ຜູ້ລະເມີດຕໍ່ກົດໝາຍ-ກົດລະບຽບການຄວບຄຸມຢາສູບຈະຖືກປັບໃໝ

ຜູ້ລະເມີດຕໍ່ກົດໝາຍ-ກົດລະບຽບການຄວບຄຸມຢາສູບຈະຖືກປັບໃໝ
ໂດຍ: ວັນເພັງ
ວຽກງານການຄວບຄຸມຢາສູບ ເປັນໜຶ່ງວຽກງານສຳຄັນຫຼາຍທີ່ລັດຖະບານໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງພົນລະເມືອງລາວ ຈຶ່ງໄດ້ອອກດຳລັດວ່າດ້ວຍການປັບໃໝແລະນຳໃຊ້ມາດຕະການອື່ນຕໍ່ການລະເມີດກົດໝາຍກົດລະບຽບການກ່ຽວກັບການຄວບຄຸມຢາສູບເລກທີ 52/ລບ, ລົງວັນທີ 21 ກຸມພາ 2019 ແນໃສ່ເພື່ອຫຼຸດຜ່ອນການຊົມໃຊ້ຢາສູບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ອີງຕາມດຳລັດດັ່ງກ່າວ, ໃນມາດຕາ 6 ການບໍ່ພິມສະຫຼາກ ແລະ ຄໍາເຕືອນສຸຂະພາບໃສ່ວັດຖຸຫຸ້ມຫໍ່ ຖ້າຫາກບຸກຄົນ ຫຼືນິຕິບຸກຄົນທີ່ຜະລິດ, ນໍາເຂົ້າຜະລິດຕະພັນຢາສູບໃນ ສປປ ລາວ ຫາກບໍ່ພິມສະຫຼາກ ແລະ ຄຳເຕືອນສຸຂະພາບເປັນຮູບພາບ ແລະ ຂໍ້ຄວາມໂຕໜັງສືໃສ່ວັດຖຸຫຸ້ມຫໍ່ຕາມການກໍານົດຂອງກະຊວງສາທາລະນະສຸກຈະຖືກປັບໃໝ ແລະ ນໍາໃຊ້ມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກປັບໃໝ 10 ລ້ານກີບ, ຄັ້ງທີສອງຈະຖືກປັບໃໝ20 ລ້ານກີບ, ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 50 ລ້ານກີບ ພ້ອມທັງສະເໜີໃຫ້ຂະແໜງການກ່ຽວຂ້ອງພິຈາລະນາໂຈະ ຫຼືຖອນໃບອະນຸຍາດດໍາເນີນທຸລະກິດ. ພ້ອມນັ້ນ, ຈະຖືກຢຶດ ແລະ ທຳລາຍຖິ້ມ; ມາດຕາ 7 ການໂຄສະນາຜະລິດຕະພັນຢາສູບບຸກຄົນຫຼືນິຕິບຸກຄົນຫາກລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການໂຄສະນາຜະລິດຕະພັນຢາສູບຈະຖືກປັບໃໝ ແລະ ນໍາໃຊ້ມາດຕະການອື່ນໆດັ່ງນີ້: ຄັ້ງທີໜຶ່ງຈະຖືກປັບໃໝ 20 ລ້ານກີບ, ຄັ້ງທີສອງຈະຖືກປັບໃໝ 40 ລ້ານກີບ ແລະ ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 80 ລ້ານກີບ ພ້ອມທັງສະເໜີໃຫ້ຂະແໜງການກ່ຽວຂ້ອງພິຈາລະນາໂຈະຫຼືຖອນໃບອະນຸຍາດດຳເນີນທຸລະກິດ.ຕໍ່ມາດຕາ 8 ການບໍ່ຕິດປ້າຍໃນສະຖານທີ່ຫ້າມສູບຢາເຈົ້າຂອງສະຖານທີ່ຫຼືຜູ້ດໍາເນີນທຸລະກິດຫາກບໍ່ຕິດປ້າຍໃນສະຖານທີ່ຫ້າມສູບຢາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຈະຖືກປັບໃໝແລະນໍາໃຊ້ມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກສຶກສາອົບຮົມແລະກ່າວເຕືອນ, ຄັ້ງທີສອງຈະຖືກປັບໃໝ 1 ລ້ານກີບ; ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 2 ລ້ານກີບ. ຕໍ່ມາດຕາ 9 ການສູບຢາໃນສະຖານທີ່ຫ້າມສູບຢາບຸກຄົນຫາກສູບຢາລວມທັງຢາສູບເອເລັກໂຕຣນິກແລະ ຢາສູບຊິຊາໃນສະຖານທີ່ຫ້າມສູບຢາຈະຖືກປັບໃໝແລະນຳໃຊ້ມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກສຶກສາອົບຮົມແລະກ່າວເຕືອນ, ຄັ້ງທີສອງຈະຖືກປັບໃໝ2 ແສນກີບ; ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 4 ແສນກີບ. ໃນນັ້ນ, ບຸກຄົນຫຼືນິຕິບຸກຄົນທີ່ເປັນເຈົ້າຂອງສະຖານທີ່ຫາກເມີນເສີຍຫຼືປະປ່ອຍໃຫ້ມີການສູບຢາລວມທັງຢາສູບເອເລັກໂຕຣນິກແລະ ຢາສູບຊິຊາຈະຖືກປັບໃໝແລະນໍາໃຊ້ມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກສຶກສາອົບຮົມແລະກ່າວເຕືອນ, ຄັ້ງທີສອງຈະຖືກປັບໃໝ1 ລ້ານກີບ, ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 5 ລ້ານກີບ.ຕໍ່ມາດຕາ 10 ການຂາຍຫຼືຈໍາໜ່າຍຜະລິດຕະພັນຢາສູບໃນສະຖານທີ່ເກືອດຫ້າມ: ບຸກຄົນຫຼືນິຕິບຸກຄົນຫາກຂາຍຫຼືຈໍາໜ່າຍຜະລິດຕະພັນຢາສູບໃນສະຖານທີ່ເກືອດຫ້າມຈະຖືກປັບໃໝແລະນໍາໃຊ້ມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກສຶກສາອົບຮົມແລະກ່າວເຕືອນ, ຄັ້ງທີສອງຈະຖືກປັບໃໝ5 ແສນກີບ; ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 1 ລ້ານກີບ. ຕໍ່ມາດຕາ 11 ການຂາຍຢາສູບໃຫ້ເດັກຫຼືໃຫ້ເດັກຊື້ຫຼືຂາຍຜະລິດຕະພັນຢາສູບບຸກຄົນຫຼືນິຕິບຸກຄົນຫາກຂາຍຢາສູບໃຫ້ເດັກທີ່ມີອາຍຸຕໍ່າກວ່າ18 ປີຈະຖືກປັບໃໝແລະນໍາໃຊ້ມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກປັບໃໝ2 ລ້ານກີບ; ຄັ້ງທີສອງຈະຖືກປັບໃໝ4 ລ້ານກີບ; ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 8 ລ້ານກີບ.ບຸກຄົນຫຼືນິຕິບຸກຄົນຫາກໃຫ້ເດັກທີ່ມີອາຍຸຕໍ່າກວ່າ18ປີຊື້ຫຼືຂາຍຜະລິດຕະພັນຢາສູບຈະຖືກບັບໃໝແລະນໍາໃຊ້ມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກສຶກສາອົບຮົມແລະກ່າວເຕືອນ, ຄັ້ງທີສອງຈະຖືກປັບໃໝ1 ລ້ານກີບ; ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 2 ລ້ານກີບ. ຕໍ່ມາດຕາ 12 ການຂາຍຜະລິດຕະພັນຢາສູບດ້ວຍເຄື່ອງຈັກອັດຕະໂນມັດບຸກຄົນຫຼືນິຕິບຸກຄົນຫາກຂາຍຜະລິດຕະພັນຢາສູບດ້ວຍເຄື່ອງຈັກອັດຕະໂນມັດຈະຖືກປັບໃໝ5 ລ້ານກີບຕໍ່ເຄື່ອງພ້ອມທັງຢຶດແລະທຳລາຍຖິ້ມ.ບຸກຄົນຫຼືນິຕິບຸກຄົນຫາກນໍາເຂົ້າ, ຂາຍຫຼືຈຳໜ່າຍເຄື່ອງຈັກອັດຕະໂນມັດຂາຍຜະລິດຕະພັນຢາສູບຈະຖືກປັບໃໝ10 ລ້ານກີບຕໍ່ເຄື່ອງພ້ອມທັງຢຶດແລະທຳລາຍຖິ້ມ. ຕໍ່ມາດຕາ 13 ການຜະລິດ, ນໍາເຂົ້າ, ຈໍາໜ່າຍຫຼືຂາຍຢາຊອງທີ່ບັນຈຸຕໍ່າກວ່າຊາວກອກ, ຢາຊອງຫຼືຢາກະປ໋ອງເປັນກອກແລະຜະລິດຕະພັນຢາສູບນອກລະບົບທຸກຮູບການບຸກຄົນຫຼືນິຕິບຸກຄົນຫາກຜະລິດ, ນໍາເຂົ້າຫຼືຈໍາໜ່າຍຢາຊອງທີ່ບັນຈຸຕໍ່າກວ່າຊາວກອກຈະຖືກປັບໃໝແລະມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກປັບໃໝ10ລ້ານກີບ; ຄັ້ງທີສອງຈະຖືກປັບໃໝ20 ລ້ານກີບ; ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 50 ລ້ານກີບພ້ອມທັງສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາໂຈະຫຼືຖອນໃບອະນຸຍາດດໍາເນີນທຸລະກິດ.ບຸກຄົນຫຼືນິຕິບຸກຄົນຫາກຂາຍຢາຊອງ ຫຼືຢາກະປ໋ອງເປັນກອກຈະຖືກປະຕິບັດມາດຕະການດັ່ງນີ້: ຄັ້ງທີໜຶ່ງຈະຖືກສຶກສາອົບຮົມແລະກ່າວເຕືອນ, ຄັ້ງທີສອງຈະຖືກປັບໃໝ2 ລ້ານກີບ; ຄັ້ງທີສາມຂຶ້ນໄປຈະຖືກປັບໃໝຄັ້ງລະ 5 ລ້ານກີບ.ບຸກຄົນຫຼືນິຕິບຸກຄົນຫາກຜະລິດ, ນໍາເຂົ້າຫຼືຈໍາໜ່າຍຢາສູບນອກລະບົບທຸກຮູບການຈະຖືກປັບໃໝແລະມາດຕະການອື່ນດັ່ງນີ້: ຄັ້ງທີໜຶ່ງຈະຖືກປັບໃໝໜຶ່ງເທົ່າກັບມູນຄ່າສິນຄ້າທັງໝົດ; ຄັ້ງທີສອງຈະຖືກປັບໃໝສອງເທົ່າກັບມູນຄ່າສິນຄ້າທັງໝົດ; ຄັ້ງທີສາມຈະຖືກປັບໃໝສາມເທົ່າຂອງມູນຄ່າສິນຄ້າທັງໝົດພ້ອມທັງສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາໂຈະຫຼືຖອນໃບອະນຸຍາດດໍາເນີນທຸລະກິດ ພ້ອມທັງຈະຖືກຢຶດແລະທຳລາຍຖິ້ມ.
(ຂໍ້ມູນຈາກ: ດໍາລັດວ່າດ້ວຍການປັບໃໝແລະນຳໃຊ້ມາດຕະການອື່ນຕໍ່ການລະເມີດກົດໝາຍກົດລະບຽບການກ່ຽວກັບການຄວບຄຸມຢາສູບເລກທີ 52/ລບ, ລົງວັນທີ 21 ກຸມພາ 2019)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ