ເວທີສົນທະນາສາກົນສັງຄົມນິຍົມຄັ້ງທີ XI

ຜົນສຳເລັດຂອງເວທີສົນທະນາສາກົນສັງຄົມນິຍົມ ຄັ້ງທີ XI

ຜົນສຳເລັດຂອງເວທີສົນທະນາສາກົນສັງຄົມນິຍົມ ຄັ້ງທີ XI
ເວທີສົນທະນາສາກົນສັງຄົມນິຍົມຄັ້ງທີ XI ໄດ້ຈັດຂຶ້ນໃນວັນທີ 8 ພະຈິກນີ້ທີ່ ນະຄອນຫຼວງວຽງຈັນສປປ ລາວ, ພາຍໃຕ້

 

ຫົວຂໍ້: “ລັດທິມາກ ໃນສັດຕະວັດທີ XXI”, ພາຍໃຕ້ການເປັນເຈົ້າພາບຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (ສວສສຊ) ໂດຍການເປັນປະທານຮ່ວມຂອງ ສະຫາຍ ກອງແກ້ວ ໄຊສົງຄາມກຳມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ, ສະຫາຍ ຕະ ມິງ ຕວັນ ຮອງປະທານ ສະຖາບັນດິດ ວິທະຍາສາດສັງຄົມ ສສ ຫວຽດນາມ ແລະ ສະຫາຍ ເສີນ ຈື້ກາງ ຮອງຫົວໜ້າສະຖາບັນຄົ້ນຄວ້າລັດທິມາກ, ສະຖາບັນວິທະຍາສາດສັງຄົມຈີນ.

ເປັນກຽດເຂົ້າຮ່ວມເວທີສົນທະນາສາກົນສັງຄົມນິຍົມຄັ້ງນີ້ ມີການນຳຂັ້ນສູງ ຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຈຳນວນໜຶ່ງຂອງ ສປປ ລາວ, ມີສະຫາຍ ນາງ ແອນນາ ເອເທີ ວຽນ ວານເດສ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ, ຜູ້ຕາງໜ້າ ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກສະຖານທູດ ສປປ ເກົາຫຼີ ປະຈໍາ ສປປ ລາວ ແລະ ມີບັນດານັກຄົ້ນຄວ້າ, ນັກວິທະຍາສາດ, ຄູ-ອາຈານ ຈາກສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂັ້ນສູງ ຂອງ ສປປ ລາວ ແລະ ມີຜູ້ຕາງໜ້າ ຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ.

ເວທີສົນທະນາສາກົນສັງຄົມນິຍົມຄັ້ງນີ້ໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ໂດຍ ສວສສຊ, ສະຖາບັນດິດວິທະຍາສາດສັງຄົມ ສສ ຫວຽດນາມ ແລະ ສະຖາບັນວິທະຍາສາດສັງຄົມຈີນ ຊຶ່ງໃນເວທີສົນທະນາ ໄດ້ມີນັກຄົ້ນຄວ້າ, ນັກວິທະຍາສາດປະກອບຄຳຄິດຄຳເຫັນ, ແລກປ່ຽນທັດສະນະຊຶ່ງກັນ ແລະ ກັນ ກ່ຽວກັບ “ສັງຄົມນິຍົມ” ໂດຍໄດ້ແບ່ງອອກເປັນ 3 ວາລະໃຫຍ່ຄື: (1) “ທິດສະດີສັງຄົມນິຍົມທັນສະໄໝຕໍ່ການພັດທະນາແບບກົມກຽວ ແລະ ຍືນຍົງ”; (2) “ພຶດຕິກຳ ກ່ຽວກັບສັງຄົມນິຍົມທັນສະໄໝ ກັບການພັດທະນາແບບກົມກຽວ ແລະ ຍືນຍົງ” ແລະ ວາລະທີ (3) ໄດ້ຮັບຟັງການສະເໜີ ບົດວິທະຍາສາດ, ສົນທະນາປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຊຶ່ງກັນ ແລະ ກັນ ກ່ຽວກັບ “ການຮ່ວມມື ເພື່ອການພັດທະນາແບບກົມກຽວ ແລະ ຍືນຍົງ”.

ໃນຕອນທ້າຍຂອງເວທີສົນທະນາ ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າ ຄະນະປະທານກ່າວສະຫຼຸບສັງລວມເນື້ອໃນຈິດໃຈ ແລະ ຄຳຄິດຄຳເຫັນ ກ່ຽວກັບເວທີສົນທະນາສາກົນສັງຄົມນິຍົມ ພາຍໃຕ້ຫົວຂໍ້ “ທິດສະດີມາກໃນສະຕະວັດທີ XXI” ໂດຍຫຍໍ້ວ່າ: ທິດສະດີມາກ ມີຄວາມສໍາຄັນໃນປະຫວັດສາດຂອງສັງຄົມມະນຸດ, ຍັງມີຊີວິດຊີວາ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມໃນສັດຕະວັດທີ XXI, ຫຼາຍປະເທດ, ຫຼາຍພັກການເມືອງ ແລະ ຫຼາຍຂະບວນການເຄື່ອນໄຫວທາງການເມືອງ, ເສດຖະກິດ ແລະ ສັງຄົມ ຍັງໝູນໃຊ້ ທິດສະດີດັ່ງກ່າວ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການເຄື່ອນໄຫວຂອງຕົນ; ພັກ ແລະ ລັດຖະບານ ຂອງ ສປປ ລາວ, ສສ ຫວຽດນາມ ແລະ ສປ ຈີນ ໄດ້ໝູນໃຊ້ທິດສະດີມາກ ເປັນທວນໄຟອັນໃສແຈ້ງ ແລະ ເປັນເຂັມຊີ້ທິດເຍືອງທາງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ ເພື່ອກ້າວຂຶ້ນ ສັງຄົມນິຍົມ ເທື່ອລະກ້າວ ຕາມສະພາບຈຸດພິເສດ, ຄຸນລັກສະນະ ແລະ ສີສັນຂອງຕົນ; ມີແຕ່ການພັດທະນາກຳລັງການຜະລິດໃຫ້ກ້າວໜ້າ, ຂະຫຍາຍຕົວ, ທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ, ສູງກວ່າ ໃນລະບອບທຶນນິຍົມເທົ່ານັ້ນ ຈຶ່ງຈະເປັນການສ້າງປະຖົມປັດໄຈ ຫຼື ເງື່ອນໄຂໃຫ້ພວກເຮົາກ້າວຂຶ້ນສູ່ສັງຄົມນິຍົມໄດ້.

ໂດຍລວມແລ້ວ, ສະພາບເວທີສົນທະນາຄັ້ງນີ້ ແມ່ນໄດ້ດໍາເນີນມາດ້ວຍບັນຍາກາດທີ່ຟົດຟື້ນ, ອົບອຸ່ນ, ເຕັມໄປດ້ວຍໄມຕີຈິດ-ມິດຕະພາບອັນສູງສົງ, ປະສົບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ສິ້ນສຸດລົງຢ່າງມີຜົນສຳເລັດ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ