ລະດັບວິທະຍາສາດເຕັກໂນໂລຊີດ້ານກະສິກຳຂອງຈີນໄດ້ຮັບການພັດທະນາສູງຂຶ້ນ, ການຜະລິດສະບຽງອາຫານຕົ້ນຕໍໄດ້ນຳໃຊ້ເຄື່ອງຈັກໃນທຸກຂັ້ນຕອນໂດຍພື້ນຖານ. ພ້ອມດຽວກັນນັ້ນ, ຍັງໄດ້ເລັ່ງລັດການຫັນປ່ຽນຮູບແບບການພັດທະນາກະສິກຳໄປເປັນແບບອັດສະລິຍະ ແລະ ດີຈີຕອນ, ອຸປະກອນອັດສະລິຍະຕ່າງໆໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການຜະລິດກະສິກຳ. ນັບມາຮອດປັດຈຸບັນ, ຈີນມີເຮືອບິນບໍ່ມີຄົນຂັບດ້ານກະສິກຳຫຼາຍກວ່າ 300,000 ລຳ, ເປັນອັນດັບທີ 1 ຂອງໂລກ.
ຄໍາເຫັນ