ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການໃບຊາເປັນສິນຄ້າ

ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການໃບຊາເປັນສິນຄ້າ
ໂດຍ: ແສງຈັນ
ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາໃບຊາຮອດປີ 2030ເວົ້າລວມ, ເວົ້າສະເພາະແມ່ນໝາກຜົນຂອງໂຄງການໃນການສົ່ງເສີມການປູກໃບຊາເພື່ອສົ່ງອອກໃຫ້ເຂົ້າສູ່ລະບົບການຜະລິດໃບຊາສະອາດ, ຮັບປະກັນຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມເຮັດໃຫ້ຜະລິດຕະພັນໃບຊາລາວເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໃນພາກພື້ນ ແລະ ສາກົນ.
    ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ກ່າວໃນກອງປະຊຸມລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການ ແລະ ປິດໂຄງການສ້າງຄວາມເຂັ້ມແຂງໃນການຜະລິດໃບຊາເປັນສິນຄ້າທີ່ໂຮງແຮມເມື່ອງແທັງລັັກເຊີຣີວງຽຈັນ ວ່າ:ກອງປະຊຸມຄັ້ງນີ້,ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂ້າພະເຈົ້າຕີລາຄາສູງຕໍ່ຜົນສໍາເລັດຂອງໂຄງການໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວສວນ ແລະໂຮງງານໃນການປະຕິບັດມາດຕະຖານອິນຊີ, ການຄ້າເປັນທຳເຮັດໃຫ້ສາມາດເຂົ້າເຖິງຕະຫຼາດ ແລະ ສົ່ງອອກໄປປະເທດຝຣັ່ງເປັນຄັ້ງທຳອິດໄດ້ຈຳນວນ 3,6ໂຕນເປັນມູນຄ່າ 46.391ໂດລາ,  ຜ່ານການຈັດຕັ້ງປະຕິບັດໂຄງການເຖິງວ່າຈະພົບກັບສິ່ງທ້າທ້າຍໂດຍສະເພາະການລະບາດຂອງພະຍາດໂຄວິິດ ແລະ ສະພາບຄວາມປັ່ນປ່ວນເສດຖະກິດໂລກການຂາດແຄນນໍ້າມັນເປັນບາງໄລຍະແຕ່ພວກເຮົາກໍສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ.
ສະນັ້ນ, ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາໃບຊາຮອດປີ2030 ເວົ້າລວມ, ເວົ້າສະເພາະ ແມ່ນໝາກຜົນຂອງໂຄງການໃນການສົ່ງເສີມການປູກໃບຊາເພື່ອສົ່ງອອກໃຫ້ເຂົ້າສູ່ລະບົບການຜະລິດໃບຊາສະອາດ, ຮັບປະກັນຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມເຮັດໃຫ້ຜະລິດຕະພັນໃບຊາລາວເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໃນພາກພື້ນ ແລະ ສາກົນ,ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດຕາມພາລະບົດບາດຄວາມຮັບຜິດຊອບໃນຕໍ່ໜ້າຈະຕ້ອງສຸມໃສ່ຄື:ຂະແໜງປູກຝັງ,ຫ້ອງການກະສິກຳ ແລະ ປ່າໄມ້ເມືອງນຳເອົາຜົນຂອງການຈັດຕັ້ງປະຕິບັດທີ່ຮັບຟັງໃນມື້ນີ້ລາຍງານຕໍ່ການນຳຂອງຕົນ, ສືບຕໍ່ໂຄສະນາເຜີຍແຜ່ຜົນໄດ້ຮັບໂຄງການ ແລະ ເຜີຍແຜ່ແຜນຍຸດທະສາດການສົ່ງເສີມໃບຊາລາວໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ, ຜູ້ຜະລິດ ແລະ ຜູ້ປະກອບການໃຫ້ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງກວ້າງຂວາງ,ສືບຕໍ່ຊຸກຍູ້ກຸ່ມຜູ້ຜະລິດ, ສະມາຄົມ ແລະ ສະຫະກອນໃຫ້ນຳໃຊ້ໂຮງງານ, ວັດຖຸອຸປະກອນ ແລະຈັດຕັ້ງການຜະລິດໃຫ້ໄດ້ຕາມມາດຕະຖານທີ່ໄດ້ຮັບການຢັ້ງຢືນຮັບປະກັນການປະຕິບັດຄູ່ສັນຍາການຄ້າ ແລະ ເພີ່ມປະລິມານໃນການສົ່ງອອກສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະກອນເທື່ອລະກ້າວ,ສະເໜີອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ອົງການຈັດຕັ້ງສາກົນອື່ນໆສືບຕໍ່ໃຫ້ການສະໜັບສະໜູນໃນການພັດທະນາວຽກງານການຜະລິດຊາລາວໃຫ້ມີຄວາມເຂັ້ມແຂງ ແລະ ກ້າວສູ່ຕະຫຼາດສາກົນໃຫ້ກວ້າງຂວາງກວ່າເກົ່າ.
ໃນໂອກາດດັ່ງກ່າວ,ທ່ານ ບຸນຈັນ ກົມບຸນຍະສິດ ຕາງໜ້າໃຫ້ການນຳກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງແລະ ທ້ອງຖິ່ນ ພ້ອມທັງບັນດາແຂກທຸກໆທ່ານທີ່ໃຫ້ການສະໜັບສະໜູນ,ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຮັບຜົນດີຕະຫຼອດມາ, ພິເສດຂໍສະແດງຄວາມຊົມເຊີຍມາຍັງຊ່ຽວຊານອົງການGRET, ຄະນະວິຊາການຄຸ້ມຄອງໂຄງການ ແລະ ການນຳຂອງພະແນກກະສິກຳແລະປ່າໄມ້,ຂະແໜງການກ່ຽວຂ້ອງແຂວງ, ເມືອງຕະຫຼອດຮອດຜູ້ປະກອບການທີ່ໄດ້ໃຫ້ການຮ່ວມມືຊຸກຍູ້ຍາດໄດ້ໝາກຜົນໃນຄັ້ງນີ້ ແລະ ອີກເທື່ອໜຶ່ງຂ້າພະເຈົ້າໃນນາມຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ຂໍສະແດງຄວາມຂອບໃຈຢ່າງສູງມາຍັງອົງການຝຣັ່ງເພື່ອການພັດທະນາ(AFD) ແລະ ອົງການຈັດຕັ້ງສາກົນອື່ນໆທີ່ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ເຕັກນິກໃນການພັດທະນາໃບຊາລາວ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນໃນຄັ້ງຕໍ່ໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ