນ ແລະ ປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກ ນະຄອນຫຼວງວຽງຈັນ ທີ່ໄດ້ກໍານົດເອົາ 13 ແຜນງານ 160 ໂຄງການ ແລະ 21 ໂຄງການຈຸດສຸມ ເພື່ອພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ. ໃນໄລຍະນັ້ນ, ແມ່ນແນໃສ່ຍົກລະດັບພື້ນຖານໂຄງລ່າງຂອງເມືອງຫຼວງ ເປັນເທສະບານ ໃຫ້ມີໃບໜ້າໃໝ່, ຮັບໃຊ້ງານມະຫາກໍາຊີເກມ ຄັ້ງທີ 25 ແລະ ງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ.
ເພີ່ມເຕີມ