ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ຜົນງານທີ່ພົ້ນເດັ່ນກົມວັນນະຄະດີ ແລະ ພິມຈຳໜ່າຍ (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024)

ຜົນງານທີ່ພົ້ນເດັ່ນກົມວັນນະຄະດີ ແລະ ພິມຈຳໜ່າຍ  (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024)
ໂດຍ: ຍຸພິນທອງ ທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 5 ສິງຫານີ້ ທີ່ກົມດັ່ງກ່າວໃນໂອກາດວັນສື່ມວນຊົນ

ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ທີ່ຈະໝູນວຽນມາເຖິງນີ້ວ່າ: ວັນທີ 13 ສິງຫາ ເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນທາງປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ເປັນວັນສ້າງຕັ້ງແນວລາວອິດສະຫຼະທັງເປັນວັນສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດ ແລະ ເປັນວັນສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນຄືວັນທີ 13 ສິງຫາ 1950 ນັ້ນຄືທີ່ມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຂອງຊາດລາວຊຶ່ງປີນີ້ຄົບຮອບ 74ປີ ແຫ່ງການສະເຫຼີມສະຫຼອງມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຂອງວຽກງານສື່ມວນຊົນ ແລະ ພິມຈຳໜ່າຍນັບແຕ່ມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວ ແລະ ມີໜັງສືພິມ, ວິທະຍຸ,ໂທລະພາບຢູ່ປະເທດເຮົາຕາມລຳດັບຈົນກ້າວມາຮອດຍຸກສື່ເອເລັກໂຕຣນິກ ແລະ ການພິມຈຳໜ່າຍທາງເອເລັກໂຕຣນິກ(E-book)ສາມາດບໍລິການການອ່ານໄດ້ຢ່າງໄຮ້ຂີດຈຳກັດ.

ວຽກງານພິມຈຳໜ່າຍ ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນໃນຂະແໜງວັດທະນະທຳ ແລະ ການສື່ສານ ຕອບສະໜອງຄວາມຮູ້ຊັບສິນທາງປັນຍາໃຫ້ແກ່ສັງຄົມເພື່ອພັດທະນາຊັບພະຍາກອນມະນຸດ.ກົມວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ເຮັດບົດບາດໜ້າທີ່ຄຸ້ມຄອງ, ປົກປັກຮັກສາ, ສົ່ງເສີມການປະດິດແຕ່ງວັນນະກຳ ພັດທະນາການພິມຈຳໜ່າຍ, ຫໍສະໝຸດ ແລະ ສົ່ງເສີມການອ່ານ. ໃນໄລຍະຜ່ານມາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມວຽກງານວັນນະຄະດີ ແລະ ການພິມຈຳໜ່າຍໃຫ້ມີບາດກ້າວຂະຫຍາຍຕົວເລື້ອຍໆມາ. ປຶ້ມ, ສິ່ງພິມຕ່າງໆເປັນປັດໄຈຊຸກຍູ້ທີ່ແຂງແກ່ນ ໃຫ້ແກ່ການສ້າງວິໄສທັດ ສ້າງສາຍພົວພັນສັງຄົມ ສາມາດສຶກສາອົບຮົມຄຸນສົມບັດ, ແບບແຜນດຳລົງຊີວິດທີ່ປອດໃສໃຫ້ແກ່ຜູ້ອ່ານ, ສ້າງຮຸ່ນສືບທອດທີ່ມີລະດັບວັດທະນະທຳ ແລະ ການສຶກສາຢ່າງຮອບດ້ານ, ທັງສາມາດຈຳກັດບັນຫາ ແລະ ປະກົດການຫຍໍ້ທໍ້ທາງສັງຄົມ ເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ທ່ານກ່າວຕື່ມວ່າ: ຜົນງານທີ່ພົ້ນເດັ່ນໃນປີຜ່ານມາໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ນຳໃຊ້ເປັນເຄື່ອງມືແລະເປັນບ່ອນອີງທີ່ສຳຄັນທາງດ້ານຫຼັກການ, ລະບຽບການແລະມາດຕະການໃນການຄຸ້ມຄອງ, ຕິດຕາມ, ກວດກາວຽກງານການພິມຈຳໜ່າຍເຮັດໃຫ້ວຽກງານພິມຈຳໜ່າຍຂະຫຍາຍຕົວ, ພັດທະນາແລະເຄື່ອນໄຫວຢ່າງແຂງແຮງ.ປັດຈຸບັນ ມີເຖິງ 44 ໂຮງພິມ ແລະ 15 ສຳນັກພິມ, ມີຮ້ານຈຳໜ່າຍປຶ້ມ-ສິ່ງພິມເກີດຂຶ້ນ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ, ມີຂະແໜງຄົ້ນຄວ້າຈັດພິມປຶ້ມການຮຽນ-ການສອນ, ມີປຶ້ມຜົນງານການຄົ້ນຄວ້າຂອງບັນດາຂະແໜງການວິຊາການ, ປຶ້ມແປ, ປຶ້ມວັນນະຄະດີປະເພດຕ່າງໆຈຳນວນຫຼາຍ, ມີອົງການຈັດຕັ້ງເຄື່ອນໄຫວເຮັດວຽກງານພິມຈຳໜ່າຍຄື: ສະມາຄົມການພິມ, ສະມາຄົມນັກປະພັນລາວ,ສະມາຄົມຫໍສະໝຸດລາວ ແລະ ກຸ່ມສຳນັກພິມເກີດຂຶ້ນເພື່ອສົ່ງເສີມຂະແໜງການພິມຈຳໜ່າຍແລະ ສົ່ງເສີມການອ່ານດ້ວຍຫຼາຍຮູບການ, ເປັນຕົ້ນແມ່ນໄດ້ມີການຈັດວາງສະແດງປຶ້ມ(ບຸນປຶ້ມໃຫຍ່) ໄດ້ 4 ຄັ້ງຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ຕ່າງໆ ສາມາດສ່ອງແສງໃຫ້ເຫັນບົດບາດຄວາມໝາຍຄວາມສຳຄັນຂອງປຶ້ມ, ພ້ອມນີ້, ຍັງມີການຈັດງານບຸນມະໂຫລານປຶ້ມແລະສົ່ງເສີມການອ່ານຢູ່ນະຄອນຫຼວງວຽງຈັນ4 ຄັ້ງ, ຢູ່ແຂວງຈຳປາສັກ 1 ຄັ້ງ, ແຂວງຊຽງຂວາງ 2 ຄັ້ງລວມ 7 ຄັ້ງ, ໄດ້ມີການລະດົມປຶ້ມຈາກກຸ່ມສຳນັກພິມຈຳນວນຫຼາຍເພື່ອມອບໃຫ້ບັນດາໂຮງຮຽນຈຳນວນໜຶ່ງຢູ່ບັນດາແຂວງ ແລະມີແຜນຈັດຢູ່ແຂວງຫຼວງພະບາງ, ບັນດາແຂວງໃນທົ່ວປະເທດຕໍ່ໄປເລື້ອຍໆ. ນອກຈາກນີ້, ວຽກງານການພິມຈຳໜ່າຍຍັງໄດ້ມີການຮ່ວມມືກັບເພື່ອນມິດຍຸດທະສາດໂດຍສະເພາະສສ ຫວຽດນາມໃນການຈັດຝຶກອົບຮົມວຽກງານພິມຈໍາໜ່າຍສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລາວ ແລະ ວຽກງານການແລກປ່ຽນ ຈັດພິມປຶ້ມແປດີເດັ່ນຂອງບັນດາສຳນັກພິມຂອງລາວ ແລະ ສຳນັກພິມ ສປຈີນຈຳນວນຫຼາຍຫົວເລື່ອງ, ພ້ອມທັງໄດ້ຮັບການຊຸກຍູ້ການຈັດພິມປຶ້ມນິທານ, ປຶ້ມອ່ານເສີມຂອງບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເພື່ອມອບໃຫ້ຫ້ອງສະໝຸດໂຮງຮຽນສາມັນໃນຂອບເຂດເປົ້າໝາຍຂອງໂຄງການ; ເຄື່ອນໄຫວວຽກງານສົ່ງເສີມການອ່ານຢູ່ບັນດາແຂວງ. ໃນປີ 2024, ວຽກງານການຈັດພິມປຶ້ມສາມາດອອກທະບຽນພິມປຶ້ມໄດ້ 704 ຫົວເລື່ອງມີຈໍານວນ 3.049.549 ຫົວ, ສິ່ງພິມອື່ນໆໄດ້ 319.900 ສະບັບ.ໃນແຕ່ລະປີມີບົດປະພັນວັນນະຄະດີ ປະເພດກະວີ, ເລື່ອງສັ້ນລົງພິມ ແລະ ໂຄສະນາໃນສື່ ແລະ ສິ່ງພິມຕ່າງໆປະມານ 2.000 ບົດ.

ສຳລັບປີນີ້,ໜຶ່ງໃນກິດຈະກຳສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີຂະແໜງການພິມຈຳໜ່າຍໄດ້ຈັດກອງປະຊຸມແລກປ່ຽນບົດຮຽນການຈັດພິມ ແລະ ຈຳໜ່າຍຂຶ້ນໃນວັນທີ 25 ມິຖຸນາຜ່ານມາໂດຍມີບັນດາສຳນັກພິມຢູ່ພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມ. ໂດຍມີແຜນໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ(ສະປັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ໃນລະຫວ່າງເດືອນກັນຍາ 2024 ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ.ຄຽງຄູ່ໄປກັບຜົນສຳເລັດ ແລະ ທ່າແຮງທີ່ມີດັ່ງກ່າວນັ້ນ, ຍັງມີສິ່ງຄົງຄ້າງ ແລະ ທ້າທາຍຄື:ປັດຈຸບັນໄດ້ມີຕົ້ນສະບັບປຶ້ມຄົ້ນຄວ້າວິຊາການຂະແໜງການຕ່າງໆ, ປຶ້ມບົດປະພັນວັນນະຄະດີ, ໜັງສືຜູກໃບລານ,ພັບສາ,ປຶ້ມເກົ່າແກ່ທີ່ບັນທຶກຫຼັກຖານທາງປະຫວັດສາດຂອງຊາດລາວເປັນຈຳນວນຫຼວງຫຼາຍຍັງບໍ່ທັນມີການຈັດພິມເຜີຍແຜ່ຍ້ອນຂາດທຶນພິມ; ຍັງຂາດການລົງທຶນໃສ່ການສ້າງລະບົບບໍລິການຫໍສະໝຸດດີຈີຕອນ ຫຼືບໍລິການ ການອ່ານດ້ວຍອີເລັກໂຕຣນິກເພື່ອຫຼຸດຜ່ອນງົບປະມານຈັດພິມເປັນເຫຼັ້ມ, ຫຼຸດຜ່ອນຄ່າຂົນສົ່ງ ແລະ ຫຼຸດຜ່ອນມົນລະພິດແລະອື່ນໆ.

ໃນຕໍ່ໜ້າວຽກງານພິມຈຳໜ່າຍ ຈະສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການພິມແລະຈຳໜ່າຍໃຫ້ທົ່ວເຖິງ, ປະຕິບັດນະໂຍບາຍສົ່ງເສີມວຽກງານພິມຈຳໜ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວດ້ວຍຫຼາຍຮູບແບບເພື່ອຜະລິດປຶ້ມ, ສິ່ງພິມແລະຈຳໜ່າຍດ້ວຍຮູບການຕ່າງໆລົງສູ່ທ້ອງຖິ່ນຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ນັກຄົ້ນຄວ້າ, ນັກປະພັນ, ນັກປະດິດແຕ່ງຄົ້ນຄວ້າຂຽນປຶ້ມ, ສິ່ງພິມຮັບໃຊ້ແກ່ຫຼາຍເປົ້າໝາຍຍິ່ງຂຶ້ນເພື່ອສະໜອງການຜະລິດຢູ່ໂຮງພິມຂອງພາກລັດ ແລະ ເອກະຊົນພາຍໃນ; ສືບຕໍ່ປັບປຸງນິຕິກຳລຸ່ມກົດໝາຍການຄຸ້ມຄອງວຽກງານການພິມຈຳໜ່າຍ ແລະ ຫໍສະໝຸດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ສະດວກຂຶ້ນ; ສືບຕໍ່ເກັບກຳສະຖິຕິໂຮງພິມ, ຮ້ານພິມ, ຮ້ານຈຳໜ່າຍປຶ້ມ, ຫໍສະໝຸດ, ຫ້ອງສະໝຸດ, ຫ້ອງອ່ານນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນເພື່ອເປັນຂໍ້ມູນວາງແຜນວິໄຈ ແລະ ພັດທະນາວຽກງານການພິມຈຳໜ່າຍໃຫ້ສອດຄ່ອງເໝາະສົມກັບສະພາບການຂະຫຍາຍຕົວຂອງປະເທດເຮົາ.ເຖິງຢ່າງໃດກໍດີ, ເພື່ອເຮັດສໍາເລັດໜ້າທີ່ອັນສໍາຄັນດັ່ງກ່າວອົງການພິມຈໍາໜ່າຍກໍຍັງຕ້ອງການ ການຊ່ວຍເຫຼືອສະໜັບສະໜູນຈາກພາກລັດ, ພາກເອກະຊົນ, ທຸລະກິດ ແລະ ສັງຄົມ ເປັນຕົ້ນການມີນະໂຍບາຍຕໍ່ຂະແໜງການການພິມຈໍາໜ່າຍ ເພື່ອຜ່ອນຜັນຄ່າໃຊ້ຈ່າຍການນຳເຂົ້າອຸປະກອນການຈັດພິມ, ການຜະລິດຂອງບັນດາສຳນັກພິມ, ໂຮງພິມເພື່ອການຈັດພິມປຶ້ມ ແລະ ສິ່ງພິມໃຫ້ຫຼາຍ, ເຮັດໃຫ້ວຽກງານການພິມຈໍາໜ່າຍມີຄວາມເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງໄດ້ຮັບການພັດທະນາມີຄວາມຍືນຍົງ.

ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ຕາງໜ້າໃຫ້ພະນັກງານ-ລັດຖະກອນ, ກໍາມະກອນ, ຜູ້ປະກອບການດ້ານການພິມຈໍາໜ່າຍທຸກພາກສ່ວນຂະແໜງການ ການພິມຈໍາໜ່າຍຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ການນໍາພັກ-ລັດ ແລະ ທຸກພາກສ່ວນໃນສັງຄົມທີ່ໄດ້ປະກອບສ່ວນເຮັດໃຫ້ວຽກງານການພິມຈໍາໜ່າຍ ເຕີບໃຫຍ່ຂະຫຍາຍຕົວຮັບໃຊ້ສັງຄົມມາຕະຫຼອດ 74 ປີ. ຂໍອວຍພອນໄຊອັນປະເສີດແດ່ການນຳພັກ-ລັດທຸກຂັ້ນທຸກພາກສ່ວນ, ອົງການສື່ມວນຊົນ ແລະ ການພິມຈໍາໜ່າຍ, ພະນັກງານ-ລັດຖະກອນ, ກໍາມະກອນ, ຜູ້ປະກອບການດ້ານສື່ມວນຊົນ ແລະ ການພິມຈໍາໜ່າຍ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງບັນດາທ່ານ ປະກອບສ່ວນໃນພາລະກິດປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ