ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 16 ກໍລະກົດ ນີ້ ທີ່ ສະໂມສອນຫ້ອງວ່າການສູນກາງພັກ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເປັນປະທານກອງປະຊຸມໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ,​ ບັນດາສະຫາຍຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຜນສາເລດກອງປະຊມໃຫຍສະມາຊກພກຄງທ V ຂອງອງຄະນະພກ ຄະນະກວດກາສນກາງພກ ແລະ ອງການກວດກາແຫງລດ - image 1
 

 

ສະຫາຍ ວັນໄຊ ພອງສະຫວັນ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງລາຍງານງານເມືອງ ເພື່ອສະຫຼຸບຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງເປັນວຽກງານສຳຄັນຍຸດທະສາດຂອງພັກ ແລະ ລັດເຮົາ ແລະ ພ້ອມທັງກຳນົດທິດທາງວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງໃນ 5 ປີ ຕໍ່ໜ້າ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໂຄງການການເມືອງສະບັບທີ 3 ຂອງພັກ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກວດກາ ແລະ ກຳນົດແຜນພັດທະນາວຽກງານກວດກາ 5 ປີ ຕໍ່ໜ້າ (2026-2030), ສິ່ງສໍາຄັນອີກອັນໜຶ່ງ ແລະ ມີລັກສະນະຕັດສິນຂອງພັກເຮົາ ກອງປະຊຸມໃຫຍ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະໄໝທີ V ເພື່ອເປັນຄັນທຸງສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ມະຕິກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ.

ຈາກນັ້ນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ສະໄໝທີ IV ຂອງອົງຄະນະພັກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາວຽກງານກວດກາ 5 ປີ (2021-2025) ແລະ ແຜນພັດທະນາວຽກງານກວດກາ 5 ປີໃນຕໍ່ໜ້າ (2026-2030), ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະພັກ ສະໄໝທີ IV. ກອງປະຊຸມ ຍັງໄດ້ຮັບຟັງບົດປະກອບຄຳເຫັນກ່ຽວກັບການສ້າງຄວາມເຂັ້ມແຂງໃນການຕິດຕາມ, ກວດກາພັກ, ບົດປະກອບຄໍາເຫັນກ່ຽວກັບ ການເຄື່ອນໄຫວປະຕິບັດວຽກງານຂອງ 3 ອົງການຈັດຕັ້ງມະຫາຊົນ.

ຫຼັງຈາກນັ້ນ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງ ຄະນະບໍລິຫານງານພັກ, ຄະນະກວດກາສູນກາງພັກ ສະໄໝທີ V, ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ສະໄໝທີ V.

ຜນສາເລດກອງປະຊມໃຫຍສະມາຊກພກຄງທ V ຂອງອງຄະນະພກ ຄະນະກວດກາສນກາງພກ ແລະ ອງການກວດກາແຫງລດ - image 2
 

ພ້ອມນີ້ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກໍໍໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມຊຶ່ງສະຫາຍໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມມີຄວາມຮັບຜິດຊອບສູງ, ມີຫຼັກໝັ້ນໃນການຄົ້ນຄວ້າເລືອກເຟັ້ນເອົາຄະນະພັກຊຸດໃໝ່, ຖືສຳຄັນດ້ານໂຄງປະກອບຂອງຄະນະພັກຊຸດໃໝ່ໃຫ້ມີ 3 ຮຸ່ນຄື: ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ, ໃຫ້ຖືເອົາຜົນປະໂຫຍດສ່ວນລວມ, ຫຼີກລ່ຽງແນວຄິດອັກຄະຕິສ່ວນຕົວ, ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ.

ກອງປະຊຸມ ໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຊຸດໃໝ່ ຊຶ່ງເລືອກໄດ້ 17 ສະຫາຍ, ຍິງ 2 ສະຫາຍ ຄື: 1). ສະຫາຍ ວັນໄຊ ພອງສະຫວັນ, 2). ສະຫາຍ ຄຳໄຫຼ ສີປະເສີດ, 3). ສະຫາຍ ນາງ ປິ່ງຄໍາ ລາຊະສິມມາ, 4). ສະຫາຍ ສຸກຄໍາເພັດ ເຮືອງບຸດສີ, 5). ສະຫາຍ ຄໍາສຸກ ອອຍຍະວົງ, 6). ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ, 7). ສະຫາຍ ກົງໃຈ ວິລະສັກ, 8). ສະຫາຍ ສຸພາວົງ ວັນທານຸວົງ, 9). ສະຫາຍ ກໍລະກັນ ສິງອຸດົມ, 10). ສະຫາຍ ສຸລະພົນ ສີລາວີ, 11). ສະຫາຍ ອັອດສຸລິເດດ ໄຊສີທອນ, 12). ສະຫາຍ ຕຽງທອງ ສີສຸວັນນະແສງ, 13). ສະຫາຍ ນາງ ບຸນທະວີ ຈິດຕິລາດ, 14). ສະຫາຍ ໄພວັນ ພົມມະແສງ, 15). ສະຫາຍ ວັນເພັງ ສີນໍລະເເສງ, 16). ສະຫາຍ ປອ ສຸກັນ ບຸດທະວົງ 17). ສະຫາຍ ຈັນພອນ ໄຊຍະແສງ.

ກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກເອົາຄະນະປະຈຳພັກ 5 ສະຫາຍຄື: ສະຫາຍ ວັນໄຊ ພອງສະຫວັນ, ສະຫາຍ ຄຳໄຫຼ ສີປະເສີດ, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ແລະ ສະຫາຍ ຄຳສຸກ ອອຍຍະວົງ; ເລືອກເອົາເລຂາ, ຮອງເລຂາ ຄະນະບໍລິຫານງານພັກຄື:ສະຫາຍ ວັນໄຊ ພອງສະຫວັນ ເປັນເຂລາຄະນະພັກ; ສະຫາຍ ຄໍາໄຫຼ ສີປະເສີດ ເປັນຮອງເລຂາຄະນະພັກ; ເລືອກເອົາປະທານ ແລະ ຮອງປະທານຄະນະກວດກາພັກຄື: ສະຫາຍ ນາງ ປິ່ງຄໍາ ລາຊະສິມມາເປັນປະທານຄະນະກວດກາພັກ; ສະຫາຍ ອັອດສຸລິເດດ ໄຊສີທອນ, ສະຫາຍ ໄພວັນ ພົມມະແສງ, ສະຫາຍ ວົງສະຫວັນ ກັນຫາລີຄຳ ແລະ ສະຫາຍ ນາງ ເກດມະນີ ຈຸນລະມະນີ ເປັນຮອງປະທານຄະນະກວດກາພັກ ຄະນະກວດກາສູນກາງພັກ. ກອງປະຊຸມຍັງໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກຄະນະກວດກາສູນກາງພັກ.

ໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຊຸດເກົ່າຍາດມາໄດ້ ແລະ ເນັ້ນໜັກຕໍ່ກອງປະຊຸມ ຄື: ຄະນະພັກ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງສູນກາງ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນກວ່າເວລາໃດໝົດ, ເປັນເຈົ້າການນໍາພາສຶກສາອົບຮົມການເມືອງ, ນໍາພາແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເຊື່ອມຊຶມ, ກຳແໜ້ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີ 3 ຂອງພັກ, ກົດລະບຽບຂອງພັກ ສະໄໝທີ XII, ກໍຄືບັນດາມະຕິຂອງສູນກາງພັກ ໃຫ້ເລິກເຊິ່ງ, ການຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ທີ່ຫາກໍສໍາເລັດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ, ມະຕິ, ຄໍາສັ່ງ, ກົນໄກ, ລະບອບລະບຽບການລະອຽດ ຂອງຄະນະກວດກາໂດຍໄວ; ເພີ່ມທະວີການຕິດຕາມ, ກວດກາພາຍໃນພັກ, ກວດກາການຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກວດກາການປະຕິບັດຫຼັກການນຳພາຂອງພັກ, ຂອງຄະນະພັກແຕ່ລະຂັ້ນ, ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ແລະ ຂໍ້ຫ້າມຂອງສະມາຊິກພັກ ໃຫ້ເປັນປົກກະຕິຕໍ່ເນື່ອງ, ຖືເອົາວຽກງານຕິດຕາມ, ກວດກາ ເປັນການສະກັດກັ້ນ ເພື່ອບໍ່ໃຫ້ເກີດຄວາມຜິດພາດແຕ່ຫົວທີ, ຕ້ອງເພີ່ມປະສິດທິພາບ ແລະ ຄວາມສັກສິດ ຂອງວຽກງານກວດກາ, ປັບປຸງຮູບການ ແລະ ວິທີການກວດກາ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາ ບັນດາເປົ້າໝາຍທີ່ພວມປະຕິບັດ ໃຫ້ສໍາເລັດ, ການກວດກາທຸກເປົ້າໝາຍ ຕ້ອງພາວະວິໄສ, ຮອບຄອບ, ເລິກເຊິ່ງ, ຂໍ້ມູນຕ້ອງຊັດເຈນ ແລະ ບໍ່ແກ່ຍາວເວລາ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຍຸຕິທຳ, ການຕິດຕາມ, ກວດກາ ຕ້ອງໃຫ້ເຫັນທັງ 2 ດ້ານ, ຊອກໃຫ້ເຫັນດ້ານດີ, ຕົວແບບດີເດັ່ນ ເພື່ອສົ່ງເສີມ, ເຫັນດ້ານອ່ອນຂໍ້ຄົງຄ້າງເພື່ອແນະນຳໃຫ້ປັບປຸງປ່ຽນແປງແກ້ໄຂ, ຖ້າມີການລະເມີດກົດໝາຍ, ລະບຽບການຂອງລັດ ກໍປະຕິບັດມາດຕະການທາງດ້ານກົດໝາຍໃຫ້ເດັດຂາດ, ເຂັ້ມງວດ ໂດຍບໍ່ມີເຂດຫວງຫ້າມ ແລະ ຂໍ້ຍົກເວັ້ນໃດໆ, ເພີ່ມທະວີຄວາມຮັບຜິດຊອບ ຕິດຕາມ, ຊຸກຍູ້, ແນະນຳຄະນະພັກທຸກຂັ້ນ ຕໍ່ການແກ້ໄຂຜົນຂອງການກວດກາໃຫ້ທັນການ, ເຂັ້ມງວດ, ຖືກຕ້ອງຕາມກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເອົາໃຈໃສ່ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃຫ້ເປັນລະບົບກົມກຽວ, ໂລ່ງລ່ຽນ ເປັນຕົ້ນແມ່ນ ອົງການກວດກາ ກັບ ອົງການກວດສອບແຫ່ງລັດ; ໄອຍະການ ແລະ ສານ ກ່ຽວກັບການຄຸ້ມຄອງຂອງກາງຄະດີ ທີ່ບໍ່ທັນສິ້ນສຸດ ຍັງບໍ່ທັນເປັນລະບົບ, ລະບຽບ, ຫຼາຍພາກສ່ວນຄຸ້ມຄອງ, ຈຳນວນໜຶ່ງຕົກເຮ່ຍເສຍຫາຍ, ເສື່ອມຄຸນນະພາບ ແລະ ອື່ນໆ, ສືບຕໍ່ເພີ່ມທະວີປັບປຸງການຈັດຕັ້ງຂອງຄະນະກວດກາແຕ່ລະຂັ້ນ ໃຫ້ເຂັ້ມແຂງ, ສາມາດເປັນເສນາທິການທີ່ແຂງແຮງ, ໜັກແໜ້ນໃນວຽກງານກວດກາໃຫ້ຄະນະພັກຂັ້ນຕົນ. ສ້າງຖັນແຖວພະນັກງານກວດກາໃຫ້ມີ 4 ຄຸນລັກສະນະ ຄື: “ ມີສາຍຕາແຫຼມຄົມ, ຫູໄວ, ໃຈສັດຊືື່, ມືສະອາດ. ເພີ່ມທະວີການປັບປຸງ, ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ບັນດາສະຫາຍຄະນະພັກຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງນີ້ ແມ່ນສະແດງເຖິງຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ຂອງບັນດາສະຫາຍສະມາຊິກພັກໃນທົ່ວອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ມີຕໍ່ບັນດາສະຫາຍ ແລະ ທັງເປັນການມອບໝາຍໜ້າທີ່ສຳຄັນໃຫຍ່ຫຼວງ, ໜັກໜ່ວງ ໃຫ້ບັນດາສະຫາຍ ສືບຕໍ່ນຳພາ-ຊີ້ນຳວຽກງານຮອບດ້ານຕະຫຼອດໄລຍະ 5 ປີຕໍ່ໜ້າ. ເສີມຂະຫຍາຍມູນເຊື້ອທີ່ດີທີ່ຄະນະພັກຊຸດຜ່ານມາໄດ້ສ້າງໄວ້, ແກ້ໄຂຈຸດອ່ອນຂໍ້ ຄົງຄ້າງໃຫ້ຕົກໄປ. ຈຶ່ງສະເໜີໃຫ້ບັນດາສະຫາຍເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບການເມືອງທີ່ໄດ້ຮັບມອບໝາຍ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ເປັນປຶກແຜ່ນ, ປະຕິບັດຫຼັກການນຳພາຂອງພັກຢ່າງເຂັ້ມງວດ, ປຸກລະດົມກຳລັງແຮງໃນທົ່ວອົງຄະນະພັກ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ