ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ2026
ໃນຕອນແລງ ຂອງວັນທີ 28 ເມສາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2026 ໃຫ້ຮູ້ວ່າ

ຜນກອງປະຊມສະໄໝສາມນ ຂອງລດຖະບານ ປະຈຳເດອນເມສາ2026 - image 1
 
ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ແລະ ອັດລົງໃນຕອນແລງວັນທີ 28 ເມສານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານ ຄະນະກໍາມະການປົກຄອງນະຄອນ ຫຼວງວຽງຈັນເຂົ້າຮ່ວມແບບເຊິ່ງໜ້າ; ແລະ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຂອງປະທານ, ຮອງປະທານ ຄະນະກໍາມະການປົກຄອງບັນດາແຂວງເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2026.
ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ ໃນ 2 ວາລະສໍາຄັນ ຄື:
ວາລະທີ 1: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື:(1)ວຽກງານພົ້ນເດັ່ນປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2026 ຂອງລັດຖະບານ; (2) ສະ ພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລວມທັງສະພາບອຸບັດຕິເຫດ, ອັກຄີໄພ ແລະ ບັນດາປະກົດການຫຍໍ້ທໍ້ ໃນໄລຍະບຸນປີໃໝ່ລາວ; (3) ຄວາມຄືບໜ້າໃນການປັບປຸງສ້ອມແປງເສັ້ນທາງໃນທົ່ວປະເທດ; (4) ການແກ້ໄຂຜົນກະທົບຈາກພະຍຸໝາກເຫັບ; (5) ການກະກຽມຕ້ານໄພແຫ້ງແລ້ງ; ສະພາບໄຟໄໝ້ປ່າ, ການຖາງປ່າ-ຈູດປ່າ, ການແກ້ໄຂບັນຫາໝອກຄວັນ (PM2.5), ພ້ອມທັງສະເໜີມາດຕະການແກ້ໄຂ; (6) ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ; ການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດໃນຕໍ່ໜ້າ ບົນພື້ນຖານການກວດກາ ແລະ ປະເມີນໂຄງການ ທີ່ໄດ້ອະນຸມັດຜ່ານມາ; (7) ສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ. ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນເມສາ 2026: ກອງປະຊຸມໄດ້ຕີລາຄາ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງ ຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງ ຢູ່ປະເທດລາວເຮົາ ໂດຍສະເພາະ ລາຄາສິນຄ້າ, ການຜະລິດ, ການຂົນສົ່ງ ແລະ ອື່ນໆ, ແຕ່ລັດຖະບານ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການ ແລະ ວຽກຈຸດສຸມ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 27 ພັນຕື້ກວ່າກີບ ເທົ່າກັບ 33% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍ ໄດ້ 11 ພັນຕື້ກວ່າກີບ ເທົ່າກັບ 14% ຂອງແຜນການປີ; ການຄວບຄຸມອັດຕາເງິນເຟີ້ ຢູ່ໃນລະດັບ 9.7%; ສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5.2 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໄດ້ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າ ໃນທ້ອງຕະຫຼາດ ໂດຍສະເພາະ ສິນຄ້າຮັບໃຊ້ຊີວິດການເປັນຢູ່ປະຈໍາວັນ ໃນໄລຍະບຸນປີໃໝ່ລາວ, ຊຶ່ງໂດຍລວມ ແມ່ນບໍ່ມີສະພາບກັກຕຸນ ແລະ ສວຍໂອກາດຂຶ້ນລາຄາ; ໄດ້ສຸມໃສ່ແກ້ໄຂບັນຫານໍ້າມັນເຊື້ອໄຟ ເຮັດໃຫ້ການສະໜອງກັບສູ່ສະພາບເປັນປົກກະຕິ, ມີຄວາມສະຫງົບ ແລະ ພຽງພໍຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ, ສາມາດແກ້ໄຂໄດ້ສະພາບການຕໍ່ຄີວໃສ່ນ້ຳມັນຢູ່ຕາມປ້ຳ; ໄດ້ສຸມໃສ່ການແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ໝອກຄວັນ (PM 2.5), ຊຶ່ງລັດຖະບານ ໄດ້ອອກນິຕິກໍາ ກໍຄືມາດຕະການເພີ່ມຈໍານວນໜຶ່ງ ເພື່ອແກ້ໄຂບັນຫາ ທັງໄລຍະສັ້ນ ແລະ ໄລຍະຍາວ, ພ້ອມທັງ ຈັດສຸມກໍາລັງລົງແກ້ໄຂຢູ່ພື້ນທີ່ຕົວຈິງ ຊຶ່ງສາມາດຄວບຄຸມແກ້ໄຂໄດ້ເກືອບທັງໝົດ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາກິດຈະກໍາ ແລະ ໂຄງການທີ່ເປັນບຸລິມະສິດ ເພື່ອເຊື່ອມຈອດເຊື່ອມໂຍງພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະການລົງທຶນ ໄດ້ມີຄວາມຄືບໜ້າເປັນຢ່າງດີ; ໄດ້ສຸມໃສ່ຊຸກຍູ້ບັນດາໂຄງການພະລັງງານໄຟຟ້າສະອາດ ແລະພະລັງງາານໄຟຟ້າທາງເລືອກ, ຊຸກຍູ້ການພັດທະນາໂຄງການສາຍສົ່ງເຊື່ອມຕໍ່ 500 KV ລາວ-ຈີນ ແລະ ສ້າງສາຍສົ່ງ 230 KV ເຊື່ອມຕໍ່ກັບພາຍໃນເພື່ອຮັບປະກັນການສະໜອງໄຟໃຫ້ພາຍໃນມີຄວາມໝັ້ນຄົງ, ອັນພົ້ນເດັ່ນແມ່ນໄດ້ສຳເລັດ ແລະ ເປີດນຳໃຊ້ໂຄງການສາຍສົ່ງເຊື່ອມຕໍ່ 500 KV ລາວ-ຈີນ ຢ່າງເປັນທາງການ; ໄດ້ຍູ້ແຮງການພັດທະນາພື້ນຖານເສດຖະກິດດິຈິຕອນ ໃຫ້ແຂງແຮງເທື່ອລະກ້າວໂດຍໄດ້ສືບຕໍ່ເອົາໃຈ ໃສ່ສ້າງຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ດ້ວຍຮູບການຕ່າງໆ, ທັງໄດ້ນຳໃຊ້ສູນຕ້ານການຫຼອກລວງທາງອອນລາຍ ເຕືອນ ແລະ ແຈ້ງໃຫ້ທົ່ວສັງຄົມລະວັງການຕົກເປັນເຫຍື່ອການຫຼອກລວງຜ່ານສື່ສັງຄົມອອນລາຍ; ໄດ້ສຸມໃສ່ການພັດທະນາສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ຈຳນວນ 44 ສາຂາອາຊີບ ໄດ້ 20 ພັນກວ່າຄົນ; ສາມາດສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທຳ ເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ໄປເຮັດວຽກຢູ່ຕ່າງປະເທດ ໄດ້ເກືອບ 20 ພັນຄົນ; ຂະຫຍາຍອັດຕາປົກຄຸມປະກັນສັງຄົມໃໝ່ໄດ້ເກືອບ 5 ພັນຄົນ; ສໍາເລັດບັນຊີລາຍຊື່ ເພື່ອກະກຽມປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ໃນງວດ 1 ປີ 2026 ຈໍານວນ 2,600 ກວ່າທ່ານ ເປັນເງິນ 44 ຕື້ກວ່າກີບ; ໄດ້ໃຫ້ຄວາມຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ແກ່ຜູ້ປະສົບໄພພິບັດທໍາມະຊາດຈາກພາຍຸໝາກເຫັບຕົກ ຢູ່ນະຄອນຫຼວງວຽງຈັນ; ໄດ້ສືບຕໍ່ປະຕິບັດນະໂຍບາຍ ແກ້ໄຂບັນຫາການຂາດແຄນຄູສອນ ແລະ ການປະລະການຮຽນ ມີການຫັນປ່ຽນດີຂຶ້ນຕໍ່ເນື່ອງ; ໄດ້ສຳເລັດການຈັດສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2025-2026; ໄດ້ຝຶກຊ້ອມ ແລະ ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນປະເພດຕ່າງໆ ຢູ່ຕ່າງປະເທດ, ອັນພົ້ນເດັ່ນແມ່ນການເຂົ້າຮ່ວມແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 17 ປີທີ່ປະເທດອິນໂດເນເຊຍ ທີມຊາດລາວ ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ; ໄດ້ເອົາໃຈໃສ່ວຽກງານໂຄສະນາ ແລະ ປັບປຸງວຽກງານການທ່ອງ ທ່ຽວ ຕິດພັນກັບການເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ເຂົ້າໃນບັນດາວຽກງານ, ກິດຈະກຳຕ່າງໆ ທີ່ສຳຄັນຂອງພັກ ແລະ ລັດ; ໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນະສຸກ ໃຫ້ຮັບປະກັນຫຼາຍຂຶ້ນ; ໄດ້ສືບຕໍ່ປັບປຸງກົນໄກ ແລະ ວິທີການໃນການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ມີຄວາມວ່ອງໄວຂຶ້ນ; ໄດ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍຕາມແຜນທີ່ສະພາແຫ່ງຊາດຮັບຮອງ ຄຽງຄູ່ກັນນັ້ນ ໄດ້ສຸມໃສ່ໂຄສະນາເຜີຍແຜ່ດ້ວຍຫຼາຍວິທີ ແລະ ຜ່ານຫຼາຍຊ່ອງທາງ; ໄດ້ສຳເລັດ ແລະ ປະກາດໃຊ້ນິຕິກຳສຳຄັນ ຕິດພັນກັບການກຳນົດລະບອບ, ລະບຽບການເຮັດວຽກ ຂອງຄະນະລັດຖະບານ ຊຸດທີ X ລວມທັງ ນິຕິກຳຮັບໃຊ້ການຄຸ້ມຄອງ ແລະ ແກ້ໄຂວຽກງານເຄັ່ງຮ້ອນ-ເລັ່ງດ່ວນຈຳນວນໜຶ່ງຕື່ມອີກ; ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີພິບໄຫວ ໂດຍສະເພາະການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນ, ການຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຂັ້ນສູງ ຂອງຕ່າງປະເທດ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ການລົົງທຶນຂອງລັດ, ການຊ່ວຍເຫຼືອຊາວກະສິກອນ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງ-ກວດກາ ການບໍລິການຂົນສົ່ງໂດຍສານ, ການຮັກສາຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍໃນຕົວເມືອງ, ການສະໜອງໄຟຟ້າ ແລະ ນໍ້າປະປາ, ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:
ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ໃນນັ້ນ: ສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ. ໃຫ້ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດ ແລະ ວັດຖຸລະເບີດ ຢ່າງເດັດຂາດ ແລະ ເຂັ້ມງວດ; ໃຫ້ຮີບຮ້ອນປັບປຸງ ຄຳສັ່ງ ສະບັບເລກທີ 27/ນຍ, ລົງວັນທີ 5 ຕຸລາ 2021 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ເອົາໃຈໃສ່ເປັນພິເສດ ຕໍ່ການແກ້ໄຂບັນຫາສະແກມເມີ;
ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໂດຍສະເພາະ ຮ່າງມະຕິ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວາລະແຫ່ງຊາດ, ບັນດາຮ່າງກົດໝາຍ ແລະ ເອກະສານຕ່າງໆ ທີ່ຈະລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X;
ສຸມໃສ່ປະຕິບັດມາດຕະການຊຸກຍູ້, ສົ່ງເສີມການຜະລິດສິນຄ້າທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກໃຫ້ແຂງແຮງ, ພ້ອມທັງ ມີການກະກຽມ ແລະ ຄຸ້ມຄອງເນື້ອທີ່ທໍາການຜະລິດ ເພື່ອບໍ່ໃຫ້ມີການບຸກລຸກປ່າໄມ້; ກະກຽມແນວພັນ, ຝຸ່ນ, ປຸ໋ຍ, ຢາປາບສັດຕູພືດ ແລະ ອື່ນໆ;
ສືບຕໍ່ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ປົກປັກຮັກສາສິ່ງແວດລ້ອມ ແລະ ເລັ່ງຄົ້ນຄວ້າອອກໃບຕາດິນໃຫ້ບັນລຸຕາມແຜນການທີ່ວາງໄວ້; ເອົາໃຈໃສ່ພິເສດ ການຕິດຕາມເຝົ້າລະວັງ ແລະ ແກ້ໄຂຢ່າງເຂັ້ມງວດການຈູດປ່າທໍາການຜະລິດຂອງປະຊາຊົນ ທີ່ອາດເກີດໃຫ້ມີໄຟໄໝ້ລາມປ່າ; ກະກຽມການປູກຕົ້ນໄມ້ ໃຫ້ເປັນຂະບວນການຢ່າງກວ້າງຂວາງ; ຄົ້ນຄວ້າການຈັດສັບປະດາຢຸດຕິການຈູດປ່າ ຫັນມາປູກຕົ້ນໄມ້;
ຄະນະກໍາມະການຊີ້ນໍາລະດັບຊາດ ສົ່ງເສີມການນໍາໃຊ້ລົດໄຟຟ້າ ຮີບຮ້ອນຄົ້ນຄວ້າ ແລະ ວາງແຜນແມ່ບົດລະດັບຊາດ ເພື່ອບັນລຸການນໍາໃຊ້ລົດໄຟຟ້າ ໃຫ້ໄດ້ 30% ໃນປີ 2030 ແລະ ກ້າວໄປສູ່ການຫັນ ປ່ຽນຢ່າງສົມບູນໃນອະນາຄົດ;
ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ; ຕາມຄຳສັ່ງ ເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນຂອບເຂດທົ່ວປະເທດ, ລວມທັງ ທິດຊີ້ນໍາຕ່າງໆຂອງລັດຖະບານ ຢ່າງເຂັ້ມງວດ ໂດຍໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການຊີ້ນຳສົມທົບແໜ້ນກັບກໍາລັງ ປກຊ-ປກສ ສະກັດກັ້ນ ແລະ ປາບປາມ ຢ່າງຈິງຈັງ ເພື່ອແກ້ໄຂຢ່າງເດັດຂາດ, ໃນກໍລະນີ ພະນັກງານ-ລັດຖະກອນ, ຄະນະນໍາ ແຕ່ລະຂັ້ນ ມີການກະທໍາຜິດ ກໍໃຫ້ມີການປະຕິບັດວິໄນ ຢ່າງເຂັ້ມງວດ.
ສືບຕໍ່ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງບັນດາບໍລິສັດທ່ອງທ່ຽວ, ການບໍລິການຂົນສົ່ງນັກທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ບັນເທີງ, ພະນັກງານນຳທ່ຽວ ທີ່ເຄື່ອນໄຫວເປີດບໍລິການບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເກັບກໍາສະຖິຕິບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ,ພ້ອມທັງ ແກ້ໄຂປະກົດການຫຍໍ້ທໍ້ທີ່ຕິດພັນໃນທຸລະກິດການທ່ອງທ່ຽວ;
ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາກິດຈະກໍາ ແລະ ໂຄງການບຸລິມະສິດເພື່ອເຊື່ອມໂຍງ, ເຊື່ອມຈອດພາຍໃນ ແລະ ພາກພື້ນເອື້ອອຳນວຍໃຫ້ແກ່ການຜະລິດ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນກຳນົດ; ສຳລັບນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃຫ້ພ້ອມກັນຕະລຸມບອນ ແກ້ໄຂບັນຫາທໍ່ລະບາຍນ້ຳ ບໍ່ໃຫ້ອຸດຕັນ ເພື່ອປ້ອງກັນບໍ່ໃຫ້ເກີດມີນ້ຳອັ່ງ, ນ້ຳຖ້ວມ ໃນເວລາມີຝົນຕົກໜັກ.
ສຸມໃສ່ການເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ຄົບຖ້ວນດ້ວຍການສຸມໃສ່ການຫັນເປັນທັນສະໄໝໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫຼາຍຂຶ້ນ ເພື່ອໃຫ້ສາມາດເກັບລາຍຮັບເພີ່ມຂຶ້ນທົດແທນລາຍຮັບທີ່ຈະສູນເສຍຈາກການປະຕິບັດນະໂຍບາຍຫຼຸດຜ່ອນອັດຕາອາກອນຕ່າງໆກໍຄືຜົນກະທົບຕໍ່ສັງຄົມ;
ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ຢູ່ໃນຂອບບໍ່ເກີນ ±1ທຽບໃສ່ອັດຕາແລກປ່ຽນອ້າງອີງ; ດັດສົມເງິນຕາຕ່າງປະເທດ ເມື່ອເຫັນວ່າຈໍາເປັນ ແລະ ໃຫ້ສາມາດຮັບປະກັນການສະໜອງເງິນຕາຕ່າງປະເທດ ໃຫ້ການຊໍາລະ ການນໍາເຂົ້າສິນຄ້າທີ່ຈໍາເປັນ; ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານຢູ່ທະນາຄານ ແຫ່ງ ສປປ ລາວ;
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳ ພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນຳຂັ້ນສູງເຄື່ອນໄຫວວຽກງານຢູ່ຕ່າງປະເທດ.
ແຕ່ລະກະຊວງ-ອົງການເຊື່ອມຊຶມ, ກໍາແໜ້ນກົນໄກເຮັດວຽກຂອງລັດຖະບານ ຊຸດທີ X ແລະ ຫັນແຜນວຽກຈຸດສຸມ ຂອງລັດຖະບານ ຊຸດທີ X ມາເປັນແຜນດໍາເນີນງານ ແລະ ແຜນຈັດຕັ້ງປະຕິບັດຂອງກະຊວງ-ອົງການຕົນ.

ສ່ວນບັນດາບົດລາຍງານ ເປັນຕົ້ນ (1) ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ລວມທັງສະພາບອຸບັດຕິເຫດ, ອັກຄີໄພ ແລະ ບັນດາປະກົດການຫຍໍ້ທໍ້ ໃນໄລຍະບຸນປີໃໝ່ລາວ; (2) ຄວາມຄືບໜ້າໃນການປັບປຸງສ້ອມແປງເສັ້ນທາງໃນທົ່ວປະເທດ; (3) ການແກ້ໄຂຜົນກະທົບຈາກພະຍຸໝາກເຫັບ; (4) ການກະກຽມຕ້ານໄພແຫ້ງແລ້ງ; ສະພາບໄຟໄໝ້ປ່າ, ການຖາງປ່າ-ຈູດປ່າ, ການແກ້ໄຂບັນຫາໝອກຄວັນ (PM2.5), ພ້ອມທັງສະເໜີມາດຕະການແກ້ໄຂ; (5) ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ; ການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດໃນຕໍ່ໜ້າ ບົນພື້ນຖານການກວດກາ ແລະ ປະເມີນໂຄງການ ທີ່ໄດ້ອະນຸມັດຜ່ານມາ; (6) ສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ. ກອງປະຊຸມ ໄດ້ຊີ້ນໍາພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດທິດທາງແຜນການ ກໍຄືແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມຮັບມື ຕໍ່ສະພາບຄວາມສ່ຽງ ແລະ ທ່າອ່ຽງຕ່າງໆ ທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດ ທັງໄລຍະສັ້ນ-ໄລຍະຍາວ, ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງສາມາດແກ້ໄຂໄດ້ ບັນດາຂໍ້ຄົງຄ້າງ, ຊ່ອງຫວ່າງການສວຍໂອກາດ ແລະ ຫາງສຽງບໍ່ດີຕ່າງໆ ໃນຂົງເຂດວຽກງານດັ່ງກ່າວ.
ວາລະທີ 2 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 2 ສະບັບຄື: (1) ຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045; ແລະ (2) ຮ່າງດຳລັດວ່າດ້ວຍກອງທຶນ ກັນ ແລະ ຄວບຄຸມເຊື້ອພະຍາດເອດ(HIV). ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງດ້ານເປັນຕົ້ນ: ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການກຳນົດຈຸດປະສົງ, ການອະທິບາຍຄຳສັບ, ການກຳນົດຂໍ້ຫ້າມ, ການກຳນົດເນື້ອໃນ ວຽກງານໂຄສະນາປຸກລະດົມ ແລະ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆ, ເຮັດໃຫ້ບັນດານິຕິກຳມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ປະກາດນຳໃຊ້ແລ້ວ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ພັນທະສັນຍາຜູກພັນຕ່າງໆ, ພາຍຫຼັງປະກາດໃຊ້ແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກນັ້ນ, ກອງປະຊຸມ ຍັງໄດ້ຄົ້ນຄວ້າຮ່າງດຳລັດວ່າດ້ວຍການຖອນສິດນໍາໃຊ້ທີ່ດິນ ໂດຍໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າປັບປຸງ, ຈັດສໍາມະນາລະ ດົມຄວາມຄິດເຫັນຈາກຫຼາຍພາກສ່ວນຕື່ມອີກ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ ເດືອນພຶດສະພາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກ ຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດ ທີ່ຊັດເຈນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ. (ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ