ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ເມ​ສາ ຜ່ານມາ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ ທ່ານ ລີແຈມຽງ ປະ​ທາ​ນາ​ທິ​ບໍ​ດີ ສ ເກົາ​ຫຼີ ແລະ ພັນ​ລະ​ຍາ ທີ່ມາ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ນີ້.

 

ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຄັ້ງທຳອິດຂອງ ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ພາຍຫຼັງສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ບູລະນະກົງຈັກການນຳລັດສຳເລັດສົມບູນ.

ພາຍຫຼັງພິທີຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ແລະ ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ດຳເນີນການພົບປະສົນທະນາ.

ໃນການພົບປະສົນທະນາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ແລະ ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ເປັນເອກະພາບຫຼາຍເນື້ອໃນຮ່ວມມືສຳຄັນ, ໃນນັ້ນມີເລື່ອງສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 150 ຕື້ໂດລາ ໃນປີ 2030.

ທ່ານ ລີແຈມຽງ ປາຖະໜາວ່າ ສ ເກົາຫຼີ ຈະມີບົດບາດແກ່ນສານໃນວິວັດການພັດທະນາອະນາຄົດຂອງ ຫວຽດນາມ. ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດປັນຍາປະດິດ (AI), ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ການຫັນເປັນດີຈີຕອນ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ເອົາໃຈໃສ່ໜູນຊ່ວຍການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຄົມຢູ່ແຕ່ລະປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ປະເທດຂອງກັນ… ທ່ານ ໂຕເລິມ ສະເໜີໃຫ້ ສ ເກົາຫຼີ ຕັ້ງໜ້າໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທີງ, ແບ່ງປັນບົດຮຽນການໂຄສະນາການທ່ອງທ່ຽວ, ແລກປ່ຽນກ່ຽວກັບການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ.

ພາຍຫຼັງການພົບປະສົນທະນາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກການຮ່ວມມື (MOU) ລະຫວ່າງ ຫວຽດນາມ - ສ ເກົາຫຼີ 12 ສະບັບ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ສຳລັບເມືອງໜານຊາງ ຊຶ່ງເປັນເຂດທີ່ບໍ່ມີທາງອອກສູ່ທະເລ ໃນແຂວງຈຽງຊີ ທາງພາກຕາເວັນອອກຂອງ ສປ ຈີນ, ການສ້າງເຄືອຂ່າຍການຂົນສົ່ງທີ່ເປີດກວ້າງທີ່ແຜ່ລາມໄປທົ່ວພາກກາງຂອງຈີນ ແລະ ເຊື່ອມຕໍ່ກັບໂລກພາຍນອກແມ່ນກຸນແຈສຳຄັນສູ່ການພັດທະນາທີ່ຂັບເຄື່ອນດ້ວຍການເປີດກວ້າງ.
ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ວິທະຍຸໂທລະພາບສູນກາງ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຂະນະທີ່ອົງການອຸຕຸນິຍົມໂລກຫຼື WMO ໄດ້ເຜີຍແຜ່ບົດລາຍງານສະພາບອາກາດຕາມລະດູການທົ່ວໂລກປະຈຳເດືອນສະບັບຫຼ້າສຸດ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ກຳລັງຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານໃຫຍ່ອົງການຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໂດຍໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການເພື່ອຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ ຊຶ່ງເກີດຈາກປາກົດການແອວນີໂຢ.
ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າ, ການລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ໃນປັດຈຸບັນກາຍເປັນການລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງກົງໂກ, ໂດຍມີຜູ້ຕິດເຊື້ອ Bundibuyo ທີ່ຢືນຢັນແລ້ວ 3,605 ຄົນ, ລວມທັງຜູ້ເສຍຊີວິດ 1,587 ຄົນ ຊຶ່ງຄິດເປັນອັດຕາການຕາຍ 44%. ສູງກວ່າການລະບາດທີ່ໃຫຍ່ທີ່ສຸດກ່ອນໜ້ານີ້ໃນລະຫວ່າງປີ 2018- 2020 ຊຶ່ງມີ 3,317 ຄົນ.
ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ສິງຫາ ຜ່ານມາວ່າ: ກົມສະຖິຕິຂອງມາເລເຊຍຄາດຄະເນວ່າປະຊາກອນຂອງມາເລເຊຍ ຈະບັນລຸ 34.4 ລ້ານຄົນໃນປີ 2026, ເພີ່ມຂຶ້ນຈາກ 34.2 ລ້ານຄົນໃນປີ 2025 ຊຶ່ງຄິດເປັນອັດຕາການເຕີບໂຕປະຈຳປີ 0.5%.
6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸເຖິງ 5,500 ຕື້ຢວນ, ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ເສດຖະກິດທາງທະເລໄດ້ພັດທະນາຢ່າງໝັ້ນຄົງ ແລະ ມີທ່າອຽງການພັດທະນາທີ່ດີ.
ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ນະຄອນຫຼວງມະນີລາ ປະເທດຟີລິບປິນ, ມີແຜນທີ່ຈະນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອຄາດຄະເນນໍ້າຖ້ວມລ່ວງໜ້າໄດ້ເຖິງ 2 ຊົ່ວໂມງ. ໂດຍລະບົບດັ່ງກ່າວຈະໃຊ້ໂດຣນທີ່ໃຊ້ພະລັງງານ AI ແລະ ເຕັກໂນໂລຊີການສ້າງແຜນທີ່ 3D ເພື່ອວິເຄາະປະລິມານນໍ້າຝົນ, ປະລິມານນໍ້າ ແລະ ລະດັບຄວາມສູງຂອງແຜ່ນດິນ ເພື່ອລະບຸພື້ນທີ່ທີ່ສ່ຽງນໍ້າຖ້ວມ.
7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ຫຼາຍສັນຍານທີ່ຕັ້ງໜ້າຈາກການຜະລິດອຸດສາຫະກຳ, ສົ່ງອອກ-ນຳເຂົ້າ, ບໍລິໂພກ ແລະ ດຶງດູດການລົງທຶນ.
Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Samsung Electronics, ຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກຈາກ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 30 ກໍລະກົດ ຜ່ານມາວ່າ, ບໍລິສັດ ຈະເລີ່ມກໍ່ສ້າງໂຮງງານຜະລິດເຊມິຄອນດັກເຕີແຫ່ງທີສອງ ຫຼື Taylor Fab 2 ໃນເມືອງເທເລີ ລັດເທັກຊັສ ສະຫະລັດອາເມຣິກາ ໃນທ້າຍປີນີ້.
ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ສຳນັກຂ່າວສານຊິນຮວາຍລາຍງານໃນວັນທີ 28 ກໍລະກົດ ຜ່ານມາວ່າ: ປະເທດມາເລເຊຍໄດ້ເປີດໂຄງການສົ່ງເສີມການຈ້າງງານພາຍໃຕ້ໂຄງການການເງິນເພື່ອສັງຄົມ iTEKAD ເພື່ອຊ່ວຍເຫຼືອປະຊາຊົນຈາກກຸ່ມທີ່ມີຄວາມສ່ຽງໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ລາຍໄດ້ທີ່ຍືນຍົງ.
Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Microsoft ໄດ້ປະກາດຫວ່າງມໍ່ໆມານີ້ວ່າ: ບໍລິສັດມີລາຍໄດ້ 90 ຕື້ໂດລາໃນໄຕມາດທີ 4 ຂອງປີງົບປະມານ 2026 (ສິ້ນສຸດວັນທີ 30 ມິຖຸນາ), ເພີ່ມຂຶ້ນ 18% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ເພີ່ມເຕີມ