ໃນໄລຍະການຈັດກອງປະຊຸມ 3 ວັນຜ່ານມາ, ໂຮງແຮມແລນມາກແມ່ຂອງລີເວີໄຊໄດ້ປະກອບສ່ວນສະໜັບສະໜູນຫຼາຍດ້ານເຊັ່ນ: ການຈັດຫາທີ່ພັກ, ອາຫານ ແລະ ການສະໜັບສະໜູນດ້ານງົບປະມານຈຳນວນໜຶ່ງ ເພື່ອຊ່ວຍໃຫ້ການຈັດກອງປະຊຸມດຳເນີນໄປດ້ວຍຜົນສຳເລັດ.
ທ່ານ ນາງ ອໍລະໄທ ສັນຕິຄົງຄາ ກ່າວເນັ້ນອີກວ່າ: ຜ່ານການໄດ້ເຂົ້າຮ່ວມ ແລະ ຮັບຟັງເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຄັ້ງນີ້, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວຈະນຳເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ດັ່ງກ່າວ ໄປຜັນຂະຫຍາຍປະຕິບັດໃນການຜະລິດ-ທຸລະກິດເພື່ອສ້າງທ່າແຮງທາງເສດຖະກິດ ປະກອບສ່ວນການພັດທະນາປະເທດຊາດ ແລະ ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ.
ທ່ານ ນາງ ອໍລະໄທ ສັນຕິຄົງຄາ ກ່າວຕື່ມວ່າ: ໂຮງແຮມແລນມາກແມ່ຂອງລີເວີໄຊ ໄດ້ປັບປຸງໂຄງສ້າງພື້ນຖານ ແລະ ການບໍລິການຮອບດ້ານ ເພື່ອຕ້ອນຮັບກອງປະຊຸມໃຫຍ່ໃນຄັ້ງນີ້. ຄຽງຄູ່ກັບການຕ້ອນຮັບແຂກບ້ານແຂກເມືອງ, ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກຫຼາຍປະເທດ ອັນເປັນການສະທ້ອນໃຫ້ເຫັນເຖິງຄວາມພ້ອມຂອງສປປ ລາວ ໃນການເປີດຮັບການລົງທຶນ ແລະ ການພັດທະນາໃນອະນາຄົດ. ພິເສດໃນປີ 2026 ນີ້, ຈະໄດ້ປັບປຸງໂຮງແຮມໃຫ້ມີໂສມໜ້າໃໝ່ຕື່ມອີກ ເພື່ອໃຫ້ເປັນທີ່ເພິ່ງພໍໃຈ ແລະ ປະທັບໃຈຜູ້ມາທ່ຽວ ແລະ ພັກເຊົາໂຮງແຮມແຫ່ງນີ້.
ຄໍາເຫັນ