![]() |
ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ສະແດງອອກໃນແຕ່ລະຂົງເຂດວຽກງານຢ່າງເລິກເຊິ່ງ ແລະ ຮອບດ້ານສອດຄ່ອງກັບແຕ່ລະໄລຍະຂອງການປະຕິວັດດັ່ງນີ້:ແນວຄິດຊີ້ນໍາກ່ຽວກັບວຽກງານກໍ່ສ້າງກໍາລັງປະກອບອາວຸດຍາມໃດເພິ່ນກໍໄດ້ສຸມສະຕິບັນຍາ ເຂົ້າໃນການຄົ້ນຄວ້າວາງແນວທາງ ດ້ານການທະຫານດ້ວຍການດໍາເນີນສົງຄາມປະຊາຊົນ, ການສ້າງກໍາລັງ ປະກອບອາວຸດ, ສ້າງແນວຫຼັງ ແລະ ພື້ນຖານວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບໃນທົ່ວປວງຊົນຮອບດ້ານ; ຊີ້ນໍາການທະຫານ ເພື່ອຕ້ານ ແລະ ຕໍ່ສູ້ກັບລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ແນວຄິດດ້ານການທະຫານດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງກົດເກນຂະຫຍາຍຕົວຂອງການຕໍ່ສູ້ປົດປ່ອຍຊາດ ໃນເງື່ອນໄຂຕົວຈິງຂອງປະເທດຊາດເຮົາ ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງວິທະຍາສາດທີ່ ເປັນມູນເຊື້ອການຕໍ່ສູ້ຂອງຊາດກັບສິ່ງຍອດຍິ່ງດ້ານການທະຫານແມ່ນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງ: ເພິ່ນໄດ້ຖືວຽກງານກໍ່ສ້າງພັກເປັນບັນຫາຕັດສິນທຸກໄຊຊະນະຂອງການປະຕິວັດ; ເພິ່ນໄດ້ໃຫ້ທັດສະນະວ່າ: ພັກເຮົາ ໃນຖານະເປັນພັກກຳອຳນາດ ແມ່ນມີຄວາມຮັບຜິດຊອບໂດຍກົງຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບໃໝ່ໃນປະເທດເຮົາ, ວຽກງານກໍ່ສ້າງພັກເປັນວຽກງານທີ່ມີຄວາມໝາຍສໍາຄັນ, ແມ່ນຄວາມຈໍາເປັນພາວະວິໄສ ທັງເປັນຍຸດທະສາດ, ສິ່ງດັ່ງກ່າວໄດ້ຊີ້ບອກວ່າ ພວກເຮົາຈໍາເປັນຕ້ອງເພີ່ມທະວີການກໍ່ສ້າງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງເຊີດຊູບົດບາດຂອງພັກ ໃຫ້ສົມກັບເປັນແກນນໍາໃນລະບົບການເມືອງ.ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີແນວຄິດລິເລີ່ມປ່ຽນແປງໃໝ່. ແນວຄິດກ່ຽວກັບປ່ຽນແປງໃໝ່ ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນພື້ນຖານ ການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບນະໂຍບາຍປ່ຽນແປງໃໝ່ໃນແຕ່ລະຂົງເຂດ. ໃນນັ້ນ, ແມ່ນປ່ຽນແປງໃໝ່ດ້ານຈິນຕະນາການໃນຂົງເຂດເສດຖະກິດ; ເພິ່ນໄດ້ມີຄວາມກ້າຫານ, ປະດິດສ້າງໃນການໝູນໃຊ້ທິດສະດີຂອງນັກມາກຊິດເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດຂອງປະເທດເຮົາ. ເພື່ອເຮັດໃຫ້ແນວທາງປ່ຽນແປງໃໝ່ດໍາເນີນໄປຢ່າງຖືກຕ້ອງຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້ ທັງຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ ປະທານ ໄກສອນ ພົມວິຫານ ໄດ້ກຳນົດ 6 ຫຼັກການພື້ນຖານ ຂອງການປ່ຽນແປງໃໝ່ຢູ່ປະເທດເຮົາ.ປະທານ ໄກສອນ ພົມວິຫານ ບໍ່ພຽງເປັນຜູ້ຊີ້ນໍາການເປີດກວ້າງການພົວພັນກັບຕ່າງປະເທດ, ເປັນຜູ້ທີ່ເຄື່ອນໄຫວດ້ານການຕ່າງປະເທດ ຢ່າງເອົາການເອົາງານ ຊຶ່ງເວລາໃດ ກໍເປັນແບບຢ່າງດ້ານການກຳແໜ້ນຫຼັກການ ແລະ ຍຸດທະສາດທີ່ວາງອອກ. ພ້ອມກັນນັ້ນ, ກໍມີຄວາມຄ່ອງແຄ້ວນິ້ມນວນໃນດ້ານຍຸດໂທບາຍ ເພື່ອບັນລຸຈຸດປະສົງເປົ້າໝາຍທີ່ວາງໄວ້.
ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາ ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ; ປະທານ ໄກສອນ ພົມວິຫານ ເປັນນັກການເມືອງທີ່ສະຫຼາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ຂອງຊາດລາວພວກເຮົາ, ເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກຳແໜ້ນຫຼັກມູນພື້ນຖານຂອງສັດຈະວິພາກມາກ-ເລນິນ, ກຳສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍຢຶດໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກໍາລັງແຮງຂອງປະຊາຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານຢ່າງຮອບດ້ານ ແລະ ເລິກເຊິ່ງເປັນຕົ້ນຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.
ປະທານ ໄກສອນ ພົມວິຫານ ໄດ້ອອກແຮງຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີ, ບັນດາບົດຮຽນ, ທັງໄດ້ລົງພາກປະຕິບັດຕົວຈິງ; ເພິ່ນຍັງໄດ້ເອົາໃຈໃສ່ຕໍ່ການຍົກລະດັບຄວາມຮູ້ ຄວາມສາມາດ, ເອົາໃຈໃສ່ໃນພາລະກິດ ສ້າງຄົນຮຸ່ນໜຸ່ມໃຫ້ກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກຢ່າງສົມກຽດ, ວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ ເພິ່ນໄດ້ຖືສໍາຄັນ ແລະ ປະຕິບັດຢ່າງເຂັ້ມງວດຢູ່ 3 ປະການຄື: ການຊີ້ນໍາ-ນໍາພາຂອງເພິ່ນຍາມໃດກໍເຮັດເປັນໝູ່ຄະນະ, ໃກ້ຊິດຕິດແທດກັບມະຫາຊົນ, ອີງໃສ່ບົດຮຽນ ແລະ ຫົວຄິດດັດສ້າງຂອງມະຫາຊົນ ເພິ່ນເຄີຍເວົ້າໄວ້ວ່າ: ຕ້ອງຮຽນ, ຂຽນ ແລະ ຮູ້ແລ້ວ ຈຶ່ງມີການກະທໍາປະຕິບັດທີ່ຖືກຕ້ອງ.
ຕະຫຼອດໄລຍະແຫ່ງການເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ; ເພິ່ນເປັນຜູ້ນໍາທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ຮັບຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ, ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.
ປະທານໄກສອນພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວຕະຫຼອດໄປ!

ຄໍາເຫັນ