ພົບປະກັບພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດ ຢູ່ ສປປ ລາວ

ພົບປະກັບພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດ ຢູ່ ສປປ ລາວ

ພົບປະກັບພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດ ຢູ່ ສປປ ລາວ
ຫວ່າງມໍ່ໆມານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ຫຼື ICTC, ຫ້ອງການບໍລິການສະຖານທູດ​ ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມພົບປະກັບພະນັກງານທ້ອງຖິ່ນ (ແຮງງານລາວ) ທີ່ເຮັດວຽກນໍາອົງການຕ່າງປະເທດ ທີ່ມີສໍານັກງານຕັ້ງຢູ່ ສປປ ລາວ ພາຍໃຕ້ຫົວຂໍ້: “ວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ປະຈໍາປີ 2025 ແລະ ກິດຈະກໍາແຂ່ງຂັນກິລາມິດຕະພາບ” ໂດຍການເປັນປະທານ ຂອງທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການກະຊວງການຕ່າງປະເທດ.
ພບປະກບພະນກງານທອງຖນ ທເຮດວຽກນາອງການຕາງປະເທດ ຢ ສປປ ລາວ - image 1
 

 

ໂອກາດນີ້, ທ່ານ ບໍວອນທັດ ດວງຈັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນເຖິງຄວາມໝາຍສໍາຄັນຂອງວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ (ແຮງງານລາວ) ທີ່ເຮັດວຽກກັບອົງການຕ່າງປະເທດ ທີ່ມີສໍານັກງານຕັ້ງຢູ່ ສປປ ລາວ ກໍຄືການປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານລາວທີ່ເຮັດວຽກກັບອົງການຕ່າງປະເທດ ແລະ ການກະຕຸກຊຸກຍູ້ໃຫ້ທຸກໆອົງການຕ່າງປະເທດ ທີ່ມີສໍານັກງານຕັ້ງຢູ່ ສປປ ລາວ ປະຕິບັດຕາມລະບຽບຫຼັກການ ແລະ ກົດ ໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ ໂດຍສະເພາະບັນດານິຕິກໍາໃນຂົງເຂດແຮງງານ. ທ່ານຫົວໜ້າຫ້ອງການກະຊວງການຕ່າງປະເທດ ຍັງໄດ້ມີຄໍາເຫັນວ່າ: ການຈັດກອງປະຊຸມພົບປະພະນັກງານທ້ອງຖິ່ນ ແລະ ກິດຈະກໍາກິລາມິດຕິພາບຄັ້ງນີ້, ແມ່ນມີຄວາມໝາຍ ແລະ ຄວາມສໍາຄັນຫຼາຍຕໍ່ວຽກງານຄຸ້ມຄອງພະນັກງານທ້ອງຖິ່ນທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ປະຈໍາ ຢູ່ ສປປ ລາວ ຊຶ່ງພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດເຫຼົ່ານີ້ ລ້ວນແຕ່ໄດ້ປະຕິບັດໜ້າທີ່ຂອງຕົນຕາມພາລະບົດບາດທີ່ແຕກຕ່າງກັນ ໃນແຕ່ລະອົງການຕ່າງປະເທດຕາມສັນຍາແຮງງານທີ່ເຊັນຮ່ວມກັນລະຫວ່າງ ອົງການຕ່າງປະເທດ ປະຈໍາ ສປປ ລາວ ກັບ ພະນັກງານທ້ອງຖິ່ນ (ແຮງງານລາວ).

ຄຽງຄູ່ກັນນັ້ນ, ພະນັກງານທ້ອງຖິ່ນເປັນສ່ວນໜຶ່ງທີ່ສໍາຄັນຕໍ່ການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສົ່ງເສີມສາຍພົວພັນ-ການຮ່ວມມືລະຫວ່າງ ສປປ ລາວ ກັບ ບັນດາສະຖານເອກອັກຄະລັດຖະທູດຕ່າງປະເທດ ປະຈໍາ ສປປ ລາວ, ບັນດາອົງການຈັດຕັ້ງສາກົນ, ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ແລະ ບັນດາອົງການຕ່າງປະເທດທີ່ບໍ່ສັງກັດລັດຖະບານທີ່ມີສໍານັກງານ ຫຼື ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ການຮ່ວມມືເກີດດອກອອກຜົນ. ພ້ອມດຽວກັນນີ້, ທ່ານ ບໍວອນທັດ ດວງຈັກ ກໍຮຽກຮ້ອງໃຫ້ພະນັກງານທ້ອງຖິ່ນ (ແຮງງານລາວ) ເປັນເຈົ້າການໃນການຈັດຕັ້ງປະຕິບັດດໍາລັດ 456/ນຍ ລົງວັນທີ 1 ພະຈິກ 2010 ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດປະຈໍາ ສປປ ລາວ ຊຶ່ງປັດຈຸບັນກໍາລັງຢູ່ໃນໄລຍະການປັບປຸງດັດແກ້ ເພື່ອໃຫ້ມີຄວາມຮັດກຸມ ແລະ ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ແລະ ຄາດວ່າ ຈະຖືກນໍາໄປປຶກສາຫາລືໃນກອງປະຊຸມຄະນະລັດຖະບານໃນເດືອນກໍລະກົດ 2025 ນີ້.

ພບປະກບພະນກງານທອງຖນ ທເຮດວຽກນາອງການຕາງປະເທດ ຢ ສປປ ລາວ - image 2
 

ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບວຽກງານຄຸ້ມຄອງພະນັກງານທ້ອງຖິ່ນໃນໄລຍະຜ່ານມາ, ໄດ້ມີການແລກປ່ຽນຄໍາເຫັນຈາກຜູ້ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ ແລະ ສ້າງສັນ. ຫຼັງຈາກກອງປະຊຸມໄດ້ສໍາເລັດ, ກໍໄດ້ຈັດກິດຈະກໍາແຂ່ງຂັນກິລາເປຕັງ ລະຫວ່າງ ພະນັກງານຫ້ອງການບໍລິການສະຖານທູດ ແລະ ພະນັກງານທ້ອງຖິ່ນທີ່ເຂົ້າເຮັດວຽກນນໍາອົງການຕ່າງປະເທດ ທີ່ ປະຈໍາ ຢູ່ ສປປ ລາວ ດ້ວຍບັນຍາກາດທີ່ສ້າງສັນ ມີໄມຕີຈິດມິດຕະພາບ ແລະ ເປັນຂະບວນຟົດຟື້ນ.

(ຂ່າວ : ກະຊວງຕ່າງປະເທດ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ