ທ່ານນາງ ຈໍເຈຍວາ ກ່າວວ່າ: ນະໂຍບາຍອັດຕາພາສີແມ່ນປັດໄຈສໍາຄັນທີ່ສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະຜົນກະທົບເຕັມຮູບແບບຂອງພວກມັນຍັງບໍ່ທັນໄດ້ປະກົດອອກມາ. ໃນຂະນະດຽວກັນ, ສິນຄ້າຈຳນວນຫຼວງຫຼາຍທີ່ກ່ອນໜ້ານີ້ຈະໄຫຼເຂົ້າສູ່ຕະຫຼາດ ສະຫະລັດ ອາເມຣິກາ, ໄດ້ຫັນປ່ຽນເສັ້ນທາງໄປຍັງຕະຫຼາດໃນປະເທດອື່ນໆສາມາດເຮັດໃຫ້ເກີດການຂຶ້ນພາສີຮອບສອງ.
ໂດຍທົ່ວໄປແລ້ວ, ຕະຫຼາດການເງິນຍັງຄົງມີສະຖຽນລະພາບ ເຖິງວ່າຈະປະເຊີນກັບຄວາມວຸ້ນວາຍທາງດ້ານນະໂຍບາຍ ແລະ ຫາກມີການແກ້ໄຂຢ່າງກະທັນຫັນ, ສະພາບການທາງການເງິນທີ່ເຄັ່ງຕຶງອາດຈະກີດຂວາງການເຕີບໂຕຂອງເສດຖະກິດໂລກ. ທ່ານນາງ ຈໍເຈຍວາ ຮຽກຮ້ອງໃຫ້ຜູ້ວາງນະໂຍບາຍທົ່ວໂລກສືບຕໍ່ເບິ່ງການຄ້າເປັນຕົວຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ ແລະ ປະຕິບັດຕາມນະໂຍບາຍຢ່າງລະມັດລະວັງ.
ທັງນີ້, ກອງທຶນດັ່ງກ່າວຍັງໄດ້ປັບປຸງການຄາດຄະເນການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ທົ່ວໂລກ ໃນປີ 2025 ເປັນ 3% ໃນບົດລາຍງານທ່າອ່ຽງເສດຖະກິດໂລກ (ສະບັບປັບປຸງ) ເດືອນກໍລະກົດ ແລະ ຈະປັບປຸງໂຕເລກການຄາດຄະເນໃນກອງປະຊຸມປະຈໍາປີ 2025 ທີ່ນະຄອນຫຼວງວໍຊິງຕັນ, ດີຊີ ລະຫວ່າງວັນທີ 13-18 ຕຸລາ ນີ້.
ຄໍາເຫັນ