ກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມ

ຜົນສໍາເລັດ ກອງປະຊຸມໃຫຍ່ຊາວໜຸ່ມສມປຊ ຄັ້ງທີ V

ຜົນສໍາເລັດ ກອງປະຊຸມໃຫຍ່ຊາວໜຸ່ມສມປຊ ຄັ້ງທີ V
ໂດຍ ວຽງພັນ ຈິດສະດີ ກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄັ້ງທີV ພາຍຫຼັງດໍາເນີນໄປເປັນເວລາ 1 ມື້ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ເມື່ອບໍ່ດົນມານີ້ທີ່ສະໂມສອນໃຫຍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພາຍໃຕ້ການເປັນປະທານ ຂອງສະຫາຍ ດາວສະຫວັນ ເຄືອມີໄຊ

 

ຄະນະປະຈຳພັກ ຮອງຫົວໜ້າ ສມປຊກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກຫົວໜ້າສມປຊ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ແລະການນຳພັກ-ລັດ, ອະດີດການນຳຊາວໜຸ່ມ, ບັນດາອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້,ມີຜູ້ເຂົ້າຮ່ວມທັງໝົດ 197 ສະຫາຍ, ຍິງ 89 ສະຫາຍ. ໃນນີ້, ມີຜູ້ແທນສົມບູນ 111 ສະຫາຍ,ຍິງ53ສະຫາຍ.ຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນດ້ວຍບັນຍາກາດຟົດຟື້ນ ແລະກົງໄປກົງມາ, ເຮັດໃຫ້ກອງປະຊຸມສໍາເລັດຕາມຈຸດປະສົງທີ່ວາງໄວ້.

ກອງປະຊຸມໄດ້ພ້ອມກັນຄົົ້ນຄວ້າແລະຮັບຮອງເອົາບົດລາຍງານການເມືອງທີ່ສະເໜີໂດຍສະຫາຍ ສົມສີ ຈັນຕະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ.ເນື້ອໃນລາຍງານການເມືອງໄດ້ຕີລາຄາສູງຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ IV. ໃນນັ້ນ, ໄດ້ຕີລາຄາດ້ານດີ,ດ້ານອ່ອນ,ສາເຫດແລະບົດຮຽນການເຄື່ອນໄຫວຽກກງານຜ່ານມາດັ່ງນີ້:

ໜຶ່ງ, ຄະນະຊາວໜຸ່ມໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ ທົ່ວສະຖາບັນ, ອັນໄດ້ເຮັດໃຫ້ສະມາຊິກຊາວໜຸ່ມ ຍາມໃດກໍເປັນກໍາລັງປະຈັນບານໃນການຈັດຕັ້ງປະຕິບັດໜ້າທີ່ຂອງ ສມປຊ,ມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມກະຕືລືລົ້ນສະແຫວງຫາຄວາມກ້າວໜ້າ, ດຸໝັ້ນສຶກສາຮໍ່າຮຽນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາປະເທດຊາດກໍຄືພັດທະນາສະຖາບັນ, ມີຫຼັກໝັ້ນການເມືອງທີ່ໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບຕໍ່ລະບຽບກົດໝາຍຂອງລັດ.

ສອງ, ກົງຈັກການຈັດຕັ້ງຊາວໜຸ່ມໄດ້ຮັບການປັບປຸງຕາມທິດກະທັດຮັດ, ມີປະສິດທິຜົນ, ສະມາຊິກຊາວໜຸ່ມໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ອົງການຈັດຕັ້ງຊາວໜຸ່ມ ໄດ້ກາຍເປັນບ່ອນສ້າງບຸກຄະລະກອນໃຫ້ແກ່ພັກ, ສະມາຊິກຊາວໜຸ່ມໄດ້ຮັບການກໍ່ສ້າງໂດຍຜ່ານຂະບວນການຊາວໜຸ່ມ ແລະຄັດເລືອກເອົາຜູ້ທີ່ມີຄວາມຫ້າວຫັນ, ດີເດັ່ນເພື່ອເຂົ້າຮຽນສະໜັບສະໜູນໄດ້52 ສະຫາຍ, ຍິງ 29 ສະຫາຍ; ຮຽນກົດລະບຽບພັກ 71 ສະຫາຍ, ຍິງ 34 ສະຫາຍ;ເຂົ້າເປັນສະມາຊິກພັກສໍາຮອງ 80 ສະຫາຍ, ຍິງ 38 ສະຫາຍ; ເຂົ້າເປັນສະມາຊິກພັກສົມບູນ 75 ສະຫາຍ, ຍິງ 33 ສະຫາຍ. ສະມາຊິກຊາວໜຸ່ມໄດ້ຮັບການບັນຈຸ, ສັບຊ້ອນ, ມອບຄວາມຮັບຜິດຊອບໃຫ້ດຳລົງຕຳແໜ່ງຂັ້ນຕ່າງໆເຊັ່ນ: ວິຊາການ ເປັນຮອງຫົວໜ້າພະແນກ 23 ສະຫາຍ, ຍິງ 13 ສະຫາຍ; ຮອງຫົວໜ້າພະແນກ ເປັນຫົວໜ້າພະແນກ 9 ສະຫາຍ, ຍິງ 1 ສະຫາຍ; ຫົວໜ້າພະແນກ ເປັນຮອງຫົວໜ້າກົມ 3 ສະຫາຍ, ຍິງ 1 ສະຫາຍ; ຫົວໜ້າກົມເປັນຮອງຫົວໜ້າ ສມປຊ 1 ສະຫາຍ.

ສາມ, ສະມາຊິກຊາວໜຸ່ມສາມາດເສີມຂະຫຍາຍໄດ້ບົດບາດປະຈັນບານໃນການປະຕິບັດວຽກງານການຮຽນ-ການສອນ ໂດຍໄດ້ຂຶ້ນຫ້ອງສອນ ໃນລະບົບຮຽນຕ່າງໆ ດ້ວຍຄວາມເປັນເຈົ້າການ, ສາມາດປະຕິບັດຊົ່ວໂມງສອນ, ເປັນກຳມະການສອບເສັງໄດ້ທັງໝົດ 17.319 ຊົ່ວໂມງ, ແນະນໍາບົດປ້ອງກັນຈົບຊັ້ນ ສໍາເລັດ 260 ຫົວຂໍ້; ປະກອບສ່ວນຂຽນປື້ມຕໍາລາຮຽນໄດ້ຈໍານວນ 20 ວິຊາ.ການຄົ້ນຄວ້າວິທະຍາສາດ, ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາສະຖາບັນ ການຄົ້ນຄວ້າວິທະຍາສາດ ຢູ່ພາຍໃນສະຖາບັນ ສຳເລັດຈຳນວນ 80 ຫົວຂໍ້, ຂຽນບົດຄົ້ນຄວ້າລົງວາລະສານ ຈຳນວນ 117ບົດ.

ສີ່, ຂະບວນການຊາວໜຸ່ມ 4 ບຸກໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງປະກອບສ່ວນໃນການກໍ່ສ້າງສະມາຊິກຊາວໜຸ່ມ,ໄລຍະແຕ່ປີ 2020-2023ຮັບຮອງບັນດາຮາກຖານຊາວໜຸ່ມທີ່ໄດ້ຮັບການປະເມີນເປັນຮາກຖານ 4 ບຸກ ຈໍານວນ 51 ເທື່ອຮາກຖານ; ສາມາດຮັບຮອງເປັນສະມາຊິກ 4 ບຸກໄດ້ 1.537 ສະຫາຍ, ຍິງ 568 ສະຫາຍ. ໃນນັ້ນ, ປະເພດແຂງ1.440 ສະຫາຍ, ຍິງ 546 ສະຫາຍ, ປະເພດກາງ 94 ສະຫາຍ, ຍິງ 23 ສະຫາຍ.

ຈາກຜົນງານການປະກອບສ່ວນດັ່ງກ່າວ, ເຮັດໃຫ້ສະມາຊິກຊາວໜຸ່ມ ໄດ້ຮັບການຍ້ອງຍໍ ຂັ້ນຕ່າງໆ ຈາກລັດຖະບານຄື: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 1 ສະຫາຍ, ຊັ້ນ III ຈໍານວນ 2 ສະຫາຍ; ຫຼຽນກາແຮງງານ ຈຳນວນ 2 ສະຫາຍ, ຍິງ 2 ສະຫາຍ; ໃບຍ້ອງຍໍລັດຖະບານ ຈຳນວນ 13 ສະຫາຍ, ຍິງ 2 ສະຫາຍ, ຫຼຽນກາລະນຶກ 65 ປີ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 114 ສະຫາຍ, ຍິງ 53 ສະຫາຍ, ຍ້ອງຍໍຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ ປະເພດຫຼຽນກາມິດຕະພາບຈຳນວນ 4 ສະຫາຍ, ຍິງ 2 ສະຫາຍ; ສະມາຊິກຊາວໜຸ່ມໄດ້ຍ້ອງຍໍອາຈານສອນດີ-ສອນເກັ່ງປະເພດ I ຈຳນວນ35 ສະຫາຍ, ຍິງ 5 ສະຫາຍ; ປະເພດ II ຈຳນວນ 11 ສະຫາຍ, ຍິງ 4ສະຫາຍແລະປະເພດ III ຈຳນວນ25 ສະຫາຍ, ຍິງ 7 ສະຫາຍ.ນັກສຶກສາຮຽນເກັ່ງ-ມີວິໄນດີ: ປະເພດ I ຈຳນວນ43 ສະຫາຍ, ຍິງ13ສະຫາຍ; ປະເພດ II ຈຳນວນ 147ສະຫາຍ, ຍິງ41ສະຫາຍແລະປະເພດ III ຈຳນວນ129ສະຫາຍ, ຍິງ46 ສະຫາຍ.

ກອງປະຊຸມໄດ້ເປັນເອກະພາບສູງຮັບຮອງເອົາຄາດໝາຍສູ້ຊົນ,ທິດທາງແຜນການເຄື່ອນໄຫວວຽກງານຊາວໜຸ່ມ ປີ 2025-2029ດັ່ງນີ້:

1). ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງສະເໝີຕົນສະເໝີປາຍ ໃນການສຶກສາອົບຮົມການເມືອງ-ແນວຄິດ, ປູກຈິດສຳນຶກທີ່ດີ ແລະກ້າວໜ້າ ໃຫ້ແກ່ສະມາຊິກຊາວໜຸ່ມເຊື່ອມຊຶມກຳແໜ້ນ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ ໂດຍຜ່ານຂະບວນການຊາວໜຸ່ມ ດ້ວຍຮູບແບບ“ເພື່ອນຊ່ວຍເພື່ອນ”, ການສ້າງຕົວແບບຊາວໜຸ່ມ, ຮາກຖານຕົວແບບ ໃຫ້ເປັນຮູບປະທໍາ.

2). ເພີ່ມທະວີຄວາມສາມັກຄີເປັນເອກະພາບ ພາຍໃນຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ນໍາພາເຄື່ອນໄຫວຖືກຕ້ອງຕາມລະບຽບຫຼັກການທີ່ວາງອອກ; ດໍາເນີນຊີວິດການເມືອງຮັບປະກັນໃຫ້ໄດ້ 3 ລັກສະນະຄື: ລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະລັກສະນະຕໍ່ສູ້ ຢ່າງແຂງແຮງ;ເສຍເງິນສະຕິເປັນປົກກະຕິ ແນໃສ່ປັບປຸງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ; ປຸກລະດົມໃຫ້ສະມາຊິກຊາວໜຸ່ມ ທີ່ຮອດເກນອາຍຸ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນວຽກງານຊາວໜຸ່ມຂອງສະຖາບັນ ໃນໄລຍະເວລາໃດໜຶ່ງຕື່ມອີກ ເພື່ອເອົາໃຈໃສ່ວຽກງານຕິດຕາມການເຄື່ອນໄຫວ, ຊ່ວຍເຫຼືອກໍ່ສ້າງມະຫາຊົນ.

3). ປຸກລະດົມ, ຊຸກຍູ້ຊາວໜຸ່ມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຢ່າງແຂງແຮງ, ສ້າງໃຫ້ຄູ-ອາຈານ, ນັກສຶກສາໜຸ່ມ ສາມາດກຳແໜ້ນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງ ຂອງພັກ-ນະໂຍບາຍຂອງລັດ,ຊຸກຍູ້ຂະບວນການແຂ່ງຂັນສອນດີ-ສອນເກັ່ງ, ນັກຮຽນເກັ່ງ-ມີວິໄນດີ, ເຮັດສຳເລັດເໜ້າທີ່ການສຶກສາຮໍ່າຮຽນ, ສາມາດນຳໃຊ້ຄວາມຮູ້, ເພີ່ມຄວາມສາມາດ ເມື່ອຈົບໄປແລ້ວ ເຂົ້າສູ່ວຽກງານຕົວຈິງຢູ່ກົມກອງທ້ອງຖິ່ນຕົນຢ່າງປະດິດສ້າງ, ມີປະສິດທິຜົນສູງຂຶ້ນກວ່າເກົ່າ.ຊຸກຍູ້, ສົ່ງເສີມເຂົ້າໃນການຄົ້ນຄວ້າວິທະຍາສາດ ເປັນຕົ້ນແມ່ນການເຂົ້າຮ່ວມຂຽນປຶ້ມຕໍາລາ, ປຶ້ມແບບຮຽນ, ຂຽນບົດລົງວາລະສານ, ເຂົ້າຮ່ວມໂຄງການຄົ້ນຄວ້າວິທະຍາສາດລະດັບຊາດ, ລະດັບສະຖາບັນ, ຄົ້ນຄວ້າບົດຮຽນການພັດທະນຊາວໜຸ່ມໃຫ້ໄດ້ 2 ຫົວຂໍ້ໃຫຍ່, ຖາມ-ຕອບວິທະຍາສາດ ໃຫ້ໄດ້ 3 ຄັ້ງ.ເພີ່ມທະວີຄວາມເປັນເຈົ້າການຂອງສະມາຊິກຊາວໜຸ່ມ ປະກອບສ່ວນຢ່າງຕັ້ງໜ້າໃນການເຄື່ອນໄຫວວຽກງານບໍລິຫານ, ບໍລິການຮັບໃຊ້ການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ, ນັກສຶກສາ; ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນຳສະຖາບັນ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານພັກ, ພະນັກງານ.

4). ສືບຕໍ່ຊຸກຍູ້ຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ໃຫ້ມີຄວາມຟົດຟື້ນແຂງແຮງກວ່າເກົ່າ, ສ້າງຕົວແບບທາງດ້ານການປະຕິບັດໜ້າທີ່ວິຊາສະເພາະ, ສ້າງເສດຖະກິດ, ແກ້ໄຂຊີວິດການເປັນຢູ່,ຊອກໄດ້ບຸກຄົນດີເດັ່ນ ກາຍເປັນຕົວແບບໃນຖັນແຖວຊາວໜຸ່ມ.

5). ສ້າງໄດ້ບາດກ້າວບຸກທະລຸໃນການພັດທະນາຊາວໜຸ່ມທັງ 3 ດ້ານຄື: ບຸກທະລຸດ້ານການເມືອງ-ແນວຄິດ, ບຸກທະລຸດ້ານວິຊາສະເພາະ ແລະບຸກທະລຸດ້ານພາສາຕ່າງປະເທດ ໂດຍເອົາໃຈໃສ່ການຝຶກອົບຮົມໄລຍະສັ້ນ, ບໍາລຸງຄືນໃໝ່ເປັນຕົ້ນຕໍ, ບໍາລຸງຍົກລະດັບດ້ານວຽກວິຊາສະເພາະ, ທັກສະໃນການສິດສອນ, ການຄົ້ນຄວ້າວິທະຍາສາດ; ບໍາລຸງຍົກລະດັບຄວາມຮູ້ດ້ານຂະບວນການ ແລະການຈັດຕັ້ງຂະບວນການຊາວໜຸ່ມ ໃຫ້ແກ່ບັນດາຮາກຖານຊາວໜຸ່ມ.

6). ເພີ່ມທະວີເປີດກວ້າງການຮ່ວມມື ກັບຄະນະຊາວໜຸ່ມ ທັງພາຍໃນ ແລະຕ່າງປະເທດ ເປັນຕົ້ນແມ່ນການເສີມຂະຫຍາຍການຮ່ວມມືກັບຄະນະຊາວໜຸ່ມ ໂຮ່ຈິມິນ ສະຖາບັນການເມືອງແຫ່ງຊາດຊາດໂຮ່ຈິມິນ, ເຂົ້າຮ່ວມໂຄງການຮ່ວມມື ກັບບັນດາອົງການຈັດຕັ້ງສາກົນ ເພື່ອຍົກສູງຂີດຄວາມສາມາດໃນການສິດສອນ, ການຄົ້ນຄວ້າວິທະຍາສາດ, ວຽກງານຂະບວນການຊາວໜຸ່ມ ຂອງສະມາຊິກຊາວໜຸ່ມສະຖາບັນ; ສຶກສາຄວາມເປັນໄປໄດ້ໃນການສ້າງຊາວໜຸ່ມແຮກສ່ຽວກັບ ຄະນະຊາວໜຸ່ມກະຊວງ, ອົງການ ເພື່ອແນໃສ່ແລກປ່ຽນບົດຮຽນການເຄື່ອນໄຫວຊາວໜຸ່ມ, ຮ່ວມກັນຄົ້ນຄວ້າວິທະຍາສາດ.

7). ເອົາໃຈໃສ່ຄົ້ນຄວ້າ, ກຳນົດແຜນການເຄື່ອນໄຫວຢ່າງເປັນປົກກະຕິ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂຶ້ນແຜນງົບປະມານ ຂອງແຕ່ລະໂຄງການເຄື່ອນໄຫວໃນແຕ່ລະປີໃຫ້ທັນກັບເວລາ ທີ່ຂັ້ນເທິງກຳນົດ; ສືບຕໍ່ສູ້ຊົນສ້າງລາຍຮັບ, ສ້າງກອງທຶນທີ່ມີຄວາມຍືນຍົງເພື່ອໝູນໃຊ້ເຂົ້າໃນການສົ່ງເສີມວຽກງານຊາວໜຸ່ມ. ພ້ອມທັງຕິດຕາມ, ກວດກາຄຸ້ມຄອງລາຍຮັບ-ລາຍຈ່າຍ ເປັນປົກກະຕິ, ຖືກຕ້ອງຕາມລະບຽບການເງິນວາງອອກ, ຮັບປະກັນຄວາມໂປ່ງໃສ ແລະກວດສອບໄດ້.

8). ສຸມໃສ່ຢ່າງແຂງແຮງໃນການປັບປຸງກົງຈັກການຈັດຕັ້ງ ຄະນະກວດກາຄະນະບໍລິຫານງານຊາວໜຸ່ມຂັ້ນສະຖາບັນ ແລະຂັ້ນຮາກຖານ ໃຫ້ຮັບປະກັນລັກສະນະຄົບຖ້ວນ, ກະທັດຮັດ ແລະມີຄວາມເຂັ້ມແຂງ, ເຮັດໜ້າທີ່ພາລະບົດບາດໃຫ້ມີຄຸນນະພາບສູງກາຍເປັນເສນາທິການເຂັ້ມແຂງ ຂອງຄະນະພັກ, ຄະນະຊາວໜຸ່ມແຕ່ລະຂັ້ນ ແລະຖັນແຖວຊາວໜຸ່ມ.

ຜູ້ແທນກອງປະຊຸມເຫັນດີເປັນເອກະພາບກັບບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ ສະໄໝທີ IV ຊຶ່ງໄດ້ເປັນບົດຮຽນອັນສໍາຄັນໃຫ້ ຄະນະບໍລິຫານງານຊາວໜຸ່ມ ສມປຊ ຊຸດທີ Vໃນການຈັດຕັ້ງນໍາພາວຽກງານຊາວໜຸ່ມ.

ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມ ສມປຊ ສະໄໝທີ V ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 11 ສະຫາຍ, ຍິງ 6 ສະຫາຍ ແລະເລືອກໄດ້ຄະນະບໍລິຫານງານຊາວໜຸ່ມ ສມປຊ ຊຸດທີVປະກອບມີ9 ສະຫາຍ, ຍິງ 4 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາເລຂາ, ຮອງເລຂາ ແລະ ຄະນະຊາວໜຸ່ມ ສມປຊ ສະໄໝທີ V ໄດ້ດັ່ງນີ້: 1. ສະຫາຍນາງ ດາວອນ ບຸດທະນຸວົງ ເປັນເລຂາ, 2. ສະຫາຍ ຄໍາໝັ້ນ ພົມມະຈັນ ແລະ ສະຫາຍ ນາງ ລຸນນີ ໄໝທະວີເພັດ ເປັນຮອງເລຂາ.ເລືອກຕັ້ງເອົາຄະນະກວດກາດັ່ງນີ້:1). ສະຫາຍຄໍາໝັ້ນ ພົມມະຈັນເປັນປະທານ, 2). ສະຫາຍພູນສຸກ ສິດທິແສງ ເປັນຮອງ.

ກອງປະຊຸມໃຫຍ່ ຄະນະບໍລິຫານງານຊາວໜຸ່ມ ສມປຊ ຄັ້ງທີV ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງຈາກສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວຊຶ່ງການໂອ້ລົມຂອງສະຫາຍສຸດທີ່ມີເນື້ອໃນ, ມີຄວາມໝາຍສຳຄັນຄົບຖ້ວນເລິກເຊິ່ງ ພວກເຮົາຖືຄຳໂອ້ລົມດັ່ງກ່າວເປັນຄຳສັ່ງ, ເປັນເຂັມທິດເຍືອງທາງ ແລະເປັນການມອບໝາຍຂອງພັກ,ຂອງລັດໃຫ້ຄະນະບໍລິຫານງານຊາວໜຸ່ມ ກໍຄືຜູ້ແທນກອງປະຊຸມນຳໄປຄົ້ນຄວ້າເຊື່ອມຊຶມ ຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ ແລະນຳເອົາຜົນປະໂຫຍດສູງສຸດມາໃຫ້ ສມປຊ ພວກເຮົາ.

ກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນເຊົ້າຂອງວັນດຽວກັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ