ຜົນງານທີ່ພົ້ນເດັ່ນ ຂອງສະຫະພັນກໍາມະບານລາວໃນໄລະຜ່ານມາ

ຜົນງານທີ່ພົ້ນເດັ່ນ ຂອງສະຫະພັນກໍາມະບານລາວໃນໄລະຜ່ານມາ
ໂດຍ:ວັນໄຊ ຕະວິນຍານ
ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກໍາມະບານລາວ ກໍໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນໂຄງການດໍາເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະກອບບຸກຄະລາກອນ ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານຢູ່ໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ. 
ສະຫະພັນກໍາມະບານລາວໄດ້ປະກອບສ່ວນໃນພາລະກິດປະຕິວັດ ເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບູນ; ໜ້າທີ່ຕົ້ນຕໍ ຂອງກໍາມະບານເວລານັ້ນແມ່ນໄດ້ລົງກໍ່ສ້າງຮາກຖານຢູ່ບັນດາຫົວໜ່ວຍແຮງງານຈໍານວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານຕ່ໍາແຜ່ນ, ໂຮງງານປຸງແຕ່ງອາຫານ, ໂຮງພິມ, ໄປສະນີ, ການສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ ເພື່ອສຸມໃສ່ປຸກລະດົມຂົນຂວາຍ, ຊຸກຍູ້ມະຫາຊົນເຂົ້າຮ່ວມຂະບວນການຕໍ່ສູ້ໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງໂດຍຢຶດໝັ້ນຕາມແນວທາງນະໂຍບາຍຂອງພັກທີ່ວ່າ: ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ ໂດຍໄດ້ມີຜົນງານແຕ່ລະດ້ານດັ່ງນີ້: 
1) ໄດ້ຄົ້ນຄວ້າ, ປັບປຸງກົດລະບຽບ ຂອງສະຫະພັນກໍາມະບານລາວ; ໄດ້ຮັບຮອງເອົາມື້ສ້າງຕັ້ງສະຫະພັນກໍາມະບານລາວ; ເນື້ອໃນ, ກາໝາຍຂອງກໍາມະບານລາວ; ພ້ອມກັນນັ້ນ, ໄດ້ສຸມໃສ່ກໍ່ສ້າງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານລາວ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຮັກຊາດ, ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີຄວາມຈົງ ຮັກພັກດີຕໍ່ຊາດ, ຕໍ່ພັກ ແລະ ພາລະກິດປະຕິວັດ ຂອງປະຊາຊົນລາວບັນດາເຜົ່າ, ຕໍ່ສູ້ກັບສັດຕູທຸກໂຕຢ່າງອົງອາດກ້າຫານ, ເດັດຂາດບໍ່ຍອມຈໍານົນ, ມີຄວາມສາມັກຄີ ກັບ ເພື່ອນຮ່ວມຊາດ ແລະ ເພື່ອນມິດສາກົນ; 
2) ໄດ້ຄົ້ນຄວ້າ, ສ້າງ, ແລະ ປັບປຸງ ນິຕິກໍາຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານກໍາມະບານເປັນ ຕົ້ນ: ໄດ້ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍກໍາມະບານລາວນັບແຕ່ປີ 2008 ເປັນຕົ້ນມາ; ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນຂອງສະຫະພັນກໍາມະບານລາວ; ປັບປຸງພາລະບົດບາດຂອງສະຫະພັນກໍາມະບານແຕ່ລະຂັ້ນໃຫ້ແທດເໝາະກັບແຕ່ລະໄລຍະ; ນິຕິກໍາຕ່າງໆທີ່ພົວພັນເຖິງສາຍພົວພັນແຮງງານ, ເອກະສານວ່າດ້ວຍການແບ່ງຂັ້ນຄຸ້ມຄອງໃນການເຄື່ອນໄຫວວຽກງານກໍາມະບານ; ນິຕິກໍາກ່ຽວກັບການສ້າງຕັ້ງຫ້ອງການໂຄສະນາໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ແກ່ຜູ້ອອກແຮງງານໄດ້ 9 ແຂວງ;ຜັນຂະຫຍາຍເອກະສານຍຸດທະສາດການປົກປ້ອງທາງສັງຄົມ ຂອງອົງການຈັດ ຕັ້ງກໍາມະບານລາວ; ຄູ່ມືຝຶກອົບຮົມກ່ຽວກັບວຽກງານກໍາມະບານ, ຄູ່ມືສ້າງຄູຝຶກຂອງກໍາມະບານ; ໄດ້ປັບປຸງເນື້ອໃນຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ມາເປັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງພັກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະພັນກໍາມະບານລາວແຕ່ລະຂັ້ນ. 
3). ໄດ້ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມມະຫາຊົນເຂົ້າເປັນສະມາຊິກກໍາມະບານ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ ໂດຍເນັ້ນໃສ່ທຸກພາກສ່ວນທຸລະກິດ ເພື່ອຮັບປະກັນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດທາງ ດ້ານວັດຖຸ ແລະ ຈິດໃຈ; ໄດ້ເອົາໃຈໃສ່ໃນການໂຄສະນາຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານໃຫ້ນັບມື້ນັບຫຼາຍຂຶ້ນ; ໂຄສະນາສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສະຫະພັນກໍາມະບານໃນແຕ່ລະຂັ້ນນັບມື້ເພີ່ມຂຶ້ນທາງດ້ານທຶນ ແລະ ຈໍານວນ ເປັນການສ້າງພື້ນຖານທາງດ້ານເສດຖະກິດ ຂອງກໍາມະບານຕາມທ່າແຮງຂອງແຕ່ລະກົມກອງ, ທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານກໍາມະບານໃນຂອບເຂດທົ່ວປະເທດ, ປັດຈຸບັນມີກອງທຶນ ຈໍານວນ 34 ກອງທຶນ, ມີສະມາຊິກກອງທຶນຈໍານວນ 162.516 ສະຫາຍ, ມີເງິນກອງທຶນທັງໝົດ 45 ຕື້ກວ່າກີບ ຊຶ່ງສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງວຽກງານກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງອົງການຈັດຕັ້ງກໍາມະບານລາວ. ໄດ້ປຸກລະດົມ, ສຶກສາອົບຮົມສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມສາມັກ ຄີປອງດອງໃຫ້ເປັນປຶກແຜ່ນ, ຮັກເຊື້ອແພງຊາດ, ມີຄວາມຕື່ນຕົວ, ມີສະຕິຮັກຊາດ ຕິດພັນກັບການປະຕິບັດລະບຽບກົດໝາຍ; ໃນນີ້, ແມ່ນໄດ້ເລັ່ງໃສ່ຈັດຕັ້ງປະຕິບັດມະຕິ 05 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນໃນໄລຍະໃໝ່ ໃຫ້ມີຜົນສໍາເລັດ ແລະ ຄຸນນະພາບສູງຂຶ້ນ; 
4). ໄດ້ໂຄສະນາຜ່ານສື່ສິ່ງພິມ ແລະ ເອເລັກໂຕນິກ ເປັນຕົ້ນ: ຜະລິດໜັງສືພິມແຮງງານ, ສ້າງມາແກັດວາລະສານ ກໍາມະບານສະບັບພິເສດ ແລະ ປົກກະຕິ, ຜະລິດລາຍການວິທະຍຸ, ຜະລິດລາຍການໂທລະພາບ, ຜະລິດສື່ອອນລາຍ ປະຕິທິນກໍາມະບານ, ພ້ອມດຽວກັນນີ້ ຍັງມີສະຫະພັນກໍາມະບານແຂວງ ໄດ້ຜະລິດລາຍການວິທະຍຸ 13 ແຂວງ, ໂທລະພາບ 1 ແຂວງ ແລະ ສະຫະພັນກໍາມະບານແຂວງ, ນະຄອນ ແລະ ເມືອງ ສາມາດຜະລິດສື່ອອນລາຍ ຂອງຕົນເປັນປົກກະຕິ; 
5). ສະຫະພັນກໍາມະບານລາວໄດ້ປັບປຸງ ການຈັດຕັ້ງຂອງຕົນເປັນແຕ່ລະໄລຍະ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານເຂົ້າສູ່ຂົງເຂດວິສາຫະກິດຂອງລັດ ແລະ ຫົວໜ່ວຍແຮງງານເອກະຊົນ, ເປັນຫົວຈັກຫຼັກແຫຼ່ງໃຫ້ແກ່ຂະບວນ ກໍາມະກອນ ແລະ ຜູ້ອອກແຮງງານ; ການຈັດຕັ້ງກໍາມະບານໄດ້ຮັບການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ; ພ້ອມກັນນັ້ນ, ກໍໄດ້ວາງທິດທາງແຜນການໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຮອບດ້ານ ຕາມຫຼັກການຂອງພັກ; ປັບປຸງພາລະບົດບາດ, ສິດ, ໜ້າທີ່ຂອງກໍາມະບານໃຫ້ສອດຄອງກັບສະພາບຄວາມເປັນຈິງຂອງປະເທດໃນໄລຍະໃໝ່; ໄດ້ບຳລຸງ-ກໍ່ສ້າງທິດສະດີວຽກງານກໍາມະບານ, ຍົກລະດັບສີມືແຮງງານ ແລະ ພັດທະນາວິຊາອາຊີບໃຫ້ແກ່ພະນັກງານກໍາມະບານ ອາຊີບ, ເຄິ່ງອາຊີບ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. 
6). ສະຫະພັນກໍາມະບານລາວໄດ້ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວຢ່າງແທ້ຈິງເປັນຕົ້ນ: ໄດ້ເຂົ້າຮ່ວມການໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງ ດ້ານແຮງງານ ແລະ ໄດ້ທວງຄ່າແຮງງານໃຫ້ຜູ້ອອກແຮງງານ; ນັບແຕ່ປີ 1991 ສະຫະພັນກໍາມະບານລາວໄດ້ຄົ້ນຄວ້າ ແລະ ນໍາສະເໜີປັບປຸງຄ່າແຮງງານຂັ້ນຕໍ່າຂອງກໍາມະກອນ ແລະ ຜູ້ອອກແຮງງານ; ມາຮອດປັດຈຸບັນໄດ້ຮັບການປັບປຸງຄ່າແຮງງານຂັ້ນຕໍ່າ ໄດ້ທັງໝົດ 10 ຄັ້ງ ຈາກ 26.000 ກີບ ຂຶ້ນມາເປັນ 1.600.000 ກີບ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ຕຸລາ 2023 ເປັນຕົ້ນມາ; 
7) ໄດ້ສະເໜີ ແລະ ເປີດນໍາໃຊ້ເບີສາຍດ່ວນ ຂອງສະຫະພັນກໍາມະບານລາວ 1512 ແລະ ຕິດຕັ້ງຕູ້ເກັບກໍາຫາງສຽງ ຈາກສັງຄົມ ຢູ່ 3 ຈຸດ ໃນນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອ, ໃຫ້ຄໍາປຶກສາທາງດ້ານກົດໝາຍ ແລະ ແກ້ໄຂຂໍ້ຂັດແຍ່ງ ແຮງງານ ເກັບກໍາສະພາບແນວຄິດ, ຄວາມຫຍຸ້ງຍາກ ແລະ ການຖືກເອົາລັດເອົາປຽບດ້ານຄ່າແຮງງານ ແລະ ບັນຫາອື່ນໆ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ. 
8) ໄດ້ເອົາໃຈໃສ່ຊີ້ນໍາ ໃນການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກວດກາກໍາມະບານແຕ່ລະຂັ້ນ ໃນການປະຕິບັດກົດໝາຍ, ກົດລະບຽບ, ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ, ແຜນພັດທະນາວຽກງານກໍາມະບານລາວ ແຕ່ລະຄັ້ງ, ກວດກາການນໍາໃຊ້ງົບປະມານ, ຊັບສິນຂອງລັດ, ເງິນບໍາລຸງ, ເງິນກອງທຶນ ແລະ ແຫຼ່ງລາຍຮັບອື່ນໆ ຂອງສະຫະພັນກໍາມະບານລາວ; 
9) ສະຫະພັນກໍາມະບານລາວແຕ່ລະຂັ້ນໄດ້ຕັ້ງຫນ້າຈັດຕັ້ງປະຕິບັດວຽກງານການຕ່າງປະເທດຕາມແນວທາງການຕ່າງ ປະເທດຂອງພັກ, ໄດ້ພົວພັນຮ່ວມມືກັບກໍາມະບານປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ, ອົງການຈັດຕັ້ງສາກົນ; ໄດ້ມີການພົວພັນຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບົດຮຽນຂັ້ນວິຊາການໄປຝຶກອົບຮົມ, ຍົກລະດັບໄລຍະສັ້ນ ແລະ ໄລຍະຍາວຢູ່ບັນດາປະເທດເພື່ອນມິດຍຸດທະສາດ, ສະຫະພັນກໍາມະບານກະຊວງອົງການນະຄອນຫຼວງ ແລະ ກໍໄດ້ພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວ ແລະ ອົງການຈັດຕັ້ງສາກົນເພື່ອຍາດແຍ່ງ ທາງດ້ານວິຊາການ ແລະ ທຶນຮອນມາພັດທະນາວຽກງານກໍາມະບານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ