ຜົນສໍາເລັດບາງດ້ານໃນການຄຸ້ມຄອງ,ປົກປັກຮັກສາປ່າໄມ້ໃນປີ 2023 ຜ່ານມາໂດຍ:ວັນໄຊ ຕະວິນຍານ

ຜົນສໍາເລັດບາງດ້ານໃນການຄຸ້ມຄອງ,ປົກປັກຮັກສາປ່າໄມ້ໃນປີ 2023 ຜ່ານມາໂດຍ:ວັນໄຊ ຕະວິນຍານ
ໃນໄລຍະປີ 2023 ຜ່ານມາ,ກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດແຜນງານການຄຸ້ມຄອງ,ປົກປັກຮັກສາປ່າໄມ້ ຊຶ່ງສາມາດເຮັດສໍາເລັດບັນດາວຽກງານທີ່ພົ້ນເດັ່ນ ຕາມຄາດໝາຍທີ່ວາງໄວ້.
ທ່ານ  ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ກ່າວວ່າ: ໃນປີຜ່ານມາ, ສິ່ງທີ່ພົ້ນເດັ່ນແມ່ນ,ກົມປ່າໄມ້ໄດ້ສ້າງ ແລະ ປັບປຸງບັນດານິຕິກຳ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ອຸດສາຫະກຳໄມ້ ໄດ້ທັງໝົດ  12 ສະບັບໃນນີ້ ມີ: ກົດໝາຍ 1ສະບັບ, ດຳລັດ 3 ສະບັບ, ຄຳສັ່ງນາຍົກລັດຖະມົນຕີ 1 ສະບັບ,ນິຕິກຳຂັ້ນກະຊວງອອກ ຈຳນວນ 8 ສະບັບ ພ້ອມທັງວາງແຜນຈັດສັນ ແລະ ຄຸ້ມຄອງປ່າໄມ້ຂັ້ນບ້ານ ສໍາເລັດ 147 ບ້ານ ທຽບໃສ່ແຜນການສາມາດຈັດຕັ້ງປະຕິບັດໄດ້ 59% (ແຜນການປີແມ່ນ 240 ບ້ານ), ໃນນີ້ ສ້າງສັນຍາຄຸ້ມຄອງ ແລະ ອະນຸລັກປ່າໄມ້ ຂັ້ນບ້ານໄດ້ທັງໝົດ ຈໍານວນ 361ສັນຍາ, ສ້າງບ້ານພັດທະນາດ້ານປ່າໄມ້ ໄດ້ຈໍານວນ 1 ບ້ານ,ວາງແຜນຈັດສັນທີ່ດິນປ່າໄມ້ຕາມມະຕິ 098/ສພຊ ຄື: ປ່າປ້ອງກັນ 111.520 ເຮັກຕາ, ປ່າສະຫງວນ 21.787ເຮັກຕາ,ປ່າຜະລິດ 288.686ເຮັກຕາ.ໄປຄ່ຽງຄູ່ກັນນີ້,ກົມປ່າໄມ້ຍັງຟື້ນຟູປ່າໄມ້ທຳມະຊາດໄດ້ທັງໝົດ 291.634,04ເຮັກຕາ ເທົ່າກັບ 79% ຂອງແຜນການ (ແຜນການແມ່ນ 369.193 ເຮັກຕາ),ໃນນີ້ ຟື້ນຟູປ່າຢູ່ໃນຂອບເຂດພື້ນທີ່ 3 ປະເພດປ່າເຊັ່ນ:ປ່າປ້ອງກັນ223.968 ເຮັກຕາ;ປ່າສະຫງວນ 85.255ເຮັກຕາ;ປ່າຜະລິດ 59.970 ເຮັກຕາ;ປູກໄມ້ໄດ້ທັງໝົດ 20.446 ເຮັກຕາ(ປະຕິບັດໄດ້ 49% ຂອງແຜນການ), ຟື້ນຟູໄມ້ໂດຍທຳມະຊາດໄດ້ທັງໝົດ 291.634 ເຮັກຕາ (ປະຕິບັດໄດ້ 79% ຂອງແຜນການ) ສາມາດເກັບແກ່ນໄມ້ໄດ້ທັງໝົດ 18.076 ກິໂລ, ປະຕິບັດໄດ້ 87% ຂອງແຜນການ (ແຜນການເກັບແກ່ນໄມ້ ແມ່ນ 20.828 ກິໂລ);ຜະລິດເບ້ຍໄມ້ໄດ້ທັງໝົດ 32.712 ເບ້ຍ ເທົ່າກັບ 108% ຂອງແຜນການ(ແຜນການແມ່ນ 34.905 ເບ້ຍ);ຂຶ້ນທະບຽນສວນປູກໄດ້ທັງໝົດ 8.337,16 ເຮັກຕາ,ປະຕິບັດໄດ້ 43% ຂອງແຜນການ(ແຜນການແມ່ນ 19.155 ເຮັກຕາ); ສ້າງຕັ້ງປ່າປ້ອງກັນໄດ້ 3 ເຂດ ເທົ່າກັບ 16% ຂອງແຜນການ;ສໍາລັບວຽກງານສິນເຊື່ອກາກບອນປ່າໄມ້ ກົມປ່າໄມ້ໄດ້ສໍາເລັດປະເມີນສິນເຊື່ອກາກບອນປ່າໄມ້ ສຳລັບ 6 ແຂວງພາກເໜືອທີ່ລັດຖະບານໄດ້ເຊັນສັນຍາກັບທະນາຄານໂລກ ໃນປີ 2019-2024 ລວມມີ ແຂວງຫົວພັນ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ  ແຂວງບໍ່ແກ້ວ ໄດ້ສິນເຊື່ອກາກບອນທັງໝົດ 3,2 ລ້ານໂຕນກາກບອນທຽບເທົ່າ (tCO2e); ຕົກເປັນມູນຄ່າທັງໝົດ 16 ລ້ານ ໂດລາ(ເປົ້າໝາຍແມ່ນ 3,4 ລ້ານ ໂຕນກາກບອນທຽບເທົ່າ (tCO2e);ສ່ວນການສົ່ງໄມ້ອອກ ແລະ ຜະລິດຕະພັນໄມ້ໃນປີຜ່ານມາ ໄດ້ສົ່ງໄມ້ອອກທັງໝົດ ຈຳນວນ 191.837 ແມັດກ້ອນ, ຕົກເປັນມູນຄ່າສົ່ງອອກຜະລິດຕະພັນ 20.594.278 ໂດລາ.ສົ່ງອອກຖ່ານຂາວ, ເຄື່ອງປ່າຂອງດົງ ແລະ ຢາງພາລາ ຈຳນວນທັງໝົດ 254.910 ໂຕນ, ຕົກເປັນມູນຄ່າ 269.020.938 ໂດລາ, ໃນນີ້ລວມມີເຄື່ອງປ່າຂອງດົງຈໍານວນ 14.106ໂຕນ, ເປັນມູນຄ່າ 6.127.545 ໂດລາ, ຖ່ານຂາວ ຈໍານວນ2.595 ໂຕນ, ເປັນມູນຄ່າ 470.614 ໂດລາ ແລະ ຢາງພາລາຈໍານວນ 238.209 ໂຕນ, ເປັນມູນຄ່າ 262.422.779 ໂດລາ. ເກັບລາຍຮັບເຂົ້າກອງທຶນປົກປັກຮັກສາປ່າໄມ້ ໄດ້ທັງໝົດ 8.019.179.725 ກີບ ທຽບໃສ່ແຜນການສາມາດຈັດຕັ້ງປະຕິບັດໄດ້ 36,67%.ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການຮ່ວມມືກາກບອນປ່າໄມ້ ຈໍານວນ 10 ບໍລິສັດ, ໃນນີ້ໄດ້ສໍາເລັດຂັ້ນຕອນການສຶກສາ ແລະ ໄດ້ເຊັນສັນຍາຮ່ວມມື ລະຫວ່າງລັດ ແລະ ຜູ້ປະກອບການ (MOA) ແລ້ວ ຈໍານວນ 1 ສັນຍາ ຊຶ່ງສ້າງລາຍຮັບໃຫ້ລັດ ຈໍານວນ 1,1 ລ້ານໂດ.
   ທ່ານ ສົມຫວັງ ພິມມະວົງ ກ່າວຕື່ມວ່າ: ເຖິງວ່າຈະມີຄວາມຫຍຸ້ງຍາກພຽງໃດ ກົມປ່າໄມ້ຍັງສູ້ຊົນສ້າງຕັ້ງປ່າປ້ອງກັນແຫ່ງຊາດໄດ້ຈໍານວນ 3 ແຫ່ງຄື: ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າກົງ-ເຊສູ ແຂວງອັດຕະປື, ປ່າປ້ອງກັນແຫ່ງຊາດ ຊາຍແດນລາວ-ໄທ-ກໍາປູເຈຍ ແຂວງຈໍາປາສັກ ແລະ ປ່າປ້ອງກັນແຫ່ງຊາດ ຍອດນໍ້າມ່ວນ-ນໍ້າຍວງ ແຂວງບໍລິຄໍາໄຊ; ຖືວ່າປະຕິບັດໄດ້ 27% ຂອງແຜນການ (ແຜນການປີ 2023 ແມ່ນ 11 ແຫ່ງ); ທົບທວນຄືນຂອບເຂດ ແລະ ເນື້ອທີ່ປ່າປ້ອງກັນແຫ່ງຊາດ ໄດ້ທັງໝົດຈໍານວນ 18 ແຫ່ງ, ສໍາເລັດການທົບທວນຂອບເຂດ ໄດ້ 6 ແຫ່ງຄື: ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າເຊືອງ-ນໍ້າແຊງ ແລະ ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າຄານ ແຂວງຫຼວງພະບາງ, ປ່າປ້ອງກັນແຫ່ງຊາດ ຊາຍແດນລາວ-ໄທ-ກໍາປູເຈຍ ແຂວງຈໍາປາສັກ, ປ່າປ້ອງກັນແຫ່ງຊາດ ຍອດນໍ້າມ່ວນ-ນໍ້າຍວງ ແຂວງບໍລິຄໍາໄຊ, ປ່າປ້ອງກັນແຫ່ງຊາດ ຍອດນໍ້າງຽບ-ນໍ້າມັງ ແຂວງໄຊສົມບູນ ແລະ ແຂວງບໍລິຄໍາໄຊ ແລະ ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າພາດ-ນໍ້າຕິ່ງ ແຂວງຫຼວງພະບາງ ແລະ ແຂວງໄຊສົມບູນ; ຖືວ່າປະຕິບັດໄດ້ 55% ຂອງແຜນການ (ແຜນການປີ 2023 ແມ່ນ 11 ແຫ່ງ);  ຕິດປ້າຍບອກທີ່ຕັ້ງປ່າປ້ອງກັນແຫ່ງຊາດ ໄດ້ຈໍານວນທັງໝົດ147 ປ້າຍ, ປ້າຍໃຫຍ່ 57ປ້າຍ ແລະ ປ້າຍນ້ອຍ 90 ປ້າຍ, ໃນນັ້ນ ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າງຽບ-ນໍ້າມັງ ຈໍານວນ 12 ປ້າຍໃຫຍ່ ຢູ່ແຂວງໄຊສົມບູນ 9 ປ້າຍ ແລະ ບໍລິຄໍາໄຊ 3 ປ້າຍ, ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າມ່ວນ-ນໍ້າຍວງ  ຈໍານວນ 27 ປ້າຍໃຫຍ່ ແລະ 90 ປ້າຍນ້ອຍ ຢູ່ເມືອງວຽງທອງ 9 ປ້າຍໃຫຍ່ 30 ປ້າຍນ້ອຍ, ໄຊຈໍພອນ 9 ປ້າຍໃຫຍ່ 30 ປ້າຍນ້ອຍ ແລະ ຄໍາເກີດ 9 ປ້າຍໃຫຍ່ 30 ປ້າຍນ້ອຍ ແຂວງ ບໍລິຄໍາໄຊ, ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າເຊືອງ-ນໍ້າແຊງ ຈໍານວນ 18 ປ້າຍໃຫຍ່ ຢູ່ (ເມືອງໂພນໄຊ 7 ປ້າຍ ແລະ ປາກແຊງ 11 ປ້າຍ) ແຂວງຫຼວງພະບາງ; ຖືວ່າ ປະຕິບັດໄດ້ 11%ຂອງແຜນການ (ແຜນການປີ 2023 ແມ່ນ 1.288 ປ້າຍ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ວັນທີ 21 ມັງກອນຜ່ານມານີ້, ສະຫະພັນກຳມາບານ ແຂວງສາລະວັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ພາຍໃຕ້ຮົ່ມທຸງໄຊ ປະຕິວັດ ຂອງພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 22 ມັງກອນ 2026ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ມະຕິກົມການເມືອງສູນກາງພັກ ໄດ້ເນັ້ນໜັກວ່າ ອົງຄະນະພັກທຸກຂັ້ນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງລະດັບຄາດ ໝາຍ.
ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ໃນໂອກາດທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ